ຕາມທ່ານພັນເອກ ຕ່າວດຶກຖັງ ແລ້ວ, Viettel ຈະທົດລອງການບໍລິການເຄືອຂ່າຍ 5G ໃນໄຕມາດ 3 ປີ 2019 ຢູ່ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ. ເລື່ອງທົດລອງນີ້ຈະຊ່ວຍໃຫ້ Viettel ຕີລາຄາກ່ຽວກັບເຂດສົ່ງສັນຍານ, ເຂດນຳໃຊ້ແອບພຣີເຄຊັນ... ໃນເຄືອຂ່າຍ 5G ຫຼັງຈາກນັ້ນຍົກອອກຍຸດທະສາດຜັນຂະຫຍາຍໃຫ້ເໝາະສົມ.

ທ່ານພັນເອກ ຕ່າວດຶກຖັງ ກໍ່ໃຫ້ຮູ້ວ່າ, ຢູ່ໃນໂລກມີບາງປະເທດ, ຄື: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ຄາດຄະເນວ່າປີ 2019 ຫຼື 2020 ຈະຜັນຂະຫຍາຍເຄືອຂ່າຍ 5G. ຜົນປະໂຫຍດຂອງ 5G ລວມມີທັງໂປຼແກຼມສະໜອງໃຫ້ແກ່ລະບົບເຕັກໂນໂລຢີໃນການປະຕິວັດອຸດສາຫະກໍາ 4.0, ເພື່ອຮັບໃຊ້ໃຫ້ແກ່ການເຊື່ອມຕໍ່, ຫັນເປັນອັດຕະໂນມັດ, ລະບົບສາຍສົ່ງຄວາມໄວສູງ, ແກ້ໄຂຂໍ້ຈໍາກັດຂອງບັນດາເຕັກໂນໂລຢີລຸ້ນເກົ່າໄດ້ຫຼາຍຢ່າງ.

leftcenterrightdel
Viettel ຈະຜັນຂະຫຍາຍການທົດລອງນຳໃຊ້ເຄືອຂ່າຍ 5G ຢູ່ນະຄອນຮ່າໂນ້ຍ ແລະນະຄອນໂຮ່ຈີມິນໂດຍໄວ. ພາບ: ວັນຟອງ.

ກ່ອນໜ້ານັ້ນ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ກໍ່ໄດ້ລົງນາມໃນຂໍ້ຕົກລົງອອກໃບອະນຸຍາດຜັນຂະຫຍາຍການທົດລອງນຳໃຊ້ເຄືອຂ່າຍ ແລະບໍລິການໂທລະຄົມມະນາຄົມ 5G ໃຫ້ກຸ່ມບໍລິສັດ Viettel ພາຍຫຼັງພິຈາລະນາຂໍ້ສະເໜີຂອງບໍລິສັດໂທລະຄົມມະນາຄົມນີ້. Viettel ໄດ້ກາຍເປັນບໍລິສັດໂທລະຄົມມະນາຄົມແຫ່ງທໍາອິດທີ່ມີໃບອະນຸຍາດທົດລອງນຳໃຊ້ເຄືອຂ່າຍ 5G. ໃບອະນຸຍາດທົດລອງ 5G ຂອງ Viettel ຈະມີຜົນສັກສິດໃນເວລາ 1 ປີ, ນັບແຕ່ວັນທີ 22 ມັງກອນ 2019 ຮອດວັນທີ 21 ມັງກອນ 2020. ດ້ວຍໃບອະນຸຍາດນີ້, Viettel ໄດ້ທຳການທົດລອງເພື່ອຕີລາຄາລັກສະນະພິເສດດ້ານເຕັກນິກ ແລະຄວາມສາມາດຜັນຂະຫຍາຍພື້ນຖານໂຄງລ່າງໂທລະຄົມມະນາຄົມນໍາໃຊ້ເຕັກໂນໂລຢີເຄື່ອນຍ້າຍລຸ້ນທີ 5 - IMT 2020. ຂອບເຂດການທົດລອງເຄືອຂ່າຍ 5G ຂອງ Viettel ແມ່ນຢູ່ນະຄອນຮ່າໂນ້ຍ ແລະນະຄອນໂຮ່ຈີມິນ.

ໂດຍ: ເຈິ່ນຮວ່ຽນ