ພົນທະຫານຊັ້ນ 1 ຮວ່າງດັງນິງ, ນັກຮົບກອງພົນ 324 ແບ່ງປັນຄວາມໃນໃຈວ່າ: “ຄອບຄົວຂອງຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນ, ພໍ່ຂອງຂ້າພະເຈົ້າເປັນພະຍາດວັນນະໂລກ, ສ່ວນແມ່ຂອງຂ້າພະເຈົ້າ ກໍ່ເຈັບປ່ວຍເປັນປະຈໍາ. ໃນເມື່ອກ່ອນ, ແຕ່ລະເທື່ອເມື່ອພໍ່ແມ່ຂອງຂ້າພະເຈົ້າ ເຂົ້າໂຮງໝໍເພື່ອປິ່ນປົວພະຍາດແມ່ນຄອບຄົວຕ້ອງໄດ້ໄປກູ້ຢືມເງິນ. ແຕ່ວ່າ, ນັບແຕ່ເມື່ອຂ້າພະເຈົ້າເຂົ້າເປັນທະຫານ, ພໍ່ແມ່ໄດ້ຮັບບັດປະກັນສຸຂະພາບ, ສະນັ້ນ, ຄ່າໃຊ້ຈ່າຍໄດ້ຫຼຸດລົງຫຼາຍ. ນີ້ແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງ, ຊ່ວຍໃຫ້ຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈປະຕິບັດສໍາເລັດພັນທະແລະຮັກກົມກອງກວ່າອີກ”.

leftcenterrightdel
ພາບປະກອບ:qdnd.vn.

ສ່ວນທ່ານພັນເອກພິເສດ ເລຮົ່ງເຍີນ, ຫົວໜ້າກອງພົນ 324 ແບ່ງປັນວ່າ: ຕາມຄໍາສັ່ງແນະນໍາ ເລກທີ 49/2016TTLT-BYT-BTC ທີ່ໄດ້ລົງນາມໃນວັນທີ 14 ເມສາ 2016 ຊີ້ແຈ້ງວ່າ, ຍາດຕິພີ່ນ້ອງຂອງນາຍ ແລະ ພົນທະຫານ, ລວມມີ: ພໍ່ຄີງ, ແມ່ຄີງ; ພໍ່ຄີງ, ແມ່ຄີງຂອງເມຍຫຼືຜົວ; ເມຍຫຼືຜົວ; ລູກຄີງ, ລູກລ້ຽງຖືກຕ້ອງຕາມກົດໝາຍມີອາຍຸບໍ່ເກີນ 18 ປີ;  ລູກລ້ຽງ, ລູກຄີງມີອາຍຸ 18 ປີຂຶ້ນໄປ ແຕ່ເປັນພິການຕາມຂໍ້ກໍານົດຂອງກົດໝາຍ... ລ້ວນແຕ່ໄດ້ຮັບບັດປະກັນສຸຂະພາບ. ໂດຍປະຕິບັດຕາມຂໍ້ກໍານົດນີ້, ແຕ່ລະປີ, ຄະນະພັກ, ຜູ້ບັນຊາການກອງພົນ ຍາມໃດກໍ່ຊີ້ນໍາບັນດາອົງການຮັບຜິດຊອບປະຕິບັດການສະເໜີຕໍ່ຂັ້ນເທິງແຈກຢາຍ, ປ່ຽນບັດປະກັນສຸຂະພາບໃຫ້ແກ່ຍາດຕິພີ່ນ້ອງຂອງນາຍ ແລະພົນທະຫານ ຢ່າງເຂັ້ມງວດເພື່ອຮັບປະກັນສິດຜົນປະໂຫຍດ. ຍາດຕິພີ່ນ້ອງຂອງນາຍ ແລະພົນທະຫານໃນກົມກອງ 100% ລ້ວນແຕ່ໄດ້ຮັບບັດປະກັນສຸຂະພາບຕາມຂໍ້ກໍານົດຂອງກົດໝາຍ.

 

ແປໂດຍ: ທູຈາງ