ກອງປະຊຸມໂທລະສັບມືຖືໂລກ ແມ່ນເຫດການເຕັກໂນໂລຢີໃຫຍ່ທີ່ສຸດໃນປີຂອງຂະແໜງໂທລະສັບມືຖື, ດຶງດູດ 200 ປະເທດ ແລະເຂດແຄ້ວນເຂົ້າຮ່ວມ. ນີ້ແມ່ນຄັ້ງທີ 5 ທີ່ Viettel ແມ່ນຕົວແທນໜຶ່ງດຽວຂອງຫວຽດນາມ ເຂົ້າຮ່ວມເຫດການປະຈໍາປີດັ່ງກ່າວ. ທີ່ MWC 2019, Viettel ໄດ້ແນະນໍາ 4 ມາດຕະການເຊື່ອມຕໍ່ຢ່າງສະຫຼາດ, ນັ້ນແມ່ນ: ກຸ່ມມາດຕະການກ່ຽວກັບບໍລິສັດອິນເຕີແນັດສະຫຼາດ, ກຸ່ມມາດຕະການກ່ຽວກັບຕົວເມືອງອັດສະລິຍະ, ກຸ່ມມາດຕະການກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ກຸ່ມມາດຕະການກ່ຽວກັບອຸປະກອນຕົ້ນທາງ ແລະປາຍທາງ (Terminal equipment) ໃຫ້ແກ່ຂະແໜງການເດີນທະເລ. ບັນດາມາດຕະການດັ່ງກ່າວໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທີ່ມາຢ້ຽມຊົມ.

ໄປຄຽງຄູ່ກັບການແນະນໍາບັນດາຜະລິດຕະພັນທີ່ສະແດງໃຫ້ເຫັນວິໄສທັດກ່ຽວກັບການເຄື່ອນຍ້າຍດີຈີຕອນ, Viettel ຍັງວາງອອກເປົ້າໝາຍຊອກຫາຄູ່ຮ່ວມມືເພື່ອພ້ອມກັນຄົ້ນຄວ້າ, ຜະລິດ ແລະຜັນຂະຫຍາຍເຄືອຂ່າຍ 5G ຢູ່ຫວຽດນາມ.

leftcenterrightdel
ທ່ານພົນຈັດຕະວາ ເລດັງຢູ້ງ, ຜູ້ຮັກສາການປະທານ, ທັງເປັນຜູ້ຮັກສາການອຳນວຍການໃຫຍ່ Viettel  ພົບປະບັນດາຄູ່ຮ່ວມມືຕ່າງປະເທດ. ພາບ: qdnd.vn.
leftcenterrightdel
ຮ້ານຂາຍເຄື່ອງ Viettel ທີ່ງານວາງສະແດງ. ພາບ: qdnd.vn.
leftcenterrightdel
ແຂກຢ້ຽມຊົມທົດລອງຜະລິດຕະພັນຈາກເຕັກໂນໂລຢີເໝືອນຈິງໂດຍ Viettel ພັດທະນາ. ພາບ: qdnd.vn.
leftcenterrightdel
ຜູ້ຕາງໜ້າ Viettel ເຊັນບົດບັນທຶກຊ່ວຍຈໍາສະໜອງການບໍລິການ SMS brand name ໃຫ້ບໍລິສັດ MessageBird ມາຈາກໂຮນລັງ. ພາບ: qdnd.vn.

ໂດຍ: ຈາງຫງວຽນ