ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ; ທ່ານນາງ ດັ້ງທິງອກທີ້ງ, ຮອງປະທານປະເທດຫວຽດນາມ, ທ່ານ ເຈີ່ນແທງເມີ໊່ນ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມກັບບັນດາການນໍາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ເຂົ້າຮ່ວມລາຍການດັ່ງກ່າວ.

ປີ 2017, ສູນກາງສະມາຄົມຊາວກະສິກອນຫວຽດນາມ ໄດ້ຕົກລົງມອບນາມມະຍົດ “ຊາວກະສິກອນຫວຽດນາມດີເດັ່ນ” ໃຫ້ຊາວກະສິກອນ 87 ຄົນ, ໃນນັ້ນ 63 ຄົນແມ່ນໄດ້ຮັບນາມມະຍົດຊາວກະສິກອນຫວຽດນາມ ດີເດັ່ນ ປີ 2017, ແລະ 24 ຄົນແມ່ນໄດ້ຮັບນາມມະຍົດຊາວກະສິກອນດີເດັ່ນໃນໄລຍະປ່ຽນແປງໃໝ່ຂອງປະເທດຊາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ມອບນາມມະຍົດໃຫ້ແກ່ບັນດາຊາວກະສິກອນດີເດັ່ນ. ພາບ: ຫງວຽນກຽມ

ກ່າວປາໄສທີ່ພິທີດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ, ໃນປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ, ຊາວກະສິກອນຍາມໃດແມ່ນກໍາລັງຫຼັກແຫຼ່ງ. ທ່ານ ຫງວຽນຊວນຟຸກ ຕີລາຄາສູງເລື່ອງສະມາຄົມຊາວກະສິກອນຫວຽດນາມ ຈັດຕັ້ງລາຍການ “ຄວາມເອກອ້າງທະນົງໃຈຊາວກະສິກອນຫວຽດນາມ, 30 ປີແຫ່ງການປ່ຽນແປງໃໝ່” ແລະມອບນາມມະຍົດຊາວກະສິກອນຫວຽດນາມດີເດັ່ນ ປີ 2017. ນີແມ່ນເຫດການມີຄວາມໝາຍຫຼາຍຢ່າງເພື່ອແນໃສ່ເຊີດຊູ, ລະດົມກໍາລັງໃຈຊາວກະສິກອນໃນໄລຍະປ່ຽນແປງໃໝ່, ເຊື່ອມໂຍງ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ກ້າຄິດ, ກ້າທຳດ້ວຍເຈດຈໍານົງຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະສ້າງຄວາມຮັ່ງມີຢ່າງຊອບທໍາ.

ໃນສະພາບການໂລກາພິວັດມີສິ່ງທ້າທາຍຫຼາຍຢ່າງ, ອັນໄດ້ສົ່ງຜົນສະທ້ອນບໍ່ແມ່ນໜ້ອຍເຖິງວິວັດການຜະລິດ, ດໍາເນີນທຸລະກິດໃນກະສິກໍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ພັກ ແລະລັດຍາມໃດກໍ່ມີບັນດານະໂຍບາຍໜູນຊ່ວຍໃຫ້ຊາວກະສິກອນພັດທະນາຢ່າງທັນການ; ສະເໜີສູນກາງສະມາຄົມຊາວກະສິກອນ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດເປັນຕົວແທນ, ຮັບປະກັນສິດ ແລະຜົນປະໂຫຍດອັນຊອບທໍາຂອງຊາວກະສິກອນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າບັນດາເຈົ້າຂອງວິສາຫະກິດແມ່ນຊາວກະສິກອນສືບຕໍ່ເສີມຂະຫຍາຍ,  ອຸທິດເຫື່ອແຮງ, ການປະດິດຄິດສ້າງຂອງຕົນ, ປະກອບສ່ວນພັດທະນາຂະແໜງກະສິກໍາຂອງ ຫວຽດນາມ, ສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີ, ສວຍງາມ ແລະສີວິໄລ.

ກ້າວເຂົ້າສູ່ໄລຍະໃໝ່, ໜ້າທີ່ຈຸດສຸມໃນປັດຈຸບັນແມ່ນສ້າງໂຄງປະກອບພື້ນຖານກະສິກໍາຄືນໃໝ່ຕາມທິດຜະລິດສິນຄ້າໃຫຍ່, ເຕັກໂນໂລຢີສູງ ແລະພັດທະນາແບບຍືນຍົງຕອບສະໜອງຄວາມຮຽກຮ້ອງຂອງຕະຫຼາດພາຍໃນປະເທດໃຫ້ດີກວ່າ, ຍູ້ແຮງການສົ່ງອອກ; ຍົກສູງສະມັດຕະພາບ, ຄຸນນະພາບ, ກໍາລັງແກ່ງແຍ້ງຂອງຜະລິດຕະພັນກະເສດ ແລະລະບົບມູນຄ່າທົ່ວໂລກ. ຍົກສູງລາຍຮັບ ແລະຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊົນນະບົດ, ປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນ... ນີ້ແມ່ນໜ້າທີ່ອັນໜັກໜ່ວງ, ມີສິ່ງທ້າທາຍຫຼາຍຢ່າງໃນສະພາບການໂລກາພິວັດ, ໄພທໍາມະຊາດ, ການປ່ຽນແປງຂອງດິນຟ້າອາກາດ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຖ່າຍຮູບເປັນທີ່ລະນຶກພ້ອມກັບບັນດາຊາວກະສິກອນດີເດັ່ນໃນໄລຍະປ່ຽນແປງໃໝ່. ພາບ: ຫງວຽນກຽມ

ເພື່ອປະຕິບັດຄາດໝາຍ, ໜ້າທີ່ດັ່ງກ່າວ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຂະແໜງການຂັ້ນຕ່າງໆ ແລະສະມາຄົມຊາວກະສິກອນຫວຽດນາມ ຄວນສົມທົບກັນສຸມໃສ່ເຂົ້າໃນບັນດາມາດຕະການຈຸດສຸມ, ຄົບຊຸດ,  ກວດກາຄືນກົນໄກນະໂຍບາຍໜູນຊ່ວຍຊາວກະກິກອນ...

ກ່ອນໜ້ານັ້ນ,  ຢູ່ຮ່າໂນ້ຍ, ຊາວກະສິກອນຫວຽດນາມດີເດັ່ນ  87 ຄົນໄດ້ເຂົ້າຮ່ວມເວທີປາໄສຊາວກະສິກອນແຫ່ງຊາດ ຄັ້ງທີ 2 ດ້ວຍຫົວຂໍ້ “ຈົ່ງກຽມພ້ອມກັບກະສິກໍາ 4.0”.

 

ແປໂດຍ: ທູຈາງ