ວັນທີ 15 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ສໍານັກງານອົງການການຄ້າໂລກ (WTO), ທ່ານ ເວືອງດີງເຫວ້, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາລະຫວ່າງຂະແໜງການເຊື່ອມໂຍງສາກົນກ່ຽວກັບເສດຖະກິດ, ໄດ້ມີການເຮັດວຽກກັບຄະນະການນໍາຂອງ WTO, ທ່ານ  Roberto Azevedo,  ຜູ້ອໍານວຍການໃຫຍ່ WTO, ທ່ານ Karl Brauner, ຮອງຜູ້ອໍານວຍການໃຫຍ່ WTO  ແລະທ່ານ Xavier Carim, ປະທານສະມັດຊາໃຫຍ່ WTO ເພື່ອແນໃສ່ຊອກຮູ້ບັນດາທິດພັດທະນາຂອງ WTO ໃນສະພາບການປະຈຸບັນ ແລະຊຸກຍູ້ການສະໜັບສະໜູນຂອງ WTO ສໍາລັບວິວັດທະນາການເຊື່ອມໂຍງເສດຖະກິດສາກົນຂອງ ຫວຽດນາມ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ພົບປະ ແລະເຮັດວຽກກັບ ທ່ານ Roberto Azevedo, ຜູ້ອໍານວຍການໃຫຍ່ WTO. ພາບ: TTXVN

ກ່າວຄໍາປາໄສຕໍ່ການນໍາ WTO, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຢັ້ງຢືນວ່າ WTO ມີທີ່ຕັ້ງສໍາຄັນພິເສດໃນວິວັດທະນາການເຊື່ອມໂຍງເສດຖະກິດສາກົນຂອງຫວຽດນາມ; ສະໜັບສະໜູນເລື່ອງຍົກສູງບົດບາດຂອງ WTO ແລະບັນດາຂໍ້ລິເລີ່ມ, ການເຄື່ອນໄຫວຂອງ WTO ອີງຕາມລະດັບພັດທະນາຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີ WTO ສະຫງວນໃຫ້ຫວຽດນາມ ບັນດາການໜູນຊ່ວຍເຕັກນິກທີ່ຈໍາເປັນ ເພື່ອສາມາດປະຕິບັດບັນດາສັນຍາຂອງ WTO ຢ່າງຄົບຖ້ວນ; ໝູນໃຊ້ສິດຜົນປະໂຫຍດສູງສຸດຂອງປະເທດສະມາຊິກ; ສໍາຜັດບັນດາຂໍ້ມູນຂ່າວສານດ້ານການຄ້າ ແລະເພີ່ມທະວີຄວາມເຂົ້າໃຈຂອງບັນດາພາກສ່ວນໃນສັງຄົມເປັນຈຳນວນຫຼວງຫຼາຍກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງ WTO.

ດ້ວຍຖານະເປັນພື້ນຖານເສດຖະກິດເຈົ້າພາບ APEC 2017, ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ຊຸກຍູ້ບັນດາມາດຕະການປັບປຸງລະບົບການຄ້າຫຼາຍຝ່າຍເວົ້າລວມ ແລະມານະພະຍາຍາມຊຸກຍູ້ການເຈລະຈາເພື່ອມີບັນດາໝາກຜົນລະອຽດເພື່ອກະກຽມໃຫ້ກອງປະຊຸມລັດຖະມົນຕີຄັ້ງທີ 11 (MC11) ຈະໄດ້ຈັດຕັ້ງໃນເດືອນທັນວາ 2017 ຈະມາເຖິງ, ຢູ່ Argentina.

ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ກໍ່ໄດ້ມາຢ້ຽມຢາມຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ. ທ່ານຮອງນາຍົກລັດຖະມົນຕີ ສະເໜີຄະນະຜູ້ຕາງໜ້າຫວຽດນາມ ມານະພະຍາຍາມກວ່າອີກໃນການຮັບປະກັນຜົນປະໂຫຍດຂອງຫວຽດນາມ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຊຸກຍູ້ການຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ເພື່ອຮັບໃຊ້ພາລະກິດພັດທະນາປະເທດຊາດ.

 

ແປໂດຍ: ຫງວຽນກຸກ