ນີ້ແມ່ນມະຫາວິທະຍາໄລພາກລັດແຫ່ງທໍາອິດຂຶ້ນກັບໂຄງການກໍ່ສ້າງມະຫາວິທະຍາໄລຮູບແບບໃໝ່. ໄດ້ຮັບການສ້າງຕັ້ງໃນ ປີ 2008 ບົນພື້ນຖານການຮ່ວມມືສາກົນລະຫວ່າງ ຫວຽດນາມ ແລະສາທາລະນະລັດ ສະຫະພັນ ເຢັຍລະມັນ, ຄຽງຂ້າງການໜູນຊ່ວຍກ່ຽວກັບດ້ານການເງິນຂອງສອງລັດຖະບານ, ມະຫາວິທະຍາໄລ ຫວຽດ-ດຶກ ໄດ້ຮັບການໜູນຊ່ວຍຢ່າງແຮງກ່ຽວກັບວິຊາການສຶກສາຂອງສະຫະສະມາຄົມລວມມີ ກວ່າ 30 ມະຫາວິທະຍາໄລຄູ່ຮ່ວມມື ເຢັຍລະມັນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມຖາມຂ່າວພະນັກງານ, ຄູອາຈານ ຂອງມະຫາວິທະຍາໄລ ຫວຽດ-ດຶກ. ພາບ: vov.vn

ຍ້ອງຍໍຄວາມກ້າວໜ້າກະໂດດຂັ້ນ ແລະບັນດາຜົນງານຂອງຄູອາຈານ ແລະນັກສຶກສາໂຮງຮຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ມະຫາວິທະຍາໄລ ຫວຽດ-ດຶກ ກາຍເປັນສັນຍາລັກ, ເປັນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງພື້ນຖານເສດຖະກິດ ແລະເປັນຂົວຕໍ່ມິດຕະພາບລະຫວ່າງປະຊາຊົນ ແລະລຸ້ນນັກສຶກສາສອງປະເທດ ຫວຽດນາມ-ເຢັຍລະມັນ, ຕິດພັນກັບພື້ນຖານການສຶກສາຄວາມຮູ້ຢ່າງກວ້າງຂວາງ, ພື້ນຖານເຕັກນິກເຕັກໂນໂລຢີຂັ້ນສູງ, ພື້ນຖານເສດຖະກິດທີ່ຮັ່ງມີເຂັ້ມແຂງ; ພ້ອມທັງຖ່າຍທອດໄດ້ພື້ນຖານເຕັກນິກເຄື່ອງກົນຈັກຍອດຢ້ຽມ, ກ້າວໜ້າທັນສະໄໝຂອງປະເທດ ເຢັຍລະມັນ ເຂົ້າໃນພາລະກິດປະຕິຮູບດ້ານການສຶກສາ ແລະພັດທະນາດ້ານເສດຖະກິດຂອງ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ບັນດາຂະແໜງອາຊີບເຊິ່ງໂຮງຮຽນພວມບໍາລຸງສ້າງປະຈຸບັນ ຫວຽດນາມ ພວມຕ້ອງການທີ່ສຸດ. “ຫວຽດນາມ ປາດຖະໜາຢາກພັດທະນາຂະແໜງອຸດສາຫະກໍາເຄື່ອງກົນຈັກ, ຂະແໜງລົດໂອໂຕ ແຕ່ບໍ່ຕ້ອງປະກອບເຄື່ອງຈັກເຊິ່ງແມ່ນການປະດິດສ້າງເຄື່ອງອຸປະກອນ, ເຄື່ອງຈັກລົດໂອໂຕ...”.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກຄືດັ່ງກ່າວ. ສະນັ້ນ, ຫວຽດນາມ ປາດຖະໜາວ່າມະຫາວິທະຍາໄລ ຫວຽດ-ດຶກ ຈະບໍາລຸງສ້າງຢູ່ ຫວຽດນາມ ບັນດານັກວິສາວະກອນ, ນັກເຕັກນິກທີ່ດີເດັ່ນເພື່ອສາມາດເປັນເຈົ້າພື້ນຖານອຸດສາຫະກໍາເຄື່ອງກົນຈັກຂອງຕົນເອງໄດ້. ໂຮງຮຽນຄວນເຂົ້າຮ່ວມຢ່າງເປັນເຈົ້າການ ແລະມີຄວາມຕັ້ງໜ້າເຂົ້າໃນເປົ້າໝາຍປັບປຸງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຂອງ ຫວຽດນາມ, ໃນນັ້ນບຸລິມະສິດບັນດາຂົງເຂດເຊິ່ງ ຫວຽດນາມ ກໍານົດທິດພັດທະນາ ແລະໂຮງຮຽນທີ່ມີທ່າແຮງຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ເຕັກໂນໂລຢີຊີວະສາດ, ໄຟຟ້າ, ເຄື່ອງກົນຈັກ, ການພັດທະນາຕົວເມືອງ...

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ປາດຖະໜາຢາກໃຫ້ມະຫາວິທະຍາໄລ ຫວຽດ-ດຶກ ກາຍເປັນຮູບແບບມະຫາວິທະຍາໄລບັນລຸມາດຕະຖານ, ຕາມການກຳນົດທິດຄົ້ນຄວ້າຂອງ ຫວຽດນາມ ແລະທ່າອ່ຽງພັດທະນາຂອງໂລກ. 

ມີຄວາມປິຕິຊົມຊື່ນກ່ຽວກັບບົດໜັງສືພິມຂອງມະຫາວິທະຍາໄລ ຫວຽດ-ດຶກ ໄດ້ລົງພິມໃນວາລະສານວິທະຍາສາດທີ່ມີຊື່ສຽງຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມປາດຖະໜາຢາກໃຫ້ໂຮງຮຽນກາຍເປັນສູນຄົ້ນຄ້ວາຂອງປະເທດ ເຢັຍລະມັນ ປະຈໍາ ຫວຽດນາມ ແລະອາຊຽນ, ຮັບໃຊ້ໃຫ້ປະຊາຄົມວິສາຫະກິດສອງປະເທດ, ຕອບສະໜອງຄວາມຕ້ອງການພັດທະນາຂອງ ຫວຽດນາມ ໃນສັງກາດການປະຕິວັດອຸດສາຫະກໍາ 4.0 ທີ່ພວມດໍາເນີນຢ່າງເລິກເຊິ່ງ ຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຫັນດີກັບຂໍ້ສະເໜີຂອງການນໍາໂຮງຮຽນແມ່ນຈະເຮັດວຽກກັບຝ່າຍ ເຢັຍລະມັນ ເພື່ອມີສັນຍາລັດຖະບານສະບັບໜຶ່ງເປັນພື້ນຖານນິຕິກຳສໍາຄັນ, ຍາວນານເພື່ອພັດທະນາມະຫາວິທະຍາໄລ  ຫວຽດ-ດຶກ.

ກ່ຽວກັບກົນໄກການເງິນສະເພາະພິເສດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າຄວາມສໍາຄັນຂອງການເປັນເຈົ້າຕົນເອງມະຫາວິທະຍາໄລ ແລະມອບໝາຍໃຫ້ກະຊວງສຶກສາ ແລະກໍ່ສ້າງຍື່ນບາງກົນໄກໂດຍໄວ, ສ້າງເງື່ອນໄຂດີທີ່ສຸດໃຫ້ມະຫາວິທະຍາໄລ  ຫວຽດ-ດຶກ ພັດທະນາ.

ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນຢູ່ແຜ່ນສີລາອະນຸສາວະລີ ສວຍແມກມ໋າງ (ຕາແສງ ເຕິນບີ່ງ, ເທດສະບານແຂວງ ຢີ໊ອານ) -ເຊິ່ງແມ່ນສະຖານທີ່ປະຫວັດສາດບ່ອນທີ່ດໍາເນີນບັ້ນສູ້ຮົບ ແມກມ໋າງ (ຍັງເອີນແມ່ນ ສວຍເຊາະ), ຫ່າງຈາກນີ້ 49 ປີ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄປຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ແມ່ຕູ້ ເລທິນ໊າວ, ອາຍຸ 95 ປີ, ນັກຮົບເກົ່າທີ່ຖືກສັດຕູຈັບຂັງຄຸກ ແລະປະຈຸບັນພວມດໍາລົງຊີວິດ ຢູ່ ຕາແສງ ເຕິນບີ່ງ, ເມືອງ ຢີ໊ອານ.

ແປໂດຍ: ເຈິ່ນຮວ່ຽນ