ວັນທີ 4  ທັນວາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Park Yen Cha ປະທານກຸ່ມບໍລິສັດ Taekwang, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມີງ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ; ຕີລາຄາສູງບັນດາການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ ຂອງກຸ່ມບໍລິສັດ Taekwang ໃນກວ່າ 20 ປີຜ່ານມາ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມີງ ສະເໜີກຸ່ມບໍລິສັດສືບຕໍ່ເປີດກວ້າງການລົງທຶນດ້ວຍເຕັກໂນໂລຢີກ້າວໜ້າ, ປົກປັກຮັກສາສິ່ງແວດລ້ອມ, ຜັນຂະຫຍາຍບັນດາໂຄງການທີ່ໄດ້ຮັບການອອກໃບອະນຸຍາດຢ່າງມີປະສິດທິຜົນ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ບັນດາການເຄື່ອນໄຫວສັງຄົມ ແລະມະນຸດສະທໍາ.

leftcenterrightdel
ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມີງ ຕ້ອນຮັບທ່ານ Park Yen Cha ປະທານກຸ່ມບໍລິສັດ Taekwang. ພາບ: dangcongsan.vn

ທ່ານ Park Yen Cha ໄດ້ລາຍງານໃຫ້ທ່ານ ຟ້າມບິ່ງມີງ ຮັບຊາບກ່ຽວກັບສະພາບການເຄື່ອນໄຫວຂອງກຸ່ມບໍລິສັດ Taekwang, ເປັນຕົ້ນແມ່ນເລື່ອງຜັນຂະຫຍາຍບັນດາໂຄງການກ່ຽວກັບການກໍ່ສ້າງໂຮງງານໄຟຟ້າພະລັງຄວາມຮ້ອນ ຫາຍເຮົ້າ, ປຸງແຕ່ງຝຸ່ນ, ຜະລິດເກີບ... ເນື່ອງໃນໂອກາດນີ້, ທ່ານ Park Yen Cha ໄດ້ມອບເງິນຈໍານວນ 100.000 ໂດລາສະຫະລັດຂອງບໍລິສັດ Taekwang ເພື່ອສະໜັບສະໜູນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມຢູ່ບາງທ້ອງຖິ່ນພາກກາງຂອງຫວຽດນາມ.


ແປໂດຍ: ຫງວຽນກຸກ