ມາຮອດປະຈຸບັນ, ລາງວັນຜູ້ມີຄວາມເກັ່ງກ້າສາມາດຫວຽດນາມ ໄດ້ກາຍເປັນລາງວັນທີ່ມີອິດທິພົນຊື່ສຽງລະດັບຊາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ  ເຈືອງມິງຕ໋ວນ ມອບລາງວັນທີ 1 ໃຫ້ແກ່ກຸ່ມນັກປະພັນຍາດໄດ້ລາງວັນໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ. ພາບ: ວັນຟອງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ພິທີມອບລາງວັນ. ພ້ອມກັນເຂົ້າຮ່ວມຍັງມີທ່ານ ຫວໍວັນເຖືອງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າໂຄສະນາສຶກສາສູນກາງ; ທ່ານ ຫງວຽນທ້ຽນເຍີນ, ກໍາມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈິມິນ; ຜູ້ຕາງໜ້າການນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນພ້ອມດ້ວຍນັກວິທະຍາສາດ, ນັກປັນຍາຊົນໜຸ່ມໃນທຸກຂົງເຂດຫຼາຍຮ້ອຍຄົນ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາສະຫາຍການນໍາພັກ, ລັດ ໄດ້ຝາກກະເຊົ້າດອກໄມ້ອວຍພອນ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຝາກຈົດໝາຍອວຍພອນລາງວັນຜູ້ມີຄວາມເກັ່ງກ້າສາມາດຫວຽດນາມ. ໃນຈົດໝາຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ອວຍພອນບັນດານັກວິທະຍາສາດ, ບັນດານັກສອບເສັງໄດ້ຮັບລາງວັນ ປີ 2017 ແລະຫວັງວ່າ, ບັນດາກິດຈະກໍາວິທະຍາສາດນໍາໃຊ້ກໍ່ຄືບັນດາຜະລິດຕະພັນຄວາມສາມາດບົ່ມຊ້ອນໄດ້ຮັບລາງວັນໃນຄັ້ງນີ້ຈະປະກອບສ່ວນຊຸກຍູ້ກໍາລັງຄວາມສາມາດຢ່າງມີຫົວຄິດປະດິດສ້າງ, ການຄົ້ນຄວ້າວິທະຍາສາດ, ນໍາໃຊ້ເຕັກໂນໂລຢີ, ຍົກສູງຄຸນນະພາບສິນຄ້າ, ການບໍລິການ, ອິດທິພົນຊື່ສຽງຂອງເຄື່ອງໝາຍການຄ້າ ຫວຽດນາມ ຢູ່ພາກພື້ນ ແລະໃນໂລກ.

ຕາມຄະນະຈັດຕັ້ງ, ປີ 2017, ດ້ວຍຫົວຂໍ້ “ເຕັກໂນໂລຢີຫົວຄິດປະດິດສ້າງ, ເຊື່ອມຕໍ່ສະຫຼາດ”, ລາງວັນຜູ້ມີຄວາມເກັ່ງກ້າສາມາດຫວຽດນາມ ໄດ້ພ້ອມກັບບັນດານັກຊ່ຽວຊານທີ່ມາຈາກບັນດາກຸ່ມບໍລິສັດເຕັກໂນໂລຊີແຖວໜ້າທີ່ຢູ່ພາຍໃນປະເທດ ແລະໂລກຄື Microsoft, IBM, VNPT ໄດ້ຈັດຕັ້ງກອງປະຊຸມສໍາມະນາ “ປະຕິວັດອຸດສາຫະກໍາ 4.0 ກາລະໂອກາດໃດໃຫ້ແກ່ startup ຫວຽດ” ປະສົບຜົນສໍາເລັດ. ອາດຈະເວົ້າໄດ້ວ່າໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານປີນີ້, ຜູ້ມີຄວາມເກັ່ງກ້າສາມາດຫວຽດນາມ ແມ່ນການແຂ່ງຂັນຂອງບັນດາວິສາຫະກິດເລີ່ມທຸລະກິດໜຸ່ມທີ່ມີຄວາມເມົາມົວຫຼົງໄຫຼໃນຫົວຄິດປະດິດສ້າງ.

ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ໜຶ່ງລາງວັນແມ່ນຜະລິດຕະພັນ “ນໍາໃຊ້ເຕັກໂນໂລຊີຈຳລອງຄວາມເປັນຈິງທີ່ລວງຕາ 3D ກໍ່ສ້າງຮ່າງກາຍຄົນຮັບໃຊ້ໃນວຽກງານສິດສອນ, ຮໍ່າຮຽນ ແລະຄົ້ນຄ້ວາໃນຂະແໜງວິທະຍາສາດສຸຂະພາບ” ຂອງກຸ່ມນັກປະພັນມະຫາວິທະຍາໄລ ຢຸຍເຕິນ (ຂົງເຂດຜະລິດຕະພັນເຕັກໂນໂລຢີຂໍ້ມູນຂ່າວສານຄວາມສາມາດບົ່ມຊ້ອນ), ພ້ອມກັບຫຼາຍລາງວັນອື່ນອີກ.

 

ແປໂດຍ: ເຈິ່ນຮວ່ຽນ