ຕໍ່ໜ້າສະພາບຕົວຈິງຂອງວຽກງານຄຸ້ມຄອງ, ປົກປັກຮັກສາ, ຂຸດຄົ້ນປ່າໄມ້ໃນໄລຍະຜ່ານມາມີຫຼາຍສິ່ງທີ່ຍັງຄົງຄ້າງນັ້ນ, ທີ່ກອງປະຊຸມກ່ຽວກັບບັນດາວິທີການຟື້ນຟູປ່າໄມ້ເຂດ ໄຕງວຽນ ເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາດກາດ ໄລຍະ 2016-2021, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຊີ້ນໍາບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຄຸ້ມຄອງປ່າທຳມະຊາດ. ທ່ານນາຍົກລັດຖະມົນຕີໄດ້ມອບໃຫ້ກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ສົມທົບກັບບັນດາອົງການ ແລະທ້ອງຖິ່ນທີ່ກ່ຽວຂ້ອງເພີ່ມທະວີການໂຄສະນາເຜີຍແຜ່, ຊາບຊຶມການປະຕິບັດແຜນນະໂຍບາຍຄຸ້ມຄອງ, ປົກປັກຮັກສາ ແລະພັດທະນາປ່າໄມ້ຕາມຄໍາສັ່ງເລກທີ 13-ຄສ/ສກ ວັນທີ 12 ມັງກອນ 2017 ຂອງຄະນະເລຂາທິການພັກກອມມູນິດຫວຽດນາມ; ສືບຕໍ່ກວດກາໄລ່ລຽງ, ຕີລາຄາສະພາບຕົວຈິງປ່າໄມ້ປະເພດຕ່າງໆ, ເປັນຕົ້ນແມ່ນຢູ່ເຂດ ໄຕງວຽນ. ພ້ອມກັນນັ້ນ, ກວດຄືນແຜນຜັງປົກປັກຮັກສາ, ຂຸດຄົ້ນ, ພັດທະນາປ່າໄມ້; ກວດຄືນບັນດາໂຄງການທີ່ໄດ້ ແລະກໍາລັງຜັນຂະຫຍາຍ ແລະບັນດາໂຄງການທີ່ຄາດຄະເນນໍາໃຊ້ດິນປ່າ, ເປັນຕົ້ນແມ່ນນໍາໃຊ້ປ່າທໍາມະຊາດຢູ່ບໍລິເວນບັນດາແຂວງ ໄຕງວຽນ, ກວດກາ, ຕີລາຄາບັນດາຜົນກະທົບຫຼາຍດ້ານຂອງບັນດາໂຄງການຢ່າງລະອຽດ, ໃນນັ້ນ, ນອກຈາກບັນຫາປະສິດທິຜົນຂອງໂຄງການຍັງມີບັນຫາສັງຄົມ ແລະສິ່ງແວດລ້ອມ.

leftcenterrightdel
ພາບປະກອບຈາກ ຫງວຽນຫວຽດຢູ້ງ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງບໍ່ຂຸດຄົ້ນໄມ້ປ່າທໍາມະຊາດ, ກວດກາບັນດາໂຄງການນໍາໃຊ້ເນື້ອທີ່ປ່າຢ່າງແໜ້ນແຟ້ນ. ທ່ານນາຍົກລັດຖະມົນຕີກໍ່ມອບໜ້າທີ່ໃຫ້ກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ເປັນເຈົ້າພາບ, ສົມທົບກັບກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ, ບັນດາອົງການທີ່ກ່ຽວຂ້ອງກວດຄືນ, ສັງລວມ, ແບ່ງປະເພດບັນດາ ໂຄງການທີ່ກ່ຽວຂ້ອງເຖິງການຫັນປ່ຽນປ່າໄມ້ ແລະດິນປ່າໄມ້ໃນບໍລິເວນທົ່ວປະເທດ, ສະເໜີວິທີການ, ລາຍງານຕໍ່ທ່ານນາຍົກລັດຖະມົນຕີພິຈາລະນາ, ແກ້ໄຂ້ແບບສັງລວມ.


ແປໂດຍ: ຈາງຫງວຽນ