ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ຮັບຮູ້ວ່າ, ຂົງເຂດໄປສະນີໂທລະຄົມມະນາຄົມ ແລະຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ປະກອບລາຍຮັບສູງໃຫ້ແກ່ປະເທດ, ສ້າງເປັນຫຼາຍວິສາຫະກິດໃຫຍ່ທີ່ມີເຄື່ອງໝາຍການຄ້າ. ຂົງເຂດຄອມພິວເຕີສາດ, ຮັບປະກັນຄວາມປອດໄພໃນການສື່ສານໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງລັດຖະບານເອເລັກໂຕນິກ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: Chinhphu.vn.

ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ລັດຖະບານເຫັນດີຕໍ່ຂໍ້ສະໜີໃຫ້ກະຊວງຖະແຫຼງຂ່າວ ແລະສື່ສານສ້າງຮ່າງປັບປຸງບັນດາກົດໝາຍວ່າດ້ວຍໂທລະຄົມມະນາຄົມ, ສື່ມວນຊົນ. ທ່ານ ຫງວຽນຊວນຟຸກ ມອບໃຫ້ກະຊວງຖະແຫຼງຂ່າວ ແລະສື່ສານສ້າງຮ່າງຍື່ນສະເໜີຕໍ່ລັດຖະບານດຳລັດວ່າດ້ວຍການແບ່ງປັນພື້ນຖານຂໍ້ມູນ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຊົມງານວາງສະແດງໂທລະສັບສະຫຼາດຂອງ Vingroup. ພາບ: Chinhphu.vn.

ໃນໄລຍະຈະມາເຖິງ, ທ່ານ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະສື່ສານ ເຮັດແນວໃດເພື່ອໃຫ້ຫວຽດນາມມີອັນດັບສູງກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ເພາະນີ້ແມ່ນພື້ນຖານຂອງທຸກຂົງເຂດ, ພື້ນຖານຂອງເສດຖະກິດດີຈີຕອນ, ພິເສດແມ່ນຕ້ອງຍູ້ແຮງການຜະລິດບັນດາອຸປະກອນໂທລະຄົມມະນາຄົມຫວຽດນາມ. ສໍາລັບຂົງເຂດຮັບປະກັນຄວາມປອດໄພໃນການສື່ສານ, ທ່ານ ຫງວຽນຊວນຟຸກ ຊີ້ນໍາກະຊວງຖະແຫຼງຂ່າວ ແລະສື່ສານຄວນພັດທະນາບັນດາວິສາຫະກິດຄວາມໝັ້ນຄົງທາງອິນເຕີແນັດເພື່ອໃຫ້ຫວຽດນາມກາຍເປັນ “ປະເທດມະຫາອຳນາດກ່ຽວກັບຄວາມໝັ້ນຄົງທາງອິນເຕີແນັດ”.

ໂດຍ: ຄໍາແພງ