ປະຈຸບັນ, ຂ້າພະເຈົ້າໄປເຮັດວຽກຄືນ, ແຕ່ວ່າສຸຂະພາບຍັງອ່ອນເພຍ, ສະນັ້ນຂ້າພະເຈົ້າຍັງໄດ້ຊົມໃຊ້ລະບອບຫຍັງຈາກກອງທຶນປະກັນສັງຄົມຕື່ມອີກບໍ່?

leftcenterrightdel
ພະນັກງານກອງທັບກໍາລັງປະຕິບັດງານ ແລະກິນບໍານານມາກວດພະຍາດຢູ່ໂຮງໝໍສູນກາງກອງທັບ 108. ພາບ: ຕ໋ຽນດາດ.

ຕອບ: ຕາມຂໍ້ 1, ມາດຕາ 6 ຄຳສັ່ງແນະນຳເລກທີ 105/2016/TTLT-BQP-BCA-BLĐTBXH ລົງວັນທີ 30 ມິຖຸນາ 2016 ຂອງກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມ, ກຳນົດໄວ້ວ່າ: ຜູ້ອອກແຮງງານໄດ້ຊົມໃຊ້ລະບອບເຈັບເປັນແຕ່ 30 ວັນຂຶ້ນໄປໃນປີ, ໃນເວລາປະມານ 30 ວັນທຳອິດທີ່ໄປເຮັດວຽກຄືນເຊິ່ງສຸຂະພາບບໍ່ທັນແຂງແຮງຈະໄດ້ພັກຜ່ອນເພື່ອຟື້ນຟູສຸຂະພາບ. ໄດ້ກຳນົດລະອຽດຄືດັ່ງນີ້: ພັກວຽກຫຼາຍສຸດແມ່ນ 10 ວັນສຳລັບຜູ້ອອກແຮງງານເຊິ່ງສຸຂະພາບບໍ່ທັນແຂງແຮງພາຍຫຼັງເວລາພັກເຈັບເປັນຍ້ອນເປັນພະຍາດຕ້ອງປິ່ນປົວໃນຫຼາຍວັນ; ພັກວຽກຫຼາຍສຸດແມ່ນ 7 ວັນສຳລັບຜູ້ອອກແຮງງານທີ່ມີສຸຂະພາບບໍ່ທັນຟື້ນຟູພາຍຫຼັງເຈັບເປັນຍ້ອນຜ່າຕັດ; ພັກວຽກ 5 ວັນສຳລັບບັນດາກໍລະນີອື່ນ.

ເວລາພັກວຽກເພື່ອຟື້ນຟູສຸຂະພາບລວມມີທັງວັນພັກບຸນຕ່າງໆ, ພັກປີໃໝ່, ພັກປະຈຳອາທິດ. ລະດັບຊົມໃຊ້ບຳລຸງ,  ຟື້ນຟູສຸຂະພາບພາຍຫຼັງເຈັບເປັນ 1 ວັນແມ່ນເທົ່າກັບ 30% ລະດັບເງິນເດືອນພື້ນຖານໃນຈຸດເວລາທີ່ຄິດໄລ່ການຊົມໃຊ້ລະບອບບຳລຸງ,  ຟື້ນຟູສຸຂະພາບ.

ສະນັ້ນ, ສະຫາຍຈະໄດ້ພັກວຽກຊົມໃຊ້ລະບອບເຈັບເປັນແມ່ນ 35 ວັນ ແລະໃນເວລາ 30 ວັນທຳອິດທີ່ສະຫາຍໄປເຮັດວຽກຄືນແຕ່ສຸຂະພາບຍັງບໍ່ທັນແຂງແຮງ, ສະຫາຍຈະໄດ້ພັກວຽກເພື່ອບຳລຸງ, ຟື້ນຟູສຸຂະພາບ.  ລະດັບຊົມໃຊ້ລະບອບຟື້ນຟູສຸຂະພາບພາຍຫຼັງເຈັບເປັນໄດ້ຄິດໄລ່ຕາມການກຳນົດໄວ້ຢູ່ຂ້າງເທິງ.

ສົນໃຈຕິດຕໍ່ສອບຖາມໄດ້ທີ່: ພະແນກບັນນາທິການວຽກງານພັກ, ວຽກງານການເມືອງ, ໜັງສືພິມກອງທັບປະຊາຊົນຫວຽດນາມ, ເຮືອນເລກທີ 7, ຖະໜົນ ຟານດິ່ງຟຸ່ງ, ຮ່າໂນ້ຍ; ໂທລະສັບ: 069.696.514; 024.37478610;  ອີເມວ: chinhtriqdnd@yahoo.com.vn.

 

ແປໂດຍ: ​ຮຸຍດົງ