ບັນດາອົງການ, ກົມກອງກໍາລັງປະກອບອາວຸດນະຄອນຫຼວງ ຮ່າໂນ້ຍ ໄດ້ສົມທົບກັບໂຮງໝໍເສນາຮັກ, ໂຮງໝໍປະຊາຊົນຕ່າງໆຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ, ເບິ່ງແຍງລ້ຽງດູແມ່ຫວຽດນາມວິລະຊົນ, ຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍ... ບັນດາວຽກງານນັ້ນສືບຕໍ່ຢັ້ງຢືນມູນເຊື້ອ, ສິນທໍາ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ”, ການຕອບບຸນແທນຄຸນຂອງຊາດ, ການຮູ້ບຸນຄຸນ ແລະການເບິ່ງແຍງດູແລຂອງພັກ, ລັດ, ກອງທັບ, ນະຄອນ ຮ່າໂນ້ຍ ແລະທົ່ວປວງຊົນທັງຊາດຕໍ່ຜູ້ທີ່ມີຄຸນງາມຄວາມດີ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບການເຄື່ອນໄຫວຕອບບຸນແທນຄຸນຂອງກໍາລັງປະກອບອາວຸດນະຄອນຫຼວງ ຮ່າໂນ້ຍ.

leftcenterrightdel
ຜູ້ຕາງໜ້າການນໍາກອງບັນຊາການນະຄອນຫຼວງ ຮ່າໂນ້ຍ ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍທີ່ດີເດັ່ນຢູ່ຕາແສງ ຕາມຮຽບ, ເມືອງ ຟຸກເຖາະ. ພາບ: ຖາວມີ.
leftcenterrightdel
ພະນັກງານ, ນັກຮົບກອງພັນໃຫຍ່ 59, ກອງພົນ 301 ຊ່ວຍປະຊາຊົນເມືອງ ເຈືອງໝີ໋ ເກັບກ່ຽວເຂົ້າ. ພາບ: ຖາວມີ.
leftcenterrightdel
ຈ່າຍເງິນຕາມລະບອບໃຫ້ບັນດາເປົ້າໝາຍຕາມຂໍ້ຕົກລົງເລກທີ 142, 62 ແລະ 49 ຂອງນາຍົກລັດຖະມົນຕີ. ພາບ: ຖາວມີ.
leftcenterrightdel
ກອງບັນຊາການທະຫານເທດສະບານແຂວງ ເຊີນໄຕ ສົມທົບກັບໂຮງຮຽນນາຍທະຫານປືນໃຫຍ່ປຸກສ້າງເຮືອນແຫ່ງສາຍຈິດມິດໃຈມອບໃຫ້ທ່ານນາງ ຄວດທິຫງາດ ຢູ່ຕາແສງ ຈຸງເຊີນເຈີມ, ເທດສະບານແຂວງ ເຊີນໄຕ. ພາບ: ຖາວມີ.
leftcenterrightdel
ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ບັນດາເປົ້າໝາຍນະໂຍບາຍຢູ່ເມືອງ ແທງຈີ່. ພາບ: ຖາວມີ.

ແປໂດຍ: ຮວ່າງເຈື່ອງ