ໃນໄລຍະຈະມາເຖິງ, ກະຊວງວິທະຍາສາດ ແລະເຕັກໂນໂລຢີ ຈະສະເໜີກົນໄກໜູນຊ່ວຍບັນດາຜະລິດຕະພັນແຫ່ງຊາດ, ຜະລິດຕະພັນເຕັກໂນໂລຢີສູງໃນການແຊກຊຶມເຂົ້າຕະຫຼາດພາຍໃນປະເທດ ແລະໂຄສະນາເຜີຍແຜ່ເຄື່ອງໝາຍການຄ້າອອກສູ່ຕ່າງປະເທດ.

leftcenterrightdel
ພາບປະກອບຄັດຈາກ: enternews.vn.

ເພື່ອສືບຕໍ່ຜັນຂະຫຍາຍ 3 ໂຄງການດັ່ງກ່າວຢ່າງມີປະສິດທິຜົນ, ກະຊວງວິທະຍາສາດ ແລະເຕັກໂນໂລຢີ ຕ້ອງເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສືບຕໍ່ຜັນຂະຫຍາຍມີຈຸດສຸມ, ເພີ່ມທະວີການຮ່ວມສໍາພັນກັບບັນດາໂຄງການ ແລະໜ້າທີ່ຂອງບັນດາໂຄງການຕາມລະບົບມູນຄ່າເພື່ອສ້າງເປັນບັນດາຜະລິດຕະພັນ, ສິນຄ້າທີ່ມີເຄື່ອງໝາຍການຄ້າຫວຽດນາມ ມີມູນຄ່າເພີ່ມ ແລະລັກສະນະແກ່ງແຍ້ງສູງໃນຕະຫຼາດ.

ພ້ອມທັງ, ຄົ້ນຄວ້າ, ສ້າງມາດຕະຖານ ແລະຂໍ້ກຳນົດກ່ຽວກັບເລື່ອງຮັບຮອງເອົາຜະລິດຕະພັນແຫ່ງຊາດ; ສະເໜີກົນໄກໜູນຊ່ວຍບັນດາຜະລິດຕະພັນແຫ່ງຊາດ, ຜະລິດຕະພັນເຕັກໂນໂລຢີສູງໃນການແຊກຊຶມເຂົ້າຕະຫຼາດພາຍໃນປະເທດ ແລະໂຄສະນາເຜີຍແຜ່ເຄື່ອງໝາຍການຄ້າອອກສູ່ຕ່າງປະເທດ ເພື່ອສົ່ງເສີມວິສາຫະກິດເຂົ້າຮ່ວມບັນດາໂຄງການ; ຍູ້ແຮງການໂຄສະນາກ່ຽວກັບເນື້ອໃນ, ໝາກຜົນ, ຜະລິດຕະພັນຂອງບັນດາໂຄງການແຫ່ງຊາດ, ສ້າງກຳລັງແຜ່ຂະຫຍາຍໃນປະຊາຄົມວິສາຫະກິດຫວຽດນາມ. ຄະນະຊີ້ນໍາກໍ່ເຫັນດີເລື່ອງສືບຕໍ່ຜັນຂະຫຍາຍ 3 ໂຄງການໃນໄລຍະຫຼັງປີ 2020.

ໂດຍ: ເຈິ່ນຮວ່ຽນ