ເມື່ອລາຍງານຕໍ່ ຄະນະກໍາມາທິການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ກ່ຽວກັບສະພາບການປະຕິບັດນະໂຍບາຍ, ລະບອບປະກັນສັງຄົມ, ຄຸ້ມຄອງ ແລະນໍາໃຊ້ກອງທຶນປະກັນສັງຄົມປີ 2017 ໃນກອງທັບ, ທ່ານພັນເອກພິເສດ ຫງວຽນວັນດີ້ງ, ຜູ້ອໍານວຍການປະກັນສັງຄົມ ກະຊວງປ້ອງກັນປະເທດ ເນັ້ນໜັກວ່າ: ປີ 2017, ວຽກງານປະກັນສັງຄົມໃນກອງທັບ ໄດ້ຮັບການຜັນຂະຫຍາຍຢ່າງມີຈຸດສຸມ, ຫັນນະໂຍບາຍປະກັນສັງຄົມເປັນລະອຽດຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ແກ່ 92.221 ກໍລະນີ. ພ້ອມກັນນັ້ນ, ຍູ້ແຮງການຜັນຂະຫຍາຍໂຄງການ “ກໍ່ສ້າງລະບົບເຕັກໂນໂລຢີຂໍ້ມູນຂ່າວສານໃນການຄຸ້ມຄອງປະກັນສັງຄົມ, ປະກັນສຸຂະພາບຂອງປະກັນສັງຄົມກະຊວງປ້ອງກັນປະເທດ, ໄລຍະ 2017-2019”. ປະກັນສັງຄົມກະຊວງປ້ອງກັນປະເທດ ກໍ່ສະເໜີແນະຄະນະກໍາມາທິການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ບາງເນື້ອໃນທີ່ຍັງຄົງຄ້າງ, ບໍ່ເໝາະສົມກັບຂໍ້ກໍານົດໃນກົດໝາຍວ່າດ້ວຍການປະກັນສັງຄົມ ສໍາລັບບັນດາເປົ້າໝາຍເຂົ້າຮ່ວມປະກັນສັງຄົມໃນກອງທັບ.

 

ແປໂດຍ: ທູຈາງ