leftcenterrightdel
ທ່ານ Bruno Angelet ເອກອັກຄະລັດຖະທູດ-ຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ພິທີເລີ່ມເຄື່ອນໄຫວໂຄງການ. ພາບ: ກີມແອັງ

ສອງນະຄອນຂອງຫວຽດນາມລວມມີ ຮ່າໂນ້ຍ ແລະນະຄອນ ໂຮ່ຈີມີນ, ຈະໄດ້ຈັດເປັນຄູ່ກັບສອງນະຄອນ ເອີລົບ ແມ່ນ ມີລານ (ອີຕາລີ) ແລະ Košice (ສະໂລວາເກຍ).

“ບັນດານະຄອນໂລກ” ແມ່ນໂຄງການຂອງ ອີຢູ, ດ້ວຍມູນຄ່າ 700.000 ເອີໂຣ ໂດຍກົມໃຫຍ່ກ່ຽວກັບນະໂຍບາຍຕົວເມືອງ ແລະພາກພື້ນ (DG REGIO) ສັງກັດຄະນະກໍາມະການ ເອີລົບ ຢູ່ນະຄອນຫຼວງ Brussels, ປະເທດແບນຊິກ ຄຸ້ມຄອງ. ໂຄງການນີ້ເລີ່ມຕົ້ນມາຈາກການກະທໍາກະກຽມຂອງລັດຖະສະພາ ເອີລົບ ເພື່ອແນໃສ່ຊຸກຍູ້ການແລກປ່ຽນບົດຮຽນ ແລະບັນດາພຶດຕິກໍາຕົວຈິງດີທີ່ສຸດລະຫວ່າງ ອີຢູ ແລະບັນດາປະເທດບໍ່ສັງກັດ ອີຢູ ກ່ຽວກັບຫົວຂໍ້ພັດທະນາຜືນແຜ່ນດິນ, ດ້ວຍຈຸດສຸມແມ່ນການພັດທະນາຕົວເມືອງແບບຍືນຍົງ. ເປົ້າໝາຍພື້ນຖານຂອງໂຄງການ “ບັນດານະຄອນໂລກ” ແມ່ນເພື່ອແນໃສ່ຊຸກຍູ້ບັນດາກາລະໂອກາດຕະຫຼາດ ແລະສ້າງວຽກເຮັດງານທໍາໄປຄຽງຂ້າງກັບເລື່ອງເດີນຕາມການພັດທະນາເສດຖະກິດແບບຍືນຍົງຂອງບັນດານະຄອນເຂົ້າຮ່ວມໂຄງການ, ຜ່ານນັ້ນເພີ່ມທະວີການຮ່ວມມືທີ່ຝ່າຍຕ່າງມີຜົນປະໂຫຍດ.

ໃນຂອບເຂດໂຄງການ, ບັນດາການກະທໍາຈະໄດ້ຮັບການສ້າງຂຶ້ນເພື່ອແນໃສ່ເພີ່ມທະວີ “ການຮ່ວມມືສາມຝ່າຍ” ລະຫວ່າງບັນດາລັດຖະບານ, ວົງການຄົ້ນຄວ້າ ແລະດຳເນີນທຸລະກິດ. ການຮ່ວມມືຈະອີງໃສ່ເລື່ອງກໍານົດບັນດານະຄອນທົດລອງ ແລະສ້າງບັນດາການກະທໍາສໍາລັບການປະຕິບັດໃນໄລຍະສັ້ນໃນບັນດາຂົງເຂດຢ່າງລະອຽດ, ເຊິ່ງລວມການປະດິດຄິດສ້າງໃຫ້ແກ່ຕົວເມືອງ (ນະຄອນທັນສະໄໝ) ແລະບັນດາເຕັກໂນໂລຊີຂຽວ (ນໍາໃຊ້ພະລັງງານຢ່າງມີປະສິດທິຜົນ, ການພັດທະນາກັບກາກບອນຕໍ່າ). ບັນດາຂົງເຂດຄວນຜັນຂະຫຍາຍເຊິ່ງບັນດານະຄອນ/ພາກພື້ນເຂົ້າຮ່ວມໂຄງການຈະຕັດສິນໃຈດ້ວຍການໜູນຊ່ວຍຈາກຝ່າຍຖັນແຖວພະນັກງານໂຄງການຢ່າງແຮງ, ແລະບົນພື້ນຖານການສົມທົບກັບ DG REGIO ບັນດາຄະນະຜູ້ຕາງໜ້າ ອີຢູ ປະຈໍາບັນດາປະເທດເຂົ້າຮ່ວມ, ບັນດາອົງການປະເທດທີ່ກ່ຽວຂ້ອງຖ້າມີຄວາມຈຳເປັນ.

ກ່າວຄໍາເຫັນທີ່ພິທີເລີ່ມເຄື່ອນໄຫວໂຄງການ, ທ່ານ Bruno Angelet ເອກອັກຄະລັກຖະທູດ-ຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈໍາ ຫວຽດນາມ ເນັ້ນໜັກວ່າ, ນັບທັງ ອີຢູ ແລະຫວຽດນາມ ລ້ວນແຕ່ເຫັນວ່າການພັດທະນາບັນດານະຄອນແມ່ນປັດໄຈສໍາຄັນໃນການຊຸກຍູ້ການພັດທະນາແບບຍືນຍົງໃນໂລກ. “ອີຢູ ແລະບັນດາປະເທດສະມາຊິກໃຫ້ຄໍາໝັ້ນສັນຍາຮ່ວມມືກັບບັນດາຄູ່ຮ່ວມມືໃນທົ່ວໂລກ, ເພື່ອສ້າງບັນດາກາລະໂອກາດຮ່ວມມືນະຄອນກັບນະຄອນ ແລະຊຸກຍູ້ການແລກປ່ຽນບັນດາວິທີການແກ້ໄຂຕົວເມືອງ ແລະຖອດຖອນບົດຮຽນເຊິ່ງກັນ ແລະກັນເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍຂອງການພັດທະນາແບບຍືນຍົງ ຢູ່ ບັນດາປະເທດຄູ່ຮ່ວມມືຂອງ ອີຢູ”, ທ່ານ Bruno Angelet ເອກອັກຄະລັດຖະທູດ ໄດ້ຢັ້ງຢືນຄືດັ່ງກ່າວ.

ທີ່ພິທີ, ບັນດາຜູ້ແທນໄດ້ຮັບຟັງບັນດາພາກສ່ວນທີ່ນຳສະເໜີ ແລະປຶກສາຫາລືກ່ຽວກັບຫົວຂໍ້ “ການມີຫົວຄິດປະດິດສ້າງສະຫງວນໃຫ້ບັນດານະຄອນທັນສະໄໝ ແລະຂຽວ” ໄດ້ນຳສະເໜີຍ້ອນບັນດາຜູ້ຕາງໜ້າທີ່ມາຈາກ ຮ່າໂນ້ຍ, ນະຄອນ ໂຮ່ຈີມີນ (ຫວຽດນາມ), ມີລານ (ອີຕາລີ) ແລະKošice (ສະໂລວາເກຍ).

ຄຽງຂ້າງ ຫວຽດນາມ, ໂຄງການ “ບັນດານະຄອນໂລກ” ພ້ອມທັງໄດ້ຮັບການຜັນຂະຫຍາຍ ຢູ່ ອົດສະຕາລີ, ອິນໂດເນເຊຍ, ອາຟະລິກາໃຕ້ ແລະສ.ເກົາຫຼີ. ໂຄງການນີ້ກໍ່ຈະເລີ່ມເຄື່ອນໄຫວບົນພື້ນຖານການຮ່ວມມືທາງເຄືອຂ່າຍອິນເຕີແນັດເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການແລກປ່ຽນຂໍ້ມູນຂ່າວສານ ແລະບັນດາພຶດຕິກໍາທີ່ດີລະຫວ່າງ ອີຢູ ແລະບັນດາປະເທດນອກ ອີຢູ.

ແປໂດຍ: ເຈິ່ນຮວ່ຽນ