ລັດຖະບານກໍານົດ 5 ໜ້າທີ່ຕົ້ນຕໍເພື່ອປະຕິບັດມະຕິເລກທີ 10-ມຕ/ສກ, ປະກອບມີ: ທີໜຶ່ງ, ສ້າງສໍາເລັດກົນໄກ, ນະໂຍບາຍຢ່າງຄົບຊຸດ, ສະເໝີຕົ້ນສະເໝີປາຍ, ສ້າງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດຢ່າງປອດໄພ, ຄວາມສ່ຽງໜ້ອຍ, ເພື່ອແນໃສ່ດຶງດູດການລົງທຶນພາກເອກະຊົນ ແລະຮັບປະກັນການເຄື່ອນໄຫວຂອງເສດຖະກິດພາກເອກະຊົນແກ່ງແຍ້ງຕາມກົນໄກຕະຫຼາດຢ່າງປອດໃສ, ສະເໝີພາບ. ທີສອງ, ຍົກເລີກບັນດາຮົ້ວກີດຂວາງ, ຂໍ້ກໍານົດເງື່ອນໄຂດໍາເນີນທຸລະກິດທີ່ບໍ່ຈຳເປັນ, ບໍ່ເໝາະສົມ, ເປີດກວ້າງຄວາມສາມາດເຂົ້າຮ່ວມຕະຫຼາດ, ຊຸກຍູ້ການແກ່ງແຍ້ງຢ່າງປອດໃສ, ສະເໝີພາບ. ລັດຖະບານມອບໝາຍໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ແລະບັນດາອົງການທີ່ກ່ຽວຂ້ອງສືບຕໍ່ກວດກາຄືນ, ຕີລາຄາ, ສະເໜີຍົກເລີກຢ່າງໜ້ອຍສຸດແມ່ນແຕ່ 1/3 ຫາ 1/2 ຈໍານວນເງື່ອນໄຂດໍາເນີນທຸລະກິດທີ່ພວມນຳໃຊ້ໃນປະຈຸບັນຢູ່ຂົງເຂດຄຸ້ມຄອງ ແລະລະບຽບການບໍລິຫານທີ່ກໍາລັງສ້າງຄວາມກີດຂວາງ, ຄວາມຫຍຸ້ງຍາກໃຫ້ການເຄື່ອນໄຫວລົງທຶນດໍາເນີນທຸລະກິດຂອງວິສາຫະກິດ. ຈັດຕັ້ງການເຈລະຈາຢ່າງເປີດເຜີຍປະຈໍາໄລຍະຢ່າງໜ້ອຍສຸດແມ່ນສອງເທື່ອ/ປີກັບປະຊາຄົມວິສາຫະກິດ, ສື່ມວນຊົນເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ວິສາຫະກິດຢ່າງທັນການ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມສົນທະນາເຈລະຈານະໂຍບາຍກັບບາງກຸ່ມບໍລິສັດເສດຖະກິດພາກເອກະຊົນ. ພາບ: chinhphu.vn

ທີສາມ, ກ່ຽວກັບການເພີ່ມທະວີຄວາມສາມາດສຳຜັດກັບພື້ນຖານໂຄງລ່າງ ແລະບັນດາແຫຼ່ງກຳລັງໃຫ້ເສດຖະກິດພາກເອກະຊົນ.

ທີສີ່, ໜູນຊ່ວຍວິສາຫະກິດພາກເອກະຊົນປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ຫັນເຕັກໂນໂລຊີເປັນທັນສະໄໝ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ, ຍົກສູງສະມັດຕະພາບໃນການອອກແຮງງານ.

ທີຫ້າ, ຍົກສູງປະສິດທິພາບ, ປະສິດທິຜົນຂອງການຄຸ້ມຄອງລັດ; ເຫັນດີເປັນເອກະພາບຄວາມຮັບຮູ້, ແນວຄິດກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ. ລັດຖະບານຮຽກຮ້ອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ແລະບັນດາອົງການທີ່ກ່ຽວຂ້ອງໂຄສະນາເຜີຍແຜ່ທັດສະນະຊີ້ນໍາຂອງມະຕິເລກທີ 10-ມຕ/ສກ ຊຸດທີ XII ເພື່ອແນໃສ່ຊາບຊຶມເນື້ອໃນຈິດໃຈລັດຖະບານຮ່ວມເດີນທາງກັບວິສາຫະກິດ, ຖືວິສາຫະກິດເປັນເປົ້າໝາຍຮັບໃຊ້, ສ້າງສະພາບແວດລ້ອມທີ່ສະດວກໃຫ້ບັນດາວິສາຫະກິດລົງທຶນ, ດໍາເນີນທຸລະກິດ, ພ້ອມກັນນັ້ນ, ກໍ່ສະກັດກັ້ນທຸກຄວາມສະແດງອອກຂອງການພົວພັນ “ຜົນປະໂຫຍດກຸ່ມ”, ຄອບງໍານະໂຍບາຍເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວທີ່ບໍ່ຖືກຕ້ອງ.

ລັດຖະບານມອບໝາຍໃຫ້ບັນດາທ່ານລັດຖະມົນຕີກະຊວງ, ຫົວໜ້າອົງການທຽບເທົ່າກະຊວງ, ຫົວໜ້າອົງການຂຶ້ນກັບລັດຖະບານ, ປະທານຄະນະກໍາມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງສຸມໃສ່ຊີ້ນໍາ, ເພີ່ມທະວີກວດກາ, ເລັ່ງລັດຜັນຂະຫຍາຍການປະຕິບັດໂຄງການກະທໍາຂອງລັດຖະບານ ແລະຂອງແຕ່ລະກະຊວງ, ອົງການ, ທ້ອງຖິ່ນ; ປະຈໍາໄລຍະໃນແຕ່ລະປີແມ່ນລາຍງານໝາກຜົນການປະຕິບັດກັບທ່ານນາຍົກລັດຖະມົນຕີພ້ອມທັງສົ່ງໃຫ້ກະຊວງແຜນການ ແລະການລົງທຶນ ຫວຽດນາມ ເພື່ອຕິດຕາມ ແລະສັງລວມຕາມການກໍານົດ.

 

ແປໂດຍ: ຈາງຫງວຽນ