ຕ້ອງການມີບຸກທະລຸກ່ຽວກັບລະບອບລະບຽບການ, ຈິນຕະນາການຄຸ້ມຄອງ

ເວທີປາໄສຄັ້ງນີ້ມີ 3 ກອງປະຊຸມສຳມະນາຫົວເລື່ອງສະເພາະ, ລວມມີ: ບໍລິຫານການລະດົມທຶນ ແລະພັດທະນາພື້ນຖານໂຄງລ່າງຢ່າງມີປະສິດທິຜົນ; ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະປັບປຸງຄວາມໝັ້ນຄົງພະລັງງານຮັບປະກັນພັດທະນາແບບຍືນຍົງ; ກໍານົດທິດພັດທະນາພື້ນຖານເສດຖະກິດດີຈີຕອນໃນສະພາບການປະຕິວັດອຸດສາຫະກໍາ 4.0. ແລະວາລະເຈລະຈານະໂຍບາຍຂັ້ນສູງສັງລວມພາຍໃຕ້ຫົວຂໍ້ “ເສດຖະກິດຫວຽດນາມປີ 2018 ແລະແງ່ຫວັງປີ 2019: ປັບປຸງພື້ນຖານໃຫ້ແກ່ການເຕີບໂຕໄວ ແລະຍືນຍົງ”.

ທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງ ໃຫ້ຮູ້ວ່າ, ພັດທະນາໄວ ແລະຍືນຍົງແມ່ນແຜນນະໂຍບາຍຂອງພັກ ແລະລັດຫວຽດນາມ, ໃນນັ້ນໄດ້ກໍານົດ 3 ບຸກທະລຸຍຸດທະສາດເພື່ອພັດທະນາແມ່ນ: ລະບອບລະບຽບການ, ໂຄງລ່າງ ແລະແຫຼ່ງຊັບພະຍາກອນມະນຸດ.

ທ່ານ ຫງວຽນວັນບິ່ງ ໃຫ້ຮູ້ວ່າ, ໃນໂລກທີ່ຮາບຮຽງ, ບັນດາປະເທດບໍ່ແມ່ນລື່ນກາຍກັນດ້ານກໍາລັງວັດຖຸ, ຫາກແມ່ນດ້ານລະບອບລະບຽບການ. ບັນດາປະເທດແກ່ງແຍ້ງກັນດ້ວຍລະບອບລະບຽບການ. ມີລະບອບລະບຽບການທີ່ດີຈະດຶງດູດນັກລົງທຶນ, ດຶງດູດວິທະຍາສາດ ແລະເຕັກໂນໂລຢີໃນທົ່ວໂລກໄດ້.

ທ່ານ ຫງວຽນວັນບິ່ງ ຖືວ່າ, ພວກເຮົາຄວນເສີມຂະຫຍາຍປະສິດທິຜົນຂອງທຸກພາກສ່ວນເສດຖະກິດ, ໃນນັ້ນ, ເສດຖະກິດເອກະຊົນຄວນໄດ້ຮັບຄວາມເອົາໃຈໃສ່ສ້າງເງື່ອນໄຂພັດທະນາ ເພື່ອກາຍເປັນກໍາລັງໜູນສໍາຄັນໃນພື້ນຖານເສດຖະກິດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຢາມບັນດາຮ້ານວາງສະແດງຜະລິດຕະພັນທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ.

ການສຶກສາແມ່ນສໍາຄັນແຖວໜ້າ

ບັນດາຄໍາເຫັນທີ່ກອງປະຊຸມລ້ວນແຕ່ຕີລາຄາວ່າປັດໄຈມະນຸດສວມບົດບາດສໍາຄັນທີ່ສຸດໃນການພັດທະນາພື້ນຖານເສດຖະກິດດີຈີຕອນ. ສິ່ງດັ່ງກ່າວວາງອອກບົດບາດສໍາຄັນທີ່ສຸດຂອງການສຶກສາ.

ຕາມທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານແລ້ວ, ເພື່ອພັດທະນາເສດຖະກິດດີຈີຕອນ, ແມ່ນຕ້ອງຖືເປັນສໍາຄັນການບໍາລຸງສ້າງຊັບພະຍາກອນມະນຸດ, ໃນນັ້ນການບໍາລຸງສ້າງພາສາອັງກິດ ແລະເຕັກໂນໂລຢີຂໍ້ມູນຂ່າວສານແມ່ນຕ້ອງບັງຄັບ.

ໝູນໃຊ້ບັນດາສັນຍາການຄ້າທີ່ໄດ້ລົງນາມແລ້ວ ເປັນຢ່າງດີ

ສົງຄາມການຄ້າລະຫວ່າງ ອາເມລິກາ-ຈີນ ສົ່ງຜົນກະທົບບໍ່ສະດວກເຖິງພື້ນຖານເສດຖະກິດໂລກ, ເຖິງຢ່າງໃດກໍ່ຕາມພື້ນຖານເສດຖະກິດຫວຽດນາມ ຍັງຄົງຮັກສາລະດັບເຕີບໂຕສູງ. ທ່ານ Jonathan Dunn, ຫົວໜ້າຜູ້ຕາງໜ້າກອງທຶນເງິນຕາສາກົນ (IMF) ປະຈໍາ ຫວຽດນາມ ກ່າວວ່າ “ຫວຽດນາມ ໄດ້ສະແດງໃຫ້ເຫັນກໍາລັງແຮງພາຍໃນ ແລະຄວາມສາມາດຮັບມືກັບບັນດາປັດໄຈບໍ່ສະດວກຈາກພາຍນອກ”.

ສຳລັບຈຸດດີໃນການບໍລິຫານເສດຖະກິດຂອງຫວຽດນາມ, ຜູ້ແທນຫຼາຍທ່ານຕີລາຄາສູງເລື່ອງຫວຽດນາມ ແມ່ນປະເທດຕັ້ງໜ້າແຖວໜ້າຢູ່ອາຊີ ໃນການເຂົ້າຮ່ວມບັນດາສັນຍາການຄ້າສອງຝ່າຍ  ແລະຫຼາຍຝ່າຍ. ບັນຫາວາງອອກແມ່ນຫວຽດນາມ ຄວນໝູນໃຊ້ບັນດາ FTA ທີ່ໄດ້ລົງນາມແລ້ວເປັນຢ່າງດີ. ເພື່ອພັດທະນາໄວ ແລະຍືນຍົງ, ບັນຫາພັດທະນາແບບກວມລວມ, ບໍ່ປະໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ຄົນທຸກຍາກຖືກຄ້າງໄວ້ຢູ່ເບື້ອງຫຼັງໄດ້ວາງອອກ. ພ້ອມກັນນັ້ນແມ່ນການນໍາໃຊ້ພະລັງງານສະອາດເພື່ອຮັບປະກັນສິ່ງແວດລ້ອມ.

ບຸລິມະສິດນະໂຍບາຍລົງທຶນເຂົ້າຊັບພະຍາກອນມະນຸດ ແລະໂຄງລ່າງສະຫຼາດ

ໃນຍຸດທະສາດເຕີບໂຕໄວ ແລະຍືນຍົງ, ລັດຖະບານຫວຽດນາມ ໄດ້ກໍານົດ 3 ເສົາຄໍ້າສໍາຄັນລວມມີ: ເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມ. ນັ້ນແມ່ນຫຼັກການ “ສາມໃນໜຶ່ງ” ຂອງການພັດທະນາ. ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໃຫ້ຮູ້ວ່າ, ປີ 2019 ແລະໃນຊຸມປີຕໍ່ໄປ, ລັດຖະບານຈະສຸມໃສ່ເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ, ສັງຄົມ ແລະປັບປຸງພື້ນຖານເສດຖະກິດຢ່າງໝັ້ນຄົງ, ຜ່ານນັ້ນເພີ່ມທະວີຄວາມສາມາດຮັບມືຕໍ່ບັນດາການຜັນແປຂອງພື້ນຖານເສດຖະກິດໂລກ.

ນັບແຕ່ປີ 2019, ລັດຖະບານຈະບຸລິມະສິດນະໂຍບາຍລົງທຶນເຂົ້າຊັບພະຍາກອນມະນຸດ ແລະພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ, ພິເສດແມ່ນໂຄງລ່າງສະຫຼາດ, ໂຄງລ່າງການປະຕິວັດອຸດສາຫະກໍາ 4.0. ພ້ອມກັນນັ້ນ, ໃນຊຸມປີຕໍ່ໜ້າລັດຖະບານກໍ່ຈະບຸລິມະສິດໃຫ້ແກ່ການປະຕິຮູບດ້ານການສຶກສາ, ສຸມໃສ່ບັນດາຂະແໜງວິທະຍາສາດ, ເຕັກໂນໂລຢີ, ເຕັກນິກ ແລະຄະນິດສາດ, ຮັບປະກັນໃຫ້ນັກສຶກສາເມື່ອຮຽນຈົບ ຈະມີບັນດາທັກສະໂດຍພື້ນຖານ ແລະເໝາະສົມກັບຍຸກສະໄໝການປະຕິວັດອຸດສາຫະກໍາ  4.0.

ໂດຍ: ທູຈາງ