leftcenterrightdel
ທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ບຸ່ຍກວາງຮຸຍ ຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມນະຄອນວຽງຈັນ.

ທີ່ການຕ້ອນຮັບ, ທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ບຸ່ຍກວາງຮຸຍ ໄດ້ຕີລາຄາສູງໂຄງການສົມທົບກັນເຄື່ອນໄຫວລະຫວ່າງ 2 ຄະນະຊາວໜຸ່ມຮ່າໂນ້ຍ ແລະວຽງຈັນ ໃນຊຸມປີຜ່ານມານັບມື້ນັບແທດຈິງ, ເຂົ້າສູ່ລວງເລິກ ແລະມີຊີວິດຊີວາ, ອຸດົມສົມບຸນ. ທ່ານເລຂາຄະນະຊາວໜຸ່ມ ບຸ່ຍກວາງຮຸຍ ສະເໜີວ່າ, ໃນໄລຍະຈະມາ ເຖິງ, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ສືບຕໍ່ຢືນຢັນບົດບາດ, ທີ່ຕັ້ງ ແລະໜ້າທີ່ຮັບຜິດຊອບເພື່ອຈັດຕັ້ງບັນດາການເຄື່ອນໄຫວໃໝ່ຕື່ມອີກ, ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ.

ສ່ວນທ່ານຮອງເລຂາຄະນະຊາວໜຸ່ມວຽງຈັນ ສຸກມະລີ ທຳມະວົງ ປາດຖະໜາວ່າ, ໂຄງການຮ່ວມມືລະຫວ່າງ 2 ຝ່າຍຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະປະຊາຊົນຫວຽດນາມ - ລາວ, ພິເສດແມ່ນນ້ຳໃຈສາມັກຄີສະໜິດຕິດພັນຂອງສະມາຊິກຊາວໜຸ່ມເຍົາວະຊົນນະຄອນຫຼວງວຽງຈັນ - ຮ່າໂນ້ຍ.

 

ແຫຼ່ງຄັດຈາກ vovworld.vn