ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ຫົວໜ້າບັນນາທິການໃຫຍ່ ໜັງສືພິມກອງທັບປະຊາຊົນ ແລະທ່ານພັນເອກພິເສດ ຫງວຽນວັນດີ້ງ, ຜູ້ອໍານວຍການອົງການປະກັນສັງຄົມ ກະຊວງປ້ອງກັນປະເທດ ເປັນປະທານຮ່ວມການໂອ້ລົມສົນທະນາດັ່ງກ່າວ.

ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ, ທ່ານພົນຕີ ໂດ໊ກັນ ເນັ້ນໜັກວ່າ: ການປະກັນສັງຄົມແມ່ນໜຶ່ງໃນບັນດານະໂຍບາຍໃຫຍ່ ໃນລະບົບນະໂຍບາຍສັງຄົມຂອງພັກ ແລະລັດ. ປະຕິບັດນະໂຍບາຍປະກັນສັງຄົມເປັນຢ່າງດີ ຈະປະກອບສ່ວນເຮັດໃຫ້ການດໍາລົງຊີວິດຂອງພະນັກງານ, ນັກຮົບ ແລະຄອບຄົວເປັນປົກກະຕິ, ປະກອບສ່ວນປະຕິບັດໜ້າທີ່ຂອງກອງທັບຢ່າງມີໄຊ.

leftcenterrightdel
ທ່ານພົນຕີ ໂດ໊ກັນ ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ. ພາບ: ຫງວຽນຖາວ.

ປັດຈຸບັນ, ນະໂຍບາຍປະກັນສັງຄົມໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານໃນກອງທັບ, ບັນດາເປົ້າໝາຍເປັນກໍາມະກອນ, ລັດຖະກອນ, ຜູ້ອອກແຮງງານ ແລະຍາດຕິພີ່ນ້ອງຂອງນາຍ ແລະພົນທະຫານ; ພິເສດໄດ້ຜັນຂະຫຍາຍການປະຕິບັດນະໂຍບາຍປະກັນສຸຂະພາບສໍາລັບນາຍ ແລະພົນທະຫານຖືກຕ້ອງຕາມວິວັດທະນາການກໍານົດຂອງລັດຖະບານ ແລະກະຊວງປ້ອງກັນປະເທດ, ຕາມນັ້ນແລ້ວ, ນາຍ ແລະພົນທະຫານ 100% ໄດ້ເຂົ້າຮ່ວມປະກັນສຸຂະພາບນັບແຕ່ ປີ 2018; ໄດ້ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບ, ລະດົມໄດ້ກໍາລັງຄວາມສາມາດບົ່ມຊ້ອນຂອງທັງລະບົບການແພດ, ຂອງຂະແໜງປະກັນສັງຄົມ ແລະທົ່ວສັງຄົມໃນການສົ່ງເສີມສຸຂະພາບໃຫ້ແກ່ນາຍ ແລະພົນທະຫານ

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ຫງວຽນຖາວ.

ທ່ານພົນຕີ ໂດ໊ກັນ ເນັ້ນໜັກວ່າ, ຕໍ່ຄວາມຮຽກຮ້ອງຕ້ອງການໜ້າທີ່ ໃນການກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ວາງອອກຄວາມຮຽກຮ້ອງຕ້ອງການຕໍ່ວຽກງານຈັດຕັ້ງການປະຕິບັດບັນດາ ລະບອບ, ນະໂຍບາຍປະກັນສັງຄົມ, ປະກັນສຸຂະພາບໃຫ້ແກ່ນາຍທະຫານ, ທະຫານວິຊາການ, ນາຍສິບ, ນັກຮົບ, ຜູ້ອອກແຮງງານ ທີ່ກໍາລັງຮັບໃຊ້ໃນກອງທັບ ແລະບັນດາເປົ້າໝາຍອື່ນໂດຍກົດໝາຍກໍານົດໄວ້; ປະກັນສຸຂະພາບສໍາລັບຍາດຕິພີ່ນ້ອງຂອງນາຍ ແລະພົນທະຫານ; ຄຸ້ມຄອງກອງທຶນປະກັນສັງຄົມ, ປະກັນສຸຂະພາບໄດ້ນໍາໃຊ້ໃນກອງທັບຕາມຂໍ້ກໍານົດຂອງກົດໝາຍ.

ທ່ານພົນຕີ ໂດ໊ກັນ ສະເໜີອົງການປະກັນສັງຄົມ ກະຊວງປ້ອງກັນປະເທດ ຕ້ອງປະຕິບັດນະໂຍບາຍປະກັນສັງຄົມ, ປະກັນສຸຂະພາບໃນເງື່ອນໄຂໃໝ່ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເພື່ອໃຫ້ກອງທັບປະຕິບັດວຽກງານຮັບປະກັນຊີວິດສັງຄົມເປັນຢ່າງດີ, ລະດົມກໍາລັງໃຈພະນັກງານ, ນັກຮົບໃຫ້ມີຄວາມອຸ່ນອ່ຽນໃຈເຮັດວຽກ, ກໍ່ສ້າງກອງທັບ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ.

 

ແປໂດຍ: ທູຈາງ