ເອື້ອຍ ຈິ້ງທິເຈົາ, ຢູ່ເມືອງ ລູກຫງ້ານ, ແຂວງ ບັ໋ກຢາງ, ຖາມ: ຂ້າພະເຈົ້າ ແມ່ນຜູ້ອອກແຮງງານຕາມສັນຍາ, ເປັນພະນັກງານ ຫ້ອງການຂອງບໍລິສັດ. ໄດ້ເຂົ້າປະກັນສັງຄົມແບບບັງຄັບເປັນເວລາ 6 ປີແລ້ວ. ຂ້າພະເຈົ້າຖືກອຸບັດຕິເຫດ ແລະຕ້ອງພັກວຽກເພື່ອປິ່ນປົວໃນໄລຍະ 2 ເດືອນ. ສະນັ້ນ, ເວລາ ແລະການຊົມໃຊ້ລະບອບເຈັບເປັນ ຂອງຂ້າພະເຈົ້າຈະໄດ້ຄິດໄລ່ຄືແນວໃດ?

leftcenterrightdel
ພາບປະກອບຄັດຈາກ tinnhanhchungkhoan.vn.

ຕອບ: ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1, ມາດຕາ 25, ກົດໝາຍວ່າດ້ວຍການປະກັນສັງຄົມ ປີ 2014, ເຈົ້າມີເງື່ອນໄຂຢ່າງຄົບຖ້ວນເພື່ອຊົມໃຊ້ລະບອບເຈັບເປັນ. ເວລາພັກວຽກທີ່ໄດ້ຊົມໃຊ້ລະບອບເຈັບເປັນແມ່ນອີງຕາມຂໍ້ກຳນົດໃນຈຸດ a, ຂໍ້ 1, ມາດຕາ 26, ກົດໝາຍວ່າດ້ວຍການປະກັນສັງຄົມ ປີ 2014, ລາຍລະອຽດດັ່ງລຸ່ມນີ້: ຜູ້ອອກແຮງງານເຮັດວຽກໃນເງື່ອນໄຂທຳມະດາຈະໄດ້ຊົມໃຊ້ເວລາເຈັບເປັນ 30 ວັນ ຖ້າຫາກໄດ້ຈ່າຍເງິນປະກັນສັງຄົມບໍ່ເກີນ 15 ປີ; ແລະ 60 ວັນຖ້າຫາກໄດ້ຈ່າຍເງິນປະກັນສັງຄົມແຕ່ 30 ປີ ຂຶ້ນໄປ.

ສຳລັບເຈົ້າໄດ້ຈ່າຍເງິນປະກັນສັງຄົມໃນເວລາ 6 ປີແລ້ວ ຈະໄດ້ຊົມໃຊ້ລະບອບເຈັບເປັນສູງສຸດແມ່ນໃນເວລາ 30 ວັນຕໍ່ປີ, ບົນພື້ນຖານມີເອກະສານຄົບຖ້ວນຕາມການກຳນົດຂອງກົດໝາຍ.

ເອື້ອຍ ຮວ່າງທິບິກ, ຢູ່ເມືອງ ອຶງຮວ່າ, ນະຄອນຮ່າໂນ້ຍ, ຖາມວ່າ: ຂ້າພະເຈົ້າ ແມ່ນຜູ້ອອກແຮງງານຕາມສັນຍາບໍ່ກຳນົດເວລາ, ແລະໄດ້ເຂົ້າປະກັນສັງຄົມແບບບັງຄັບເປັນເວລາ 18 ປີ ແລະເປັນຊ່າງເຮັດຢາງ, ນອນຢູ່ໃນບັນຊີອາຊີບໜັກໜ່ວງ, ທາດເບື່ອ, ອັນຕະລາຍ. ສະນັ້ນໃນໜຶ່ງປີ ຂ້າພະເຈົ້າຈະໄດ້ຊົມໃຊ້ລະບອບເຈັບເປັນສູງສຸດແມ່ນຈັກວັນຈາກກອງທຶນປະກັນສັງຄົມ ແລະລະບອບການຊົມໃຊ້ແມ່ນຄືແນວໃດ?

ຕອບ: ຕາມທີ່ໄດ້ກໍານົດໄວ້ໃນຈຸດ b, ຂໍ້ 1, ມາດຕາ 26, ກົດໝາຍວ່າດ້ວຍການປະກັນສັງຄົມ ປີ 2014 ໄດ້ກຳນົດເວລາຊົມໃຊ້ລະບອບເຈັບເປັນສຳລັບຜູ້ອອກແຮງງານແມ່ນຂຶ້ນກັບສາມປັດໄຈ: ເງື່ອນໄຂເຮັດວຽກ, ບ່ອນເຮັດວຽກ ແລະເວລາເຂົ້າປະກັນສັງຄົມ, ລາຍລະອຽດດັ່ງລຸ່ມນີ້:

ກ່ຽວກັບເວລາຊົມໃຊ້ລະບອບເຈັບເປັນ: ຜູ້ອອກແຮງງານເຮັດອາຊີບ ຫຼື ເຮັດວຽກໜັກ, ທາດເບື່ອ, ອັນຕະລາຍ. ພິເສດແມ່ນເຮັດວຽກງານໜັກໜ່ວງ, ທາດເບື່ອ, ອັນຕະລາຍທີ່ນອນຢູ່ໃນບັນຊີ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ, ກະຊວງສາທາລະນະສຸກ ປະກາດໃຊ້ແມ່ນຈະໄດ້ພັກວຽກໃນເວລາ 40 ວັນ, ຖ້າຫາກວ່າໄດ້ຈ່າຍເງິນປະກັນສັງຄົມບໍ່ເກີນ 15 ປີ.

ກ່ຽວກັບລະດັບການຊົມໃຊ້ລະບອບເຈັບເປັນແມ່ນເທົ່າກັບ 75% ຂອງລະດັບເງິນເດືອນເພື່ອເປັນບ່ອນອີງໃນການຈ່າຍເງິນປະກັນສັງຄົມຂອງເດືອນຕໍ່ໄປກ່ອນທີ່ຈະພັກວຽກ.

ອີງຕາມຂໍ້ກໍານົດດັ່ງກ່າວ, ເຈົ້າໄດ້ຈ່າຍເງິນປະກັນສັງຄົມໃນເວລາບໍ່ເກີນ 15 ປີ, ສະນັ້ນເວລາຊົມໃຊ້ລະບອບເຈັບເປັນສູງສຸດຂອງເຈົ້າແມ່ນ 40 ວັນຕໍ່ປີ.  ລະດັບຊົມໃຊ້ລະບອບເຈັບເປັນແມ່ນ 75% ລະດັບເງິນເດືອນທີ່ຈ່າຍເງິນປະກັນສັງຄົມຂອງເດືອນຕໍ່ໄປກ່ອນທີ່ຈະພັກວຽກ, ຄູນກັບຈຳນວນວັນພັກວຽກທີ່ໄດ້ຊົມໃຊ້ລະບອບປະກັນສັງຄົມ.

ສົນໃຈຕິດຕໍ່ສອບຖາມໄດ້ທີ່: ພະແນກບັນນາທິການວຽກງານພັກ-ວຽກງານການເມືອງ, ໜັງສືພິມກອງທັບປະຊາຊົນຫວຽດນາມ, ເຮືອນເລກທີ 7, ຖະໜົນ ຟານດິ່ງຟຸ່ງ, ຮ່າໂນ້ຍ; ໂທລະສັບ: 069.696.514; 024.37478610; ອີເມວ: chinhtriqdnd@yahoo.com.vn.

ແປໂດຍ: ຈາງຫງວຽນ