ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ, ແຫຼ່ງທຶນກູ້ຢືມ, ໜູນຊ່ວຍດ້ານເຕັກນິກ ແລະໃຫ້ຄຳປຶກສາດ້ານນະໂຍບາຍຂອງ ADB ແມ່ນການໜູນຊ່ວຍອັນໃຫຍ່ຫຼວງ ແລະລໍ້າຄ່າຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ບັນດາຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມຄືໃນປະຈຸບັນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Stephen Groff ຮອງປະທານທະນາຄານພັດທະນາອາຊີ (ADB). ພາບ: vov.vn

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ໃນຖານະຕໍາແໜ່ງຂອງຕົນທ່ານ Stephen Groff ຈະຊີ້ນຳ, ເລັ່ງລັດບັນດາພາກສ່ວນວິຊາສະເພາະສົມທົບກັບບັນດາອົງການເຈົ້າຂອງໂຄງການຂອງຝ່າຍ ຫວຽດນາມ ຍູ້ໄວວຽກງານກະກຽມເພື່ອສຳເລັດການເຈລະຈາ, ເປັນຕົ້ນແມ່ນບັນດາໂຄງການທຶນກູ້ຢືມ ADF.

ກ່ຽວກັບບັນຫາໜີ້ສາທາລະນະ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ປະຈຸບັນ, ໜີ້ສາທາລະນະຂອງ ຫວຽດນາມ ແມ່ນໃກ້ຄຽງກັບມາດຖານກໍານົດທີ່ສະພາແຫ່ງຊາດໃຫ້ອະນຸຍາດ (65% GDP), ລັດຖະບານໄດ້ມອບໝາຍໃຫ້ກະຊວງແຜນການ ແລະການລົງທຶນເປັນເຈົ້າພາບ, ສົມທົບກັບກະຊວງການເງິນຕີລາຄາຜົນກະທົບຂອງບັນດາບ້ວງເງິນກູ້ຢືມ ODA ແລະທຶນກູ້ຢືມພິເສດ ກໍ່ຄືສະເໜີບັນດາວິທີການເພື່ອແກ້ໄຂ, ລາຍງານໃຫ້ລັດຖະບານກ່ອນວັນທີ 30 ກັນຍາ 2017. ທ່ານນາຍົກລັດຖະມົນຕີ ກໍ່ຫວັງວ່າ, ພາຍຫຼັງມີລາຍງານຕີລາຄານີ້, ບັນດາໂຄງການ ODA ແລະທຶນກູ້ຢືມພິເສດຈະໄດ້ສະດວກ, ອາດຈະເຈລະຈາຕາມແຜນການວາງອອກ.

ທ່ານ Stephen Groff, ຮອງປະທານ ADB ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການວາງອອກບັນດາມາດຕະການບໍລິຫານເສດຖະກິດ-ສັງຄົມ, ພິເສດແມ່ນທັງຕ້ອງປະຕິບັດການກຳນົດລະດັບກ່ຽວກັບມາດຖານກໍານົດໜີ້ສາທາລະນະຕາມການກຳນົດຂອງສະພາແຫ່ງຊາດ, ພ້ອມທັງຍັງຕ້ອງສືບຕໍ່ລະດົມບັນດາແຫຼ່ງທຶນເພື່ອພັດທະນາພື້ນຖານໂຄງລ່າງ, ຊຸກຍູ້ການເຕີບໂຕ, ນີ້ແມ່ນບັນຫາທີ່ຫຍຸ້ງຍາກ. ADB ຈະໜູນຊ່ວຍລັດຖະບານ ຫວຽດນາມ ຫຼາຍຢ່າງໃນບັນດາຂົງເຂດຄື: ປະຕິຮູບການບໍລິຫານສາທາລະນະ, ໃຫ້ກູ້ຢືມທຶນພິເສດ, ທ່ານ Stephen Groff ໃຫ້ຮູ້ວ່າ, ADB ຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການໄຈ້ແຍກ, ຕີລາຄາບັນດາແຫຼ່ງທຶນຢ່າງມີປະສິດທິຜົນ, ຜ່ານນັ້ນຊ່ວຍໃຫ້ລັດຖະບານ ຫວຽດນາມ ມີການເລືອກເຟັ້ນເໝາະສົມ ເພື່ອນໍາໃຊ້ເຂົ້າໃນບັນດາເປົ້າໝາຍພັດທະນາໃຫ້ບັນລຸປະສິດທິຜົນສູງສຸດ.

 

ແປໂດຍ: ເຈິ່ນຮວ່ຽນ