ລາຍການໂດຍສະຖານີໂທລະພາບດີຈີຕອນ  VTC ຈັດຕັ້ງ. ເຂົ້າຮ່ວມລາຍການດັ່ງກ່າວມີຜູ້ຕາງໜ້າບາງທ້ອງຖິິ່ນ ແລະການນໍາຂອງວິສາຫະກິດເຂດຕາເວັນອອກພາກໃຕ້ 300 ຄົນ. 

ລາຍການໄດ້ຫວນຄືນບັນດາຕົວເລກຄາດໝາຍເສດຖະກິດທີ່ສໍາຄັນ ເຊິ່ງບັນລຸໄດ້ພາຍຫຼັງ 1 ປີ ແຫ່ງການຜັນຂະຫຍາຍມະຕິເລກທີ 35 ຂອງລັດຖະບານກ່ຽວກັບການໜູນຊ່ວຍ ແລະພັດທະນາວິສາຫະກິດຮອດປີ 2020; ພ້ອມທັງສະແດງຄວາມເຊື່ອໝັ້ນ ແລະຄວາມຕັດສິນໃຈຂອງວິສາຫະກິດໃນການຮ່ວມເດີນທາງພ້ອມກັບລັດຖະບານ ແລະນະຄອນ ໂຮ່ຈິມິນ ໃນການຜັນຂະຫຍາຍບັນດາມະຕິໃໝ່ທີ່ມີລັກສະນະບຸກທະລຸຂອງພັກ, ສະພາແຫ່ງຊາດ, ນັ້ນແມ່ນມະຕິສູນກາງ ຄັ້ງທີ  V (ຊຸດທີ XII) ກ່ຽວກັບການພັດທະນາເສດຖະກິດເອກະຊົນກາຍເປັນກໍາລັງໜູນສໍາຄັນຂອງພື້ນຖານເສດຖະກິດຕະຫຼາດ, ຕາມກໍານົດທິດສັງຄົມນິຍົມ ແລະມະຕິເລກທີ 54 ຂອງສະພາແຫ່ງຊາດກ່ຽວກັບການປະຕິບັດທົດລອງກົນໄກ, ນະໂຍບາຍສະເພາະພິເສດເພື່ອພັດທະນານະຄອນ ໂຮ່ຈິມິນ.

leftcenterrightdel

ທ່ານ ປອ ຫວູດິ່ງແອ໋ງ (ເບື້ອງຊ້າຍ) ແບ່ງປັນກ່ຽວກັບການພັດທະນາເສດຖະກິດເອກະຊົນ. ພາບ: ຮວ່າງແທ່ງ

ທ່ານນາງ ເລທິຕູ໋ແອງ, ປະທານສະພາບໍລິຫານ  ບໍລິສັດຫຸ້ນສ່ວນກະສິກໍາ GAP ແບ່ງປັນວ່າ: ວິສາຫະກິດຂະໜາດກາງ ແລະນ້ອຍ,  ເປັນຕົ້ນແມ່ນວິສາຫະກິດຂະໜາດນ້ອຍ, ນ້ອຍທີ່ສຸດ ສໍາຜັດກັບບັນດານະໂຍບາຍບູລິມະສິດຍາກທີ່ສຸດ. ລັດຖະບານຄວນໜູນຊ່ວຍເສດຖະກິດເອກະຊົນ  ບໍ່ວ່ານັ້ນແມ່ນວິສາຫະກິດຂະໜາດກາງ ຫຼື ນ້ອຍ; ຄວນໂຄສະນານະໂຍບາຍ ເພື່ອໃຫ້ວິສາຫະກິດໃດມີສາມາດຈະເຂົ້າຮ່ວມ. ໃນຕົວຈິງມີຫຼາຍໂຄງການ ເຊິ່ງວິສາຫະກິດຂະໜາດກາງ ແລະນ້ອຍສາມາດປະຕິບັດໄດ້, ແຕ່ວ່າລັດຖະບານ ແລະອໍານາດການປົກຄອງທ້ອງຖິ່ນເຄີຍບູລິມະສິດເລືອກເຟັ້ນວິສາຫະກິດໃຫຍ່ເທົ່ານັ້ນ, ສະນັ້ນວິສາຫະກິດຂະໜາດກາງ ແລະນ້ອຍຍາກທີ່ຈະມີໂອກາດເພື່ອພັດທະນາ ກໍ່ຄືປະກອບສ່ວນໃຫ້ແກ່ລັດ... ພວກຂ້າພະເຈົ້າປາດຖະໜາວ່າ ລັດຖະບານສືບຕໍ່ເອົາໃຈໃສ່, ມີນະໂຍບາຍສົ່ງເສີມ ແລະສ້າງຄວາມສະເໝີພາບເພື່ອໃຫ້ບັນດາວິສາຫະກິດພ້ອມກັນພັດທະນາ...

ນີ້ແມ່ນຄວາມມຸ່ງມາດປາດຖະໜາຂອງວິສາຫະກິດຫຼາຍແຫ່ງທີ່ເຂົ້າຮ່ວມລາຍການພົບປະແລກປ່ຽນ, ສະເໜີລັດຖະບານສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ພັດທະນາເສດຖະກິດເອກະຊົນ, ນໍາມາເຊິ່ງຜົນປະໂຫຍດໃຫ້ປະເທດຊາດ.

 

ແປໂດຍ: ທູຈາງ