ວັນທີ 23 ທັນວາ, ຄະນະປະຕິບັດງານຂອງນະຄອນ ຮ່າໂນ້ຍ ໂດຍທ່ານ ຮວ່າງຈູງຫາຍ, ກໍາມະການກົມການເມືອງ, ເລຂາຄະນະພັກນະຄອນຮ່າໂນ້ຍ ນໍາໜ້າໄດ້ລົງຢ້ຽມຢາມ ແລະເຮັດວຽກຢູ່ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ແນໃສ່ຮັບຟັງ ແລະແລກປ່ຽນບັນດາຂໍ້ສະເໜີຂອງມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃນການເສີມຂະຫຍາຍຄວາມສາມາດບົ່ມຊ້ອນວິທະຍາສາດເຕັກໂນໂລຊີ, ປະກອບສ່ວນໃນການພັດທະນານະຄອນ.

leftcenterrightdel
 ທ່ານ ຮວ່າງຈູງຫາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ເປັນປະທານການເຮັດວຽກ. ພາບ: ຫວູ໊ຢູງ

ເປັນໜ້າເອົາໃຈໃສ່, ປີ 2017  ແມ່ນປີທໍາອິດທີ່ໂຮງຮຽນປະຕິບັດແຜນຮ່າງກຸ້ມຕົນເອງຮອບດ້ານ ແລະບັນລຸໄດ້ໝາກຜົນຫຼາຍຢ່າງໃນບັນດາການເຄື່ອນໄຫວ. ເດືອນມິຖຸນາ 2017, ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ແມ່ນໜຶ່ງໃນສີ່ມະຫາວິທະຍາໄລທໍາອິດຂອງທົ່ວປະເທດໄດ້ຮັບການຮັບຮອງຈາກສະພາຕີລາຄາຂັ້ນສູງ HCERES ຂອງຝະລັ່ງ ວ່າບັນລຸມາດຕະຖານເອີລົບ.  

ໃນໄລຍະ 2017-2025, ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໄດ້ວາງເປົ້າໝາຍກາຍເປັນໂຮງຮຽນຄົ້ນຄວ້າຫຼາຍຂົງເຂດເຊິ່ງຕົ້ນຕໍແມ່ນເຕັກນິກ ແລະເຕັກໂນໂລຢີ; ສ້າງເປັນສູນປະດິດສ້າງເຕັກໂນໂລຢີດີເດັ່ນຂອງພາກພື້ນ, ດຶງດູດການອຸປະຖໍາ ແລະການລົງທຶນທັງພາຍໃນ ແລະຕ່າງປະເທດຢ່າງແຮງ...

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຮວ່າງຈູງຫາຍ, ເລຂາຄະນະພັກນະຄອນຮ່າໂນ້ຍ ເນັ້ນໜັກວ່າ, ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ແມ່ນມະຫາວິທະຍາໄລທີ່ມີຊື່ສຽງໃນທົ່ວປະເທດ. ຄຸນນະພາບນັກສຶກສາຮຽນຈົບຢູ່ໂຮງຮຽນ ແລະບັນດາຜະລິດ ຕະພັນ, ກິດຈະກໍາຄົ້ນຄວ້າວິທະຍາສາດຂອງຖັນແຖວພະນັກງານໂຮງຮຽນໄດ້ເປັນການພິສູດໃຫ້ເຫັນເຄື່ອງໝາຍການຄ້າຂອງມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ຢ່າງຈະແຈ້ງທີ່ສຸດ.

ຜ່ານໄລຍະ 60 ປີແຫ່ງການກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວ, ໂຮງຮຽນໄດ້ມີການປະກອບສ່ວນຫຼາຍຢ່າງເພື່ອກໍ່ສ້າງຮ່າໂນ້ຍ ເປັນສູນວັດທະນະທໍາ, ວິທະຍາສາດ, ເຕັກໂນໂລຢີຂອງທົ່ວປະເທດ.

ທ່ານ ເລຂາຄະນະພັກນະຄອນ ຮ່າໂນ້ຍ ກໍ່ຕີລາຄາສູງໂຮງຮຽນເມື່ອນຳໜ້າໃນການກຸ້ມຕົນເອງຮອບດ້ານ. ນີ້ແມ່ນທິດເດີນຢ່າງຖືກຕ້ອງເພື່ອໃຫ້ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ພັດທະນາສົມກັບມາດຕະຖານສາກົນໃນພາກພື້ນ ແລະໂລກ.

ແປໂດຍ: ກວຽດເຕິມ