leftcenterrightdel
ພາລະກອນ Viettel ແນະນໍາປະຊາຊົນນໍາໃຊ້ບໍລິການໂທລະຄົມມະນາຄົມ. ພາບ: ວັນຟອງ.

ດ້ວຍຕະຫຼາດໂທລະຄົມມະນາຄົມຫວຽດນາມ, ການປະກົດຕົວຂອງ VoIP ໄດ້ສ້າງການປະຕິວັດກ່ຽວກັບຄ່າບໍລິການ, ເປີດສາກສັງກາດໂທລະຄົມມະນາຄົມດ້ວຍລາຄາຖືກໃຫ້ທຸກຄົນ, ທຸກຄອບຄົວ. VoIP ໄດ້ພິສູດໃຫ້ເຫັນວ່ານີ້ແມ່ນບາດກ້າວທີ່ສໍາຄັນໃນຂະແໜງໂທລະຄົມມະນາຄົມຫວຽດນາມ, ສ້າງສະໄໝສະສົມເງິນທຶນສໍາຄັນຂອງຫຼາຍບໍລິສັດທີ່ສະໜອງໂທລະຄົມມະນາຄົມ ແລະສ້າງຄວາມຊິນເຄີຍໃຫ້ແກ່ຜູ້ຊົມໃຊ້ ຫວຽດນາມ. ດ້ວຍການເຂົ້າຮ່ວມຂອງ Viettel, ຂະແໜງໂທລະຄົມມະນາຄົມຫວຽດນາມ ຈາກຂະແໜງຜູກຂາດ, ມະຍິກມະຍ່ອຍ, ຫຼ້າຫຼັງ ໄດ້ກາຍເປັນຂະແໜງທີ່ມີຄວາມແກ່ງແຍ້ງກວ່າເກົ່າ, ຊຸກຍູ້ການພັດທະນາຂອງບັນດາບໍລິສັດໃນຂະແໜງໂທລະຄົມມະນາຄົມ.

leftcenterrightdel
ຍ້ອນມີບໍລິການ VoIP ປະຊາຊົນຢູ່ເຂດຫ່າງໄກສອກຫຼີກຈຶ່ງໄດ້ນໍາໃຊ້ບໍລິການໂທລະຄົມມະນາຄົມດ້ວຍລາຄາຖືກໄດ້. ພາບ: ວັນຟອງ.

ນັບແຕ່ນັ້ນ, ໃນຕະຫຼອດ 6 ປີຕໍ່ມາ, Viettel ຍາມໃດກໍແມ່ນບໍລິສັດນໍາໜ້າໃນການຫຼຸດຄ່າບໍລິການ VoIP, ເພື່ອແນໃສ່ເພີ່ມຈຳນວນລູກຄ້າ, ສ້າງເປັນທ່າອ່ຽງບໍລິການໃໝ່. ຕາມທ່ານ ເລດັງຢູງ, ຜູ້້ຮັກສາການປະທານກຸ່ມບໍລິສັດ Viettel ແລ້ວວ່າ: “ນັບແຕ່ເມື່ອເລີ່ມຕົ້ນເຮັດໂທລະຄົມມະນາຄົມ, ພວກຂ້າພະເຈົ້າ ຢາກນໍາເອົາບໍລິການເຖິງທຸກຄົນ ແລະປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຫາກບໍ່ຖືນັ້ນແມ່ນບໍລິການສິ້ນເປືອງ. ນັ້ນກໍແມ່ນສາຍເຫດ ເພື່ອໃຫ້ Viettel ຍາມໃດກໍນໍາໜ້າໃນການຫຼຸດລາຄາ ເພື່ອໃຫ້ຄົນທຸກຍາກ, ປະຊາຊົນຢູ່ເຂດຫ່າງໄກສອກຫຼີກສາມາດນໍາໃຊ້ບໍລິການໂທລະຄົມມະນາຄົມໄດ້”.

ໂດຍ: ທູຈາງ