ຕອບ: ຕາມຂໍ້ກໍານົດທີ່ລະບຸໄວ້ໃນຈຸດ b, ຂໍ້ 2, ມາດຕາ 4 ຂອງຄຳສັ່ງແນະນຳເລກທີ 105/2016/TTLT-BQP-BCA-BLĐTBXH, ລົງວັນທີ 30 ມີຖຸນາ 2016 ລະຫວ່າງກະຊວງປ້ອງກັນປະເທດ, ກະຊວງຕໍາຫຼວດ, ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມ: ກໍລະນີໃນເວລາດຽວກັນຜູ້ອອກແຮງງານມີລູກສອງຄົນຂຶ້ນໄປມີອາຍຸຕໍ່າກວ່າ 7 ປີທີ່ຖືກເຈັບເປັນ, ເວລາທີ່ໄດ້ຊົມໃຊ້ລະບອບເມື່ອລູກເປັນເຈັບແມ່ນໄດ້ຄິດໄລ່ກັບເວລາຕົວຈິງທີ່ຜູ້ອອກແຮງງານພັກການ ເພື່ອເບິ່ງແຍງດູແລລູກ; ເວລາຫຼາຍທີ່ສຸດທີ່ຜູ້ອອກແຮງງານພັກການໃນໜຶ່ງປີໃຫ້ລູກແຕ່ລະຄົນໄດ້ປະຕິບັດຕາມຂໍ້ກໍານົດຢູ່ຂໍ້ 1, ມາດຕາ 27, ກົດໝາຍວ່າດ້ວຍປະກັນສັງຄົມ.

leftcenterrightdel
ພະນັກງານຫ້ອງເຕັກໂນໂລຢີຂໍ້ມູນຂ່າວສານ-ສໍາເນົາເອກະສານ/ອົງການປະກັນສັງຄົມກະຊວງປ້ອງກັນປະເທດ ດໍາເນີນການພິມ ແລະອອກບັດປະກັນສຸຂະພາບໃຫ້ແກ່ບັນດາກົມກອງ. ພາບ: bhxhbqp.vn.

ອີງຕາມຂໍ້ກໍານົດດັ່ງກ່າວ, ເວລາສະຫາຍໄດ້ພັກການ ເພື່ອເບິ່ງແຍງດູແລລູກສອງຄົນທີ່ເປັນເຈັບນັບແຕ່ວັນທີ 6 ມາຮອດວັນທີ 30 ກັນຍາ 2017 ແມ່ນ 25 ມື້; ລົບ 3 ມື້ພັກການປະຈໍາອາທິດອອກແມ່ນວັນອາທິດ, ສະນັ້ນເວລາທີ່ສະຫາຍໄດ້ຊົມໃຊ້ເງິນອຸດໜູນເມື່ອພັກການ ເພື່ອມາເບິ່ງແຍງດູແລລູກສອງຄົນນັ້ນແມ່ນ 22 ມື້.

ເອື້ອຍ ຫງວຽນທິຊວນ ຢູ່ເມືອງ ລ້າງຢາງ, ແຂວງ ບັກຢາງ, ຖາມວ່າ: ຜົວເມຍຂ້າພະເຈົ້າເຮັດວຽກຢູ່ໂຮງງານດຽວກັນ ແລະພ້ອມກັນເຂົ້າຮ່ວມປະກັນສັງຄົມ, ມີລູກອາຍຸຕໍ່າກວ່າ 7 ປີເປັນໄຂ້ຕ້ອງໄດ້້້ໄປປິ່ນປົວຢູ່ໂຮງໝໍເປັນເວລາ 10 ມື້; ຜົວເມຍຂ້າພະເຈົ້າລ້ວນແຕ່ຂໍພັກການ ເພື່ອເບິ່ງແຍງດູແລລູກ. ສະນັ້ນ, ພວກຂ້າພະເຈົ້າໄດ້ຊົມໃຊ້ລະບອບເມື່ອລູກເຈັບເປັນຄືແນວໃດ?

ຕອບ: ອີງຕາມມາດຕາ 27, ກົດໝາຍວ່າດ້ວຍປະກັນສັງຄົມສະບັບເລກທີ 58/2014/QH13 ກໍານົດກ່ຽວກັບເວລາຊົມໃຊ້ລະບອບເມື່ອລູກເຈັບເປັນຄືດັ່ງນີ້: ເວລາຊົມໃຊ້ລະບອບເມື່ອລູກເປັນເຈັບໃນໜຶ່ງປີໃຫ້ລູກແຕ່ລະຄົນໄດ້ຄິດໄລ່ຕາມຈໍານວນມື້ເບິ່ງແຍງດູແລລູກ, ຫຼາຍທີ່ສຸດແມ່ນ 20 ມື້ເຮັດວຽກຖ້າລູກມີອາຍຸຕໍ່າກວ່າ 3 ປີ; ຫຼາຍທີ່ສຸດແມ່ນ 15 ມື້ເຮັດວຽກຖ້າລູກມີອາຍຸແຕ່ 3 ປີເຖິງຕໍ່າກວ່າ 7 ປີ. ກໍລະນີທັງພໍ່ ແລະແມ່ພ້ອມກັນເຂົ້າຮ່ວມປະກັນສັງຄົມນັ້ນເວລາຊົມໃຊ້ລະບອບເມື່ອລູກເຈັບເປັນຂອງສະເພາະຜູ້ເປັນພໍ່ ຫຼືແມ່ຕາມຂໍ້ກໍານົດດັ່ງກ່າວ.

ເວລາພັກວຽກ ເພື່ອຊົມໃຊ້ລະບອບເມື່ອລູກເປັນໄຂ້ຕ້ອງໄດ້ຄິດໄລ່ຕາມມື້ເຮັດວຽກບໍ່ນັບວັນພັກບຸນຕ່າງໆ, ພັກບຸນປີໃໝ່, ວັນພັກການປະຈໍາອາທິດ. ລະດັບຊົມໃຊ້ລະບອບເມື່ອລູກເຈັບເປັນແມ່ນເທົ່າກັບ 75% ລະດັບເງິນເດືອນພື້ນຖານຈ່າຍປະກັນສັງຄົມຂອງເດືອນຕໍ່ໄປກ່ອນທີ່ພັກການ. ລະດັບຊົມໃຊ້ເງິນອຸດໜູນມື້ໜຶ່ງໄດ້ຄິດໄລ່ແມ່ນເທົ່າກັບລະດັບອຸດໜູນຕາມເດືອນຫານໃຫ້ 24 ມື້. ຍ້ອນທັງສອງຜົວເມຍລ້ວນແຕ່ພັກການ ເພື່ອເບິ່ງແຍງດູແລລູກ, ສະນັ້ນຈຶ່ງພ້ອມກັນໄດ້ຊົມໃຊ້ລະບອບລູກເປັນໄຂ້ຕາມຂໍ້ກໍານົດຄືດັ່ງກ່າວ.

ສົນໃຈຕິດຕໍ່ສອບຖາມໄດ້ທີ່: ພະແນກບັນນາທິການວຽກງານພັກ, ວຽກງານການເມືອງ, ໜັງສືພິມກອງທັບປະຊາຊົນຫວຽດນາມ, ເຮືອນເລກທີ 7, ຖະໜົນ ຟານດິ່ງຟຸ່ງ, ຮ່າໂນ້ຍ; ໂທລະສັບ: 069.696.514; 024.37478610;  ອີເມວ: chinhtriqdnd@yahoo.com.vn.

 

ແປໂດຍ: ເກື່ອງດັ້ງ