* ສະຫາຍ ຮວ່າງວັນເຕິມ, ຜູ້ອອກແຮງງານຕາມສັນຍາ, ຊ່າງຂຸດຄົ້ນບໍ່ແຮ່ ຢູ່ວິສາຫະກິດກອງທັບ, ຖາມວ່າ, ຂ້າພະເຈົ້າ ເຂົ້າປະກັນສັງຄົມແບບບັງຄັບລຽນຕິດແຕ່ເດືອນ ກໍລະກົດ 2014; ວັນທີ 29 ພະຈິກ 2015, ຂ້າພະເຈົ້າ ຕິດພະຍາດທີ່ນອນຢູ່ໃນບັນຊີພະຍາດຄວນໄດ້ຮັບການປິ່ນປົວຍາວນານ. ສະນັ້ນຕ້ອງໄດ້ພັກວຽກເພື່ອປິ່ນປົວພະຍາດຈົນຮອດປັດຈຸບັນ. ສະນັ້ນ, ເວລາ ແລະການຊົມໃຊ້ເວລາເຈັບເປັນຂອງຂ້າພະເຈົ້າ ແມ່ນຄິດໄລ່ແນວໃດ?

ຕອບ: ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 32, ແຈ້ງການເລກທີ  59/2015/TT-BLĐTBXH  ລົງວັນທີ 29 ທັນວາ 2015 ຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ, ຖ້າ: ຜູ້ອອກແຮງງານພັກວຽກຍ້ອນຕິດພະຍາດທີ່ນອນຢູ່ໃນບັນຊີພະຍາດຄວນໄດ້ຮັບການປິ່ນປົວຍາວນານ ໂດຍກະຊວງສາທາລະນະສຸກ ປະກາດໃຊ້ທີ່ກໍາລັງຊົມໃຊ້ເວລາເຈັບເປັນກ່ອນວັນທີ 1 ມັງກອນ 2016 ແລະແຕ່ວັນທີ 1 ມັງກອນ 2016 ກໍ່ພວມຊົມໃຊ້ເວລາເຈັບເປັນນັ້ນກໍ່ໄດ້ສືບຕໍ່ປະຕິບັດລະບອບເຈັບເປັນ, ບໍ່ຈໍາກັດເວລາໄດ້ຮັບການອຸດໜູນຕາມລະບຽບການທີ່ໄດ້ກໍານົດໄວ້ໃນຈຸດ b, ຂໍ້ 2, ມາດຕາ 26 ຂອງກົດໝາຍວ່າດ້ວຍການປະກັນສັງຄົມ.

leftcenterrightdel
ແຕ່ວັນທີ 1 ມັງກອນ 2018, ເປົ້າໝາຍເຂົ້າປະກັນສັງຄົມ ໄດ້ຮັບການເປີດກວ້າງຕື່ມອີກ, ລວມມີຜູ້ອອກແຮງງານມີສັນຍາຈ້າງແຕ່ 1 – 3 ເດືອນ, ຜູ້ອອກແຮງງານຕ່າງປະເທດມີໃບອະນຸຍາດແຮງງານ. ພາບ: baodautu.vn.

ປຽບທຽບກັບຂໍ້ກໍານົດດັ່ງກ່າວ, ສະຫາຍ ບໍ່ຖືກຈໍາກັດການຊົມໃຊ້ເວລາເຈັບເປັນຕາມເວລາຈ່າຍເງິນປະກັນສັງຄົມ, ເຊິ່ງໄດ້ພັກວຽກຊົມໃຊ້ເວລາເຈັບເປັນສູງສຸດແມ່ນ 180 ວັນ/ປີ, ດ້ວຍລະດັບ 75%; ຫຼັງຈາກນັ້ນ, ຖ້າສະຫາຍສືບຕໍ່ພັກວຽກແມ່ນໄດ້ຊົມໃຊ້ເວລາເຈັບເປັນ 45% ຂອງລະດັບເງິນເດືອນເພື່ອເປັນບ່ອນອີງໃນການຈ່າຍເງິນປະກັນສັງຄົມຂອງເດືອນຕໍ່ໄປກ່ອນເດືອນພັກວຽກ, ເພື່ອຊົມໃຊ້ເວລາເຈັບເປັນ.

* ອ້າຍ ເຈິ່ນດິ່ງແມ້ງ ຢູ່ນະຄອນ ເກີມຝາ, ແຂວງ ກວາງນິງ ຖາມວ່າ, ຂ້າພະເຈົ້າເຮັດວຽກຂຸດຄົ້ນຖ່ານຫີນທີ່ນອນຢູ່ໃນບັນຊີອາຊີບໜັກໜ່ວງ, ທາດເບື່ອ, ອັນຕະລາຍ; ມີເວລາຈ່າຍເງິນປະກັນສັງຄົມແບບບັງຄັບ ແມ່ນ 8 ປີ 6 ເດືອນ. ຂ້າພະເຈົ້າເປັນໄຂ້ມານອນຢູ່ໂຮງໝໍປິ່ນປົວ 60 ວັນຕິດຕໍ່ກັນ, ໃນນັ້ນມີ 51 ວັນເຮັດວຽກ, 8 ວັນພັກປະຈໍາອາທິດ ແລະ 1 ວັນພັກບຸນ, ແຕ່ບໍລິສັດພຽງແຕ່ຄິດໄລ່ການຊົມໃຊ້ເວລາເຈັບເປັນຂອງຂ້າພະເຈົ້າ ແມ່ນ 40 ວັນເທົ່ານັ້ນ, ແມ່ນຖືກບໍ່?

ຕອບ: ຕາມລະບຽບການທີ່ໄດ້ກໍານົດໄວ້ໃນຈຸດ b, ຂໍ້ 1, ມາດຕາ 26, ກົດໝາຍວ່າດ້ວຍການປະກັນສັງຄົມ ປີ 2014, ຖ້າ: ໄລຍະເວລາສູງສຸດໃນການຊົມໃຊ້ເວລາເຈັບເປັນໃນໜຶ່ງປີສໍາລັບຜູ້ອອກແຮງງານເຮັດອາຊີບ ຫຼື ເຮັດວຽກໜັກ, ທາດເບື່ອ, ອັນຕະລາຍ ຫຼື ໜັກໜ່ວງເປັນພິເສດ, ອັນຕະລາຍ ທີ່ນອນຢູ່ໃນບັນຊີ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ, ກະຊວງສາທາລະນະສຸກ ປະກາດໃຊ້ ຈະໄດ້ພັກວຽກແມ່ນ 40 ວັນ, ຖ້າຈ່າຍເງິນປະກັນສັງຄົມບໍ່ເກີນ 15 ປີ.

ສະນັ້ນ, ຕາມເນື້ອໃນທີ່ອ້າຍກ່າວມາຂ້າງເທິງນັ້ນ, ພະແນກບຸກຄະລາກອນຂອງບໍລິສັດ ຄິດໄລ່ການຊົມໃຊ້ເວລາເຈັບເປັນສໍາລັບອ້າຍໃນ 40 ວັນແມ່ນຖືກຕ້ອງຕາມລະບຽບການທີ່ໄດ້ກໍານົດໄວ້ແລ້ວ.

* ເອື້ອຍ ຮ່າທິຖັ໋ມ, ຢູ່ເມືອງ ກ໋ວກອວາຍ, ນະຄອນ ຮ່າໂນ້ຍ, ຖາມວ່າ, ຂ້າພະເຈົ້າ ເຂົ້າປະກັນສັງຄົມແບບສະໝັກໃຈແຕ່ເດືອນ ຕຸລາ 2014 ມາຮອດປັດຈຸບັນ, ທີ່ຜ່ານມາຂ້າພະເຈົ້າເປັນໄຂ້, ແຕ່ບໍ່ໄດ້ຊົມໃຊ້ລະບອບຈາກກອງທຶນປະກັນສັງຄົມ, ຍ້ອນຫຍັງ?

ຕອບ: ຕາມລະບຽບການທີ່ໄດ້ກໍານົດໄວ້ໃນຂໍ້ 2, ມາດຕາ 4, ກົດໝາຍວ່າດ້ວຍການປະກັນສັງຄົມ ປີ 2014, ຖ້າ: ຜູ້ເຂົ້າປະກັນສັງຄົມແບບສະໝັກໃຈ ໄດ້ຊົມໃຊ້ສອງລະບອບ, ນັ້ນແມ່ນລະບອບອຸດໜູນບໍານານ ແລະລະບອບອຸດໜູນເສຍຊີວິດ.

ຜູ້ເຂົ້າປະກັນສັງຄົມແບບສະໝັກໃຈ ພຽງແຕ່ຈ່າຍເງິນປະກັນສັງຄົມເຂົ້າໃນສອງກອງທຶນນັ້ນທີ່ບໍ່ນອນຢູ່ໃນເປົ້າໝາຍຈ່າຍເງິນປະກັນສັງຄົມ ເຂົ້າກອງທຶນອຸປະຕິເຫດແຮງງານ, ພະຍາດອາຊີບ, ເຈັບເປັນ ແລະອອກລູກ. ສະນັ້ນໃນກໍລະນີນີ້, ເອື້ອຍເຂົ້າປະກັນສັງຄົມແບບສະໝັກໃຈ ທີ່ບໍ່ນອນຢູ່ໃນເປົ້າໝາຍແມ່ນໄດ້ຊົມໃຊ້ເວລາເຈັບເປັນ.

ສົນໃຈຕິດຕໍ່ສອບຖາມໄດ້ທີ່: ພະແນກບັນນາທິການວຽກງານພັກ-ວຽກງານການເມືອງ, ໜັງສືພິມກອງທັບປະຊາຊົນຫວຽດນາມ, ເຮືອນເລກທີ 7, ຖະໜົນ ຟານດິ່ງຟຸ່ງ, ຮ່າໂນ້ຍ; ໂທລະສັບ: 069.696.514; 024.37478610; ອີເມວ: chinhtriqdnd@yahoo.com.vn.

 

ແປໂດຍ: ຮວ່າງເຈື່ອງ