ທ່ານ ເລແອງຢູ໋ງ, ຕາແສງ ໄຕຢາງ, ເມືອງ ຕ່ຽນຫາຍ, ແຂວງ ໄທບິ່ງ ຖາມວ່າ: ປີ 1986, ຂ້າພະເຈົ້າ ໄປສັນລະສູດທັງ 2 ປະເພດທະຫານເສຍອົງຄະ ແລະທະຫານເຈັບປ່ວຍ, ດ້ວຍອັດຕາແມ່ນ 70%, ໃນນັ້ນ, ອັດຕາເສຍອົງຄະແມ່ນ 30%. ປະຈຸບັນຂ້າພະເຈົ້າພວມໄດ້ຊົມໃຊ້ລະບອບທະຫານເຈັບປ່ວຍປະເພດ 2, ດ້ວຍອັດຕາ 70%. ເດືອນ ມີນາ 2018, ຂ້າພະເຈົ້າໄດ້ສັນລະສູດບາດເຈັບທີ່ຍັງເຫຼືອຄືນ, ອັດຕາເສຍອົງຄະກໍ່ເພີ່ມຂຶ້ນຕື່ມ 18%, ບວກກັບອັດຕາເສຍອົງຄະເກົ່າ 30%, ແມ່ນໄດ້ 48%. ຕາມນັ້ນຂ້າພະເຈົ້າຈະໄດ້ບວກອັດຕາສັນລະສູດບາດເຈັບທີ່ຍັງເຫຼືອ ແລະອາການເຈັບເປັນເກົ່າເພື່ອຊົມໃຊ້ລະບອບທະຫານເຈັບປ່ວຍປະເພດ 1 ຫຼືບໍ? ລະບອບໃໝ່ຂອງຂ້າພະເຈົ້າຈະໄດ້ຄິດໄລ່ຄືແນວໃດ ຈຶ່ງຖືກ?

ຄໍາຕອບ:

ຕາມຂໍ້ 3, ມາດຕາ 30 ດຳລັດເລກທີ 31/2013/NĐ-CP ລົງວັນທີ 9 ເມສາ 2013 ຂອງລັດຖະບານ: “ຜູ້ຖືກບາດເຈັບທີ່ໄດ້ສັນລະສູດອັດຕາເສຍອົງຄະແລ້ວ, ແຕ່ຍັງເຫຼືອບາດເຈັບບໍ່ທັນໄດ້ຮັບການສັນລະສູດແມ່ນຈະໄດ້ສັນລະສູດເພີ່ມເຕີມ ແລະລວມເອົາອັດຕາຫຼຸດຜ່ອນຄວາມສາມາດອອກແຮງງານເພື່ອຊົມໃຊ້ລະບອບບຸລິມະສິດ”.

leftcenterrightdel
ພາບປະກອບຈາກ: hoanhap.vn.

ເຖິງຢ່າງໃດກໍ່ຕາມ, ບໍ່ມີຂໍ້ກໍານົດວ່າພາຍຫຼັງສັນລະສູດອັດຕາເສຍອົງຄະຄືນແລ້ວແມ່ນຈະໄດ້ບວກກັບອັດຕາຫຼຸດຜ່ອນຄວາມສາມາດອອກແຮງງານຍ້ອນອາການເຈັບເປັນ (ທະຫານເຈັບປ່ວຍ) ເພື່ອຊົມໃຊ້ລະບອບທະຫານເຈັບປ່ວຍສູງກວ່າ.

ກໍລະນີ, ພາຍຫຼັງສັນລະສູດບາດເຈັບທີ່ຍັງເຫຼືອ, ການອຸດໜູນສໍາລັບທະຫານເສຍອົງຄະພັດສູງກວ່າການອຸດໜູນສໍາລັບທະຫານເຈັບປ່ວຍ, ໝາຍຄວາມວ່າທ່ານໄດ້ຮັບການພິຈາລະນາຫັນປ່ຽນການອຸດໜູນສໍາລັບທະຫານເສຍອົງຄະ.

 

ແປໂດຍ: ຫງວຽນກຸກ