ຕາມນັ້ນ, ໃນໄລຍະຈະມາເຖິງ, ສາມປະເທດຈະປະຕິບັດການເຊື່ອມຕໍ່ສາມ​ແບບແມ່ນ: ການເຊື່ອມຕໍ່ກ່ຽວກັບລະບອບລະບຽບການ; ການເຊື່ອມຕໍ່ດ້ານເສດຖະກິດ; ພື້ນຖານໂຄງລ່າງ; ການເຊື່ອມຕໍ່ມະນຸດ. ບັນດາການເຊື່ອມຕໍ່ນີ້ແມ່ນມີການເຂົ້າຮ່ວມປະກອບສ່ວນບໍ່ໜ້ອຍຂອງກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel).

ເຊື່ອມຕໍ່ການນໍາຂອງສາມປະເທດ

ກ່ອນ​ໜ​້ານີ້ກວ່າ 1 ປີ, ຢູ່ ກອງປະຊຸມ CLV ຄັ້ງທີ 9 ໄດ້ຈັດຕັ້ງຢູ່ ຊຽມຣຽບ, ປະເທດກຳປູເຈຍ, ນາຍົກລັດຖະມົນຕີຂອງສາມປະເທດ ຫວຽດນາມ, ລາວ, ກໍາປູເຈຍ ໄດ້ເຫັນດີເປັນເອກະພາບສ້າງຕັ້ງໂທລະພາບຖ່າຍທອດສົດເຊື່ອມຕໍ່ຫ້ອງວ່າການຂອງນາຍົກລັດຖະມົນຕີສາມທ່ານ (ຢູ່ຫວຽດນາມ ແມ່ນຫ້ອງວ່າການລັດຖະບານ). ໜ້າທີ່ນີ້ໄດ້ມອບໝາຍໃຫ້ Viettel, ຍ້ອນ Viettel ມີພື້ນຖານໂຄງລ່າງໂທລະຄົມມະນາຄົມ​ດີ ແລະຄົບຊຸດ​ທີ່​ສຸດຢູ່ທັງສາມປະເທດ.

ເດືອນ ມັງກອນ 2018, Viettel ເປີດສະຫຼອງການເຊື່ອມຕໍ່ໂທລະພາບຖ່າຍທອດສົດຫ້ອງວ່າການລັດຖະບານຂອງສາມປະເທດຫວຽດນາມ-ລາວ-ກໍາປູເຈຍ. ລະບົບໂທລະພາບຖ່າຍທອດສົດນີ້ຊ່ວຍໃຫ້ເລື່ອງພົບປະເຈລະຈາ, ແລກປ່ຽນວຽກງານລະຫວ່າງການນໍາລັດຖະບານສາມປະເທດຢ່າງວ່ອງໄວ ແລະມີປະສິດທິຜົນກວ່າ, ປະກອບສ່ວນຮັດແຄບຊ່ອງຫວ່າງ, ໜູນຊ່ວຍການເຄື່ອນໄຫວທາງການທູດ.

ລົບລ້າງຊ່ອງຫວ່າງກ່ຽວກັບຄ່າບໍລິການ

ກໍ່ຢູ່ທີ່ກອງປະຊຸມ CLV ຄັ້ງທີ 9 ດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີລົບລ້າງຄ່າບໍລິການ  roaming ລະຫວ່າງສາມປະເທດ, ແນໃສ່ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນສາມາດພົບປະແລກປ່ຽນ, ແລກປ່ຽນຂໍ້ມູນຂ່າວສານໃຫ້ກັນຢ່າງສະດວກ. ນັບແຕ່ວັນທີ 1 ມັງກອນ 2017, ລູກຄ້າຂອງ Viettel ຢູ່ທັງສາມປະເທດຫວຽດນາມ, ລາວ, ກໍາປູເຈຍ ເມື່ອປະຕິບັດການຕິດຕໍ່ນຳກັນແມ່ນໄດ້ຫຼຸດຄ່າບໍລິການໃນພາກພື້ນເຖິງກວ່າ 13 ເທົ່າ, ຫຼຸດຄ່າບໍລິການ data ເຖິງ 160 ເທົ່າ, ສ່ວນລາຄາສົ່ງຂໍ້ຄວາມກໍ່ຫຼຸດເກືອບ 10 ເທົ່າ.

ເປັນອັນວ່າ, ການຫຼຸດຄ່າບໍລິການໄດ້ເປັນການກະຕຸກຊຸກຍູ້ເຖິງການສື່ສານ, ຕິດຕໍ່ລະຫວ່າງປະຊາຊົນຂອງສາມປະເທດຫຼາຍກວ່າອີກ, ຊ່ວຍເພີ່ມຄວາມເຂົ້າໃຈ ແລະສ້າງບັນດາກາລະໂອກາດແລກປ່ຽນການຄ້າຕື່ມອີກ.

leftcenterrightdel
ພະນັກງານ Metfone ຜັນຂະຫຍາຍບັນດາບໍລິການໂທລະຄົມມະນາຄົມເຖິງເຂດຊົນນະບົດຂອງກໍາປູເຈຍ. ພາບ: ໂຮ່ກວາງເຟືອງ.

ນະໂຍບາຍ roaming ດັ່ງກ່າວໄດ້ຮັບຖືວ່າເປັນຂີດໝາຍປະຫວັດສາດຂອງທັງຂະແໜງໂທລະຄົມມະນາຄົມໂລກ; ນໍາສາມປະເທດຫວຽດນາມ-ລາວ-ກໍາປູເຈຍ ກາຍເປັນບັນດາປະເທດທໍາອິດໃນໂລກບໍ່ມີຊ່ອງຫວ່າງກ່ຽວກັບໂທລະຄົມມະນາຄົມ, ສ້າງເປັນກຳລັງໜູນສໍາຄັນໃນການຊຸກຍູ້ການແລກປ່ຽນດ້ານເສດຖະກິດ-ການຄ້າ, ວັດທະນະທໍາ, ການທ່ອງທ່ຽວ, ພ້ອມທັງຮັດແໜ້ນສາຍພົວພັນຖານບ້ານໃກ້ເຮືອນຄຽງສະໜິດຕິດພັນໃນພາກພື້ນ, ກະທົບເຖິງບັນດາກຸ່ມເສດຖະກິດໃນໂລກເພື່ອແຜ່ຂະຫຍາຍນະໂຍບາຍນີ້.

ວັນທີ 30 ມີນາ, Viettel ໄດ້ປະກາດຫຼຸດເຖິງ 99% ຄ່າບໍລິການ Roaming ຢູ່ສາມປະເທດໃນພາກພື້ນອາຊຽນແມ່ນ ມຽນມາ,  ຟີລິບປິນ ແລະອິນໂດເນເຊຍ.

ກໍ່ສ້າງພື້ນຖານໂຄງລ່າງໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານທັນສະໄໝທີ່ສຸດ

ພ້ອມກັບການຫຼຸດຄ່າບໍລິການ, Viettel ໄດ້ລົງທຶນເຄືອຂ່າຍ 4G ມີຄວາມໄວສູງ ແລະທັນສະໄໝທີ່ສຸດໃນໂລກຢູ່ບັນດາປະເທດໃນພາກພື້ນອາຊຽນທີ່ມີ Viettel. 100%  ສະຖານີຮັບສົ່ງສັນຍານ 4G ຂອງ Viettel ລ້ວນແຕ່ນໍາໃຊ້ເຕັກໂນໂລຢີທັນສະໄໝທີ່ສຸດໃນໂລກ ຄື 4T4R (4 ສົ່ງສັນຍານ, 4 ຮັບສັນຍານ), ອະນຸຍາດໃຫ້ເປີດກວ້າງເຂດສົ່ງສັນຍານເຖິງ  1,4 ເທົ່າ  ແລະເພີ່ມຄວາມໄວດາວໂຫຼດ ຂຶ້ນເຖິງເກືອບ 2 ເທົ່າເມື່ອທຽບໃສ່ເຕັກໂນໂລຢີ 2T2R  (2  ສົ່ງສັນຍານ, 2 ຮັບສັນຍານ) ທີ່ກໍາລັງນໍາໃຊ້ທົ່ວໄປໃນໂລກ.

ພື້ນຖານໂຄງລ່າງ 4G ທັນສະໄໝແມ່ນພື້ນຖານເພື່ອໃຫ້ Viettel ຜັນຂະຫຍາຍບັນດາໂຄງການ 4.0 ໃນຫຼາຍຂົງເຂດຄື: ລັດຖະບານເອເລັກໂຕນິກ, ການຊຳລະທາງເອເລັກໂຕນິກ, ການສຶກສາ, ກະສິກໍາ; ການຄົມມະນາຄົມ, ຄວາມໝັ້ນຄົງ... ເພື່ອແນໃສ່ປະຕິບັດສຳເລັດການບໍລິການໂທລະຄົມມະນາຄົມ, ກໍ່ສ້າງພື້ນຖານໂຄງລ່າງໂທລະຄົມມະນາຄົມແບບຍືນຍົງ, ສ້າງເປັນພື້ນຖານເພື່ອນໍາໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນທຸກຂົງເຂດຊີວິດການເປັນຢູ່... ຈາກນັ້ນປະກອບສ່ວນເຂົ້າໃນການເພີ່ມທະວີການເຊື່ອມຕໍ່ເພື່ອພັດທະນາໃຫ້ທັງສາມປະເທດຫວຽດນາມ, ລາວ, ກໍາປູເຈຍ, ກໍ່ຄືບັນດາປະເທດໃນພາກພື້ນອາຊຽນ.

 

ແປໂດຍ: ເຈິ່ນຮວ່ຽນ