ສະຫາຍ ຫງວຽນເທ໋ຕຸ່ງ, ເຮັດວຽກຢູ່ກົມໃຫຍ່ເຕັກນິກ, ຖາມວ່າ: ຄວາມຮັບຜິດຊອບຂອງກະຊວງປ້ອງກັນປະເທດກ່ຽວກັບການປະຕິບັດປະກັນສຸຂະພາບໃນກອງທັບ ແລະຄວາມຮັບຜິດຊອບຂອງລັດຖະມົນຕີກະຊວງປ້ອງກັນປະເທດໃນການຈັດຕັ້ງປະຕິບັດປະກັນສຸຂະພາບສໍາລັບນາຍ ແລະພົນທະຫານ ໄດ້ກໍານົດຄືແນວໃດ?

ຕອບ: ມາດຕາ 7c, ກົດໝາຍວ່າດ້ວຍປະກັນສຸຂະພາບເລກທີ 46/2014/ສພຊ13 ໄດ້ກໍານົດຄວາມຮັບຜິດຊອບໃນການປະຕິບັດປະກັນສຸຂະພາບຂອງກະຊວງປ້ອງກັນປະເທດ ດັ່ງນີ້: ຊີ້ນໍາ, ຄຸ້ມຄອງ, ແນະນໍາ, ຈັດຕັ້ງປະຕິບັດປະກັນສຸຂະພາບສໍາລັບບັນດາເປົ້າໝາຍທີ່ກໍາລັງປະຕິບັດງານ, ເຮັດວຽກ, ຮໍ່າຮຽນໃນກະຊວງປ້ອງກັນປະເທດ ແລະຍາດຕິພີ່ນ້ອງຂອງນາຍ ແລະພົນທະຫານ, ກົດລັບ; ສ້າງບັນຊີລາຍຊື່ ແລະສະໜອງບັນຊີລາຍຊື່ອອກບັດປະກັນສຸຂະພາບ; ກວດກາການປະຕິບັດຂໍ້ກໍານົດຂອງກົດໝາຍກ່ຽວກັບຄວາມຮັບຜິດຊອບເຂົ້າຮ່ວມປະກັນສຸຂະພາບບັນດາເປົ້າໝາຍຂອງກະຊວງປ້ອງກັນປະເທດ; ສົມທົບກັບກະຊວງສາທາລະນະສຸກ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງແນະນໍາຮາກຖານກວດ ແລະປິ່ນປົວພະຍາດຂອງກະຊວງປ້ອງກັນປະເທດ ສົມທົບກັນກວດ ແລະປິ່ນປົວພະຍາດປະກັນສຸຂະພາບກັບປະກັນສັງຄົມເພື່ອກວດ ແລະປິ່ນປົວພະຍາດໃຫ້ບັນດາເປົ້າໝາຍເຂົ້າຮ່ວມປະກັນສຸຂະພາບ.

leftcenterrightdel
ພາບປະກອບ:qdnd.vn.

ມາດຕາ 27 ແລະ 28 ດໍາລັດເລກທີ 70/2015/NĐ-CP ລົງວັນທີ 1 ກັນຍາ 2015 ຂອງລັດຖະບານ ໄດ້ກໍານົດຢ່າງລະອຽດ ແລະແນະນໍາປະຕິບັດບາງມາດຕາຂອງກົດໝາຍວ່າດ້ວຍປະກັນສຸຂະພາບສໍາລັບກອງທັບປະຊາຊົນ, ຕໍາຫຼວດປະຊາຊົນ ແລະຜູ້ເຮັດວຽກງານກົດລັບ ກໍານົດຄວາມຮັບຜິດຊອບຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໃນການປະຕິບັດປະກັນສຸຂະພາບສໍາລັບນາຍ ແລະພົນທະຫານດັ່ງນີ້: ເປັນເຈົ້າພາບ, ສົມທົບກັນກັບລັດຖະມົນຕີກະຊວງສາທາລະນະສຸກ, ລັດຖະມົນຕີກະຊວງການເງິນ ແນະນໍາປະຕິບັດບັນດາຂໍ້, ມາດຕາ ເຊິ່ງລັດຖະບານ ໄດ້ມອບໃຫ້ກ່ຽວກັບປະກັນສຸຂະພາບສຳລັບນາຍ ແລະພົນທະຫານ; ປັບປຸງ, ບູລະນະຈັດຕັ້ງປະກັນສຸຂະພາບ, ບັນດາຮາກຖານກວດ ແລະປິ່ນປົວພະຍາດໃນກະຊວງປ້ອງກັນປະເທດເພື່ອຕອບສະໜອງການປະຕິບັດປະກັນສຸຂະພາບສໍາລັບນາຍ ແລະພົນທະຫານ; ຊີ້ນໍາການເຊື່ອມຕໍ່ລະຫວ່າງລະບົບຂໍ້ມູນກວດ ແລະປິ່ນປົວພະຍາດປະກັນສຸຂະພາບຂອງກະຊວງປ້ອງກັນປະເທດກັບລະບົບຂໍ້ມູນກວດ ແລະປິ່ນປົວພະຍາດຂອງຂະແໜງສາທາລະນະສຸກ ແລະຂະແໜງປະກັນສັງຄົມ, ຮັບປະກັນຄວາມຮຽກຮ້ອງສະເພາະກ່ຽວກັບໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ສົນໃຈຕິດຕໍ່ສອບຖາມໄດ້ທີ່: ພະແນກບັນນາທິການວຽກງານພັກ-ວຽກງານການເມືອງ, ໜັງສືພິມກອງທັບປະຊາຊົນຫວຽດນາມ, ເຮືອນເລກທີ 7, ຖະໜົນ ຟານດິ່ງຟຸ່ງ, ຮ່າໂນ້ຍ; ໂທລະສັບ: 069.696.514; 024.37478610; ອີເມວ: chinhtriqdnd@yahoo.com.vn.

ໂດຍ: ໄຊຊະນະ