ໜັງສືພິມກອງທັບປະຊາຊົນຫວຽດນາມ ສົມທົບກັບປະກັນສັງຄົມ ກະຊວງປ້ອງກັນປະເທດ ເປີດຄໍລໍາ: “ຖາມ-ຕອບນະໂຍບາຍ, ກົດໝາຍກ່ຽວກັບປະກັນສັງຄົມ, ປະກັນສຸຂະພາບ”. ຄໍລໍານີ້ຖືກຈັດໃນໜ້າ 2, ໜັງສືພິມກອງທັບປະຊາຊົນລາຍວັນ ໃນວັນພຸດຂອງທຸກໆອາທິດ.

ກໍານົດຄວາມຮັບຜິດຊອບໃນການປະຕິບັດປະກັນສຸຂະພາບສໍາລັບພົນທະຫານ

ສະຫາຍ ຫງວຽນວັນນາມ, ປະຕິບັດງານຢູ່ ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ຖາມວ່າ: ພວກຂ້າພະເຈົ້າ ໄດ້ຮູ້ແລ້ວວ່າ, ການປະຕິບັດນະໂຍບາຍປະກັນສຸຂະພາບ ສໍາລັບພົນທະຫານແມ່ນກ່ຽວຂ້ອງເຖິງບາງກະຊວງ, ຂະແໜງການພາຍໃນ ແລະນອກກອງທັບ. ສະເໜີໜັງສືພິມກອງທັບປະຊາຊົນ ໃຫ້ຮູ້ຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການໃນການປະຕິບັດປະກັນສຸຂະພາບ ສໍາລັບພົນທະຫານ ແມ່ນໄດ້ກໍານົດຄືແນວໃດ?

leftcenterrightdel
ປະຊາຊົນ ມາລົງທະບຽນກວດ ແລະປິ່ນປົວພະຍາດປະກັນສຸຂະພາບ. ພາບ: baohiemxahoi dientu.vn.

ຕອບ: ມາດຕາ 7c, ກົດໝາຍວ່າດ້ວຍປະກັນສຸຂະພາບ (ສະບັບປັບປຸງ, ເພີ່ມເຕີມ) ປີ 2014 ກໍານົດຄວາມຮັບຜິດຊອບໜ້າທີ່ປະຕິບັດປະກັນສຸຂະພາບຂອງກະຊວງປ້ອງກັນປະເທດ ດັ່ງນີ້: ຊີ້ນໍາ, ຄຸ້ມຄອງ, ແນະນໍາ, ຈັດຕັ້ງປະຕິບັດປະກັນສຸຂະພາບສໍາລັບບັນດາເປົ້າໝາຍທີ່ກໍາລັງປະຕິບັດງານ, ເຮັດວຽກ, ຮໍ່າຮຽນໃນກະຊວງປ້ອງກັນປະເທດ ແລະຍາດຕິພີ່ນ້ອງຂອງພົນທະຫານ, ກົດລັບ. ສ້າງບັນຊີລາຍຊື່ ແລະສະໜອງບັນຊີລາຍຊື່ອອກບັດປະກັນສຸຂະພາບ ສໍາລັບຍາດຕິພີ່ນ້ອງພົນທະຫານ, ກົດລັບ ໃຫ້ອົງການຈັດຕັ້ງປະກັນສຸຂະພາບ...

ມາດຕາ 27 ແລະ 28 ດໍາລັດເລກທີ 70/2015/NĐ-CP ລົງວັນທີ 1 ກັນຍາ 2015 ກໍານົດຄວາມຮັບຜິດຊອບຂອງລັດຖະມົນຕີກະຊວງປ້ອງກັນປະເທດໃນການປະຕິບັດປະກັນສຸຂະພາບສໍາລັບພົນທະຫານ ດັ່ງນີ້: ເປັນປະທານ, ສົມທົບກັບລັດຖະມົນຕີກະຊວງສາທາລະນະສຸກ, ລັດຖະມົນຕີກະຊວງການເງິນແນະນໍາປະຕິບັດບັນດາຂໍ້, ມາດຕາ ທີ່ໄດ້ຮັບການມອບໝາຍຈາກລັດຖະບານກ່ຽວກັບປະກັນສຸຂະພາບສຳລັບພົນທະຫານ....

ຂໍ້ 1, ມາດຕາ 28 ດໍາລັດເລກທີ 70/2015/NĐ-CP ກໍານົດ: ລັດຖະມົນຕີກະຊວງສາທາລະນະສຸກມີຄວາມຮັບຜິດຊອບຊີ້ນໍາ, ແນະນໍາບັນດາສູນກວດ ແລະປິ່ນປົວພະຍາດຈັດຕັ້ງການກວດ ແລະປິ່ນປົວພະຍາດປະກັນສຸຂະພາບ ສໍາລັບພົນທະຫານ.

ມາດຕາ 21 ຄໍາສັ່ງແນະນໍາຮ່ວມ ເລກທີ 85/2016/TTLT-BQP-BYT-BTC ລົງວັນທີ 20 ມິຖຸນາ 2016 ກໍານົດຄວາມຮັບຜິດຊອບຂອງພະແນກສາທາລະນະສຸກບັນດາແຂວງ, ນະຄອນໃນການຈັດຕັ້ງປະຕິບັດປະກັນສຸຂະພາບສໍາລັບພົນທະຫານ ດັ່ງນີ້: ເປັນປະທານ, ສົມທົບກັບປະກັນສັງຄົມແຂວງ, ນະຄອນ ເຜີຍແຜ່, ຊີ້ນໍາ, ແນະນໍາສະຖານທີ່ກວດ ແລະປິ່ນປົວພະຍາດທີ່ຂຶ້ນກັບສິດກວດ ແລະປິ່ນປົວພະຍາດ ແລະປ່ຽນສາຍປິ່ນປົວສໍາລັບພົນທະຫານ. ສົມທົບກັບປະກັນສັງຄົມແຂວງ, ນະຄອນ ແນະນໍາເຊັນສັນຍາກວດ ແລະປິ່ນປົວພະຍາດປະກັນສຸຂະພາບກັບສະຖານທີ່ກວດ ແລະປິ່ນປົວພະຍາດ ທີ່ມີເງື່ອນໄຂກວດ ແລະປິ່ນປົວພະຍາດປະກັນສຸຂະພາບຢ່າງຄົບຖ້ວນ ເພື່ອກວດ ແລະປິ່ນປົວພະຍາດໃຫ້ພົນທະຫານ.

ມາດຕາ 20, ຄໍາສັ່ງແນະນໍາຮ່ວມເລກທີ 85/2016/TTLT-BQP-BYT-BTC ກໍານົດຄວາມຮັບຜິດຊອບຂອງປະກັນສັງຄົມຫວຽດນາມ ໃນການຈັດຕັ້ງປະຕິບັດປະກັນສຸຂະພາບສໍາລັບພົນທະຫານ ຄືດັ່ງນີ້: ຊີ້ນໍາ, ແນະນໍາປະກັນສຸຂະພາບກະຊວງປ້ອງກັນປະເທດຜັນຂະຫຍາຍການປະຕິບັດປະກັນສຸຂະພາບສໍາລັບພົນທະຫານໃຫ້ເໝາະສົມກັບການຈັດຕັ້ງ, ບັນຈຸພະນັກງານ, ຈຸດພິເສດໃນການເຄື່ອນໄຫວປ້ອງກັນຊາດ...

ສົນໃຈຕິດຕໍ່ສອບຖາມໄດ້ທີ່: ພະແນກບັນນາທິການວຽກງານພັກ-ວຽກງານການເມືອງ, ໜັງສືພິມກອງທັບປະຊາຊົນຫວຽດນາມ, ເຮືອນເລກທີ 7, ຖະໜົນ ຟານດິ່ງຟຸ່ງ, ຮ່າໂນ້ຍ; ໂທລະສັບ: 069.696.514; 024.37478610; ອີເມວ: chinhtriqdnd@yahoo.com.vn.

ແປໂດຍ: ຮວ່າງເຈື່ອງ