ພາຍໃຕ້ການເປັນປະທານຂອງທ່ານ Bernd Lange ປະທານ INTA, ບັນດາຜູ້ແທນໄດ້ຕີລາຄາສູງຄວາມໝາຍ ແລະຄວາມສໍາຄັນຂອງ EVFTA ສໍາລັບທັງຫວຽດນາມ ແລະອີຢູ. ບັນດາສະມາຊິກສະພາແຫ່ງຊາດ ເອີລົບ ໄດ້ເນັ້ນໜັກເຖິງຄວາມຈໍາເປັນໃນສະພາບການປະຈຸບັນແມ່ນຕ້ອງຍູ້ໄວວິວັດການສ້າງເອກະສານ ແລະບັນດາລະບຽບການທີ່ກ່ຽວຂ້ອງໃຫ້ສໍາເລັດເພື່ອໃຫ້ສອງຝ່າຍກ້າວໄປເຖິງການລົງນາມ ແລະໃຫ້ສັດຕະຍາບັນສັນຍາໂດຍໄວ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຕ້ອນຮັບທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈໍາ ຫວຽດນາມ. ພາບ: baocongthuong.com.vn 

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ ໃຫ້ຮູ້ວ່າ, ການແລກປ່ຽນການຄ້າລະຫວ່າງອີຢູ ແລະຫວຽດນາມ ປີ 2017 ບັນລຸໄດ້ລະດັບສູງໃໝ່, ດ້ວຍຍອດວົງເງິນການຄ້າສອງສົ້ນເກືອບ 52 ຕື້ໂດລາສະຫະລັດ. ອີຢູ ໄດ້ກາຍເປັນໜຶ່ງໃນຫ້ານັກລົງທຶນຕ່າງປະເທດໃຫຍ່ສຸດ ແລະແມ່ນນັກລົງທຶນນອກອາຊີໃຫຍ່ສຸດຢູ່ຫວຽດນາມ ດ້ວຍ 2.000 ໂຄງການມີຍອດຈໍານວນເງິນລົງທຶນທັງໝົດແມ່ນ 22 ຕື້ໂດລາສະຫະລັດ.

ສະແດງຄວາມຫວັງວ່າ EVFTA ຈະໄດ້ຮັບການໃຫ້ສັດຕະຍາບັນເຂົ້າສູ່ການປະຕິບັດໂດຍໄວ, ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ ຖືວ່າ ສັນຍາສະບັບນີ້ຈະນໍາມາເຊິ່ງກາລະໂອກາດກ່ຽວກັບການລົງທຶນ ແລະການຄ້າ, ຊ່ວຍໃຫ້ທັງສອງຝ່າຍເສີມຂະຫຍາຍທ່າແຮງເພີ່ມເຕີມໃຫ້ກັນ, ສົ່ງສານຢ່າງຕັ້ງໜ້າ ແລະຢ່າງແຮງເຖິງໂລກ ແລະແມ່ນບາດກ້າວການກະກຽມສໍາຄັນໃຫ້ສັນຍາການຄ້າເສລີ ອີຢູ-ອາຊຽນ ສະບັບໜຶ່ງໃນອະນາຄົດ. ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ ຢັ້ງຢືນວ່າ ຫວຽດນາມ ຈະຕັ້ງໜ້າສືບຕໍ່ພິຈາລະນາບັນດາບັນຫາເຊິ່ງຝ່າຍອີຢູ ມີຄວາມສົນໃຈທີ່ກ່ຽວຂ້ອງເຖິງເລື່ອງແກ້ໄຂດັດແປງກົດໝາຍວ່າດ້ວຍແຮງງານຂອງຫວຽດນາມ, ເລື່ອງຫວຽດນາມ ເຂົ້າຮ່ວມບາງສົນທິສັນຍາຂອງອົງການຈັດຕັ້ງແຮງງານສາກົນ (ILO), ສົມທົບດ້ານການຄ້າກັບການພັດທະນາແບບຍືນຍົງ.

ຄາດຄະເນວ່າຄະນະກໍາມະການ ເອີລົບ ຈະສົມທົບກັບຫວຽດນາມ ສ້າງເອກະສານ EVFTA ໃຫ້ສໍາເລັດກ່ອນທ້າຍເດືອນມີນາ ປີນີ້ເພື່ອຍື່ນສະເໜີຕໍ່ສະພາ ເອີລົບ ຮັບຮອງເອົາຢ່າງເປັນທາງການ, ຫຼັງຈາກນັ້ນສັນຍາຈະໄດ້ຍົກອອກໃນລັດຖະສະພາ ເອີລົບ ພິຈາລະນາ, ໃຫ້ສັດຕະຍາບັນໃນ 6 ເດືອນທ້າຍປີ 2018.

 

ແປໂດຍ: ເຈິ່ນຮວ່ຽນ