ເຂົ້າຮ່ວມກອງປະຊຸມມີທ່ານ ຫງວຽນຖ້ຽນເຍີນ, ກໍາມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈິມິນ; ທ່ານ Ted Osius ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ຫວຽດນາມ; ຜູ້ຕາງໜ້າການນໍາບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ແລະ20 ທ້ອງຖິ່ນມີການພົວພັນດ້ານການຄ້າກັບ ອາເມລິກາ ແລະວິສາຫະກິດ ອາເມລິກາ ປະມານ 100 ແຫ່ງ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ມີງຫງວຽນ

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຮ່າກິມງອັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ການພົວພັນລະຫວ່າງສອງປະເທດ ຫວຽດນາມ-ອາເມລິກາ ພວມພັດທະນາຢ່າງແຮງ ແລະຕັ້ງໜ້າ, ພິເສດແມ່ນພາຍຫຼັງການໄປຢ້ຽມຢາມ ອາເມລິກາ ຂອງທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ຫວ່າງແລ້ວນີ້. ທັງ ຫວຽດນາມ ແລະອາເມລິກາ ລ້ວນແຕ່ເຫັນດີເປັນເອກະພາບສະຫງວນບຸລິມະສິດຊຸກຍູ້ດ້ານການຄ້າ ແລະການລົງທຶນ, ພ້ອມກັນໃຫ້ຄໍາໝັ້ນສັນຍາເພື່ອສ້າງວຽກເຮັດງານທໍາ, ເຕີບໂຕດ້ານການຄ້າ... ກອງປະຊຸມຄັ້ງນີ້ມຸ່ງໄປເຖິງການເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ, ໃນນັ້ນມີນະຄອນໂຮ່ຈິມິນ ແລະບັນດາທ້ອງຖິ່ນ, ວິສາຫະກິດ ອາເມລິກາ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນຍູ້ແຮງສາຍພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ ແລະອາເມລິກາ.

 ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນຖ້ຽນເຍີນ ຖືວ່າ: ນີ້ແມ່ນໂອກາດທີ່ສະດວກໃຫ້ແກ່ບັນດາວິສາຫະກິດ ອາເມລິກາ ຮ່ວມມືກັບ ຫວຽດນາມ ເພື່ອໝູນໃຊ້ບັນດາທ່າແຮງຂອງພື້ນຖານເສດຖະກິດ ຫວຽດນາມ ໃນການລົງທຶນ, ການຄ້າ. ຕາງໜ້າການນໍານະຄອນໂຮ່ຈິມິນ, ທ່ານ ຫງວຽນຖ້ຽນເຍີນ ຮຽກຮ້ອງບັນດາວິສາຫະກິດ ອາເມລິກາ ສືບຕໍ່ຊອກຫາກາລະໂອກາດຮ່ວມມືດ້ານການລົງທຶນກັບນະຄອນ ແລະໃຫ້ຄໍາໝັ້ນສັນຍາວ່າ: ຈະສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ອາເມລິກາ ເຂົ້າມາລົງທຶນ, ດໍາເນີນທຸລະກິດຍາວນານຢູ່ນະຄອນ...

ທີ່ກອງປະຊຸມ, ສະຫະສະມາຄົມການຄ້າ ອາເມລິກາ ແລະບັນດາວິສາຫະກິດ ອາເມລິກາ ກໍ່ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການປະຕິຮູບລະບຽບການບໍລິຫານ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ຕ່າງປະເທດມາຊອກຮູ້, ລົງທຶນຢູ່ ຫວຽດນາມ. ທ່ານ Ted Osius ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງການນໍາ ແລະບັນດາທ້ອງຖິ່ນຂອງ ຫວຽດນາມ ໃນການປັບປຸງດັດຊະນີແກ່ງແຍ້ງ  CPI, ແລະຖືວ່າ, ກອງປະຊຸມຄັ້ງນີ້ຈະນໍາມາກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ການເຊື່ອມຕໍ່, ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງສອງຝ່າຍ, ພິເສດແມ່ນລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ກັບບັນດາວິສາຫະກິດ ອາເມລິກາ. ໃນຂອບເຂດກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືຫົວຂໍ້ສໍາຄັນຫຼາຍຢ່າງເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ແປໂດຍ: ຫງວຽນກຸກ