ຕອນເຊົ້າວັນທີ 2 ມັງກອນ, ຄະນະກໍາມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍແຜນການພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານນະຄອນໃນປີ 2018. ທ່ານ ຫງວຽນທ້ຽນເຍິນ, ກໍາມະການກົມການເມືອງ, ເລຂາພັກນະຄອນ ໂຮ່ຈິມິນ ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມ.

leftcenterrightdel
ທ່ານ ຫງວຽນທ້ຽນເຍິນ, ເລຂາພັກນະຄອນ ໂຮ່ຈິມິນ ຢ້ຽມຢາມຖາມຂ່າວບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: baoquankhu7.vn

ປີ 2017, ເສດຖະກິດນະຄອນເຕີບໂຕບັນລຸ 8,25%; ລາຍຮັບງົບປະມານເພີ່ມຂຶ້ນ 12,94%. ໂຄງປະກອບເສດຖະກິດນະຄອນເພີ່ມມາດຕາສ່ວນບັນດາຂະແໜງບໍລິການທີ່ມີຄຸນນະພາບສູງ, ມີທ່າໄດ້ປຽບໃນການແກ່ງແຍ້ງ; ດັດຊະນີລາຄາບໍລິໂພກໄດ້ຮັບການຄວບຄຸມເປັນຢ່າງດີ, ສະເລ່ຍ 11 ເດືອນ ເພີ່ມ 4,32%, ອັດຕາຄອບຄົວທຸກຍາກຫຼຸດລົງ 1,22%, ອັດຕາວ່າງງານໃນເຂດຕົວເມືອງ ແມ່ນຕ່ຳກວ່າ 4%... 

ປີ 2018, ນະຄອນສືບຕໍ່ຍູ້ແຮງການປະຕິບັດ 7 ໂຄງການບຸກທະລຸຕາມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກນະຄອນຕິດພັນກັບກົນໄກ, ນະໂຍບາຍພິເສດສະເພາະ, ເພື່ອແນໃສ່ຍົກສູງກໍາລັງຄວາມສາມາດແກ່ງແຍ້ງ, ສ້າງໂຄງປະກອບເສດຖະກິດຄືນໃໝ່ຕາມລວງເລິກ, ມີຄຸນນະພາບ, ມີປະສິດທິຜົນ; ສົ່ງເສີມການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ເລີ່ມທຸລະກິດ, ພັດທະນາວິສາຫະກິດ; ພັດທະນາໂຄງປະກອບໂຄງລ່າງຕິດພັນກັບປົວແປງຕົບແຕ່ງຕົວເມືອງ, ຫຼຸດຜ່ອນສະພາບລົດຕິດ, ອຸບັດຕິເຫດໃນການຄົມມະນາຄົມ, ຫຼຸດຜ່ອນສະພາບນໍ້າຖ້ວມ, ມົນລະພິດສິ່ງແວດລ້ອມ, ຍູ້ໄວວິວັດການສ້າງຕົວເມືອງສະຫຼາດ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຍົກສູງປະສິດທິຜົນການເຄື່ອນໄຫວພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນ...

ແປໂດຍ: ເຈິ່ນຮວ່ຽນ