ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ການຮັບເອົາເຕັກໂນໂລຢີຈາກຕ່າງປະເທດຂອງຫວຽດນາມ ຍັງບໍ່ມີປະສິດທິຜົນເທື່ອ, ຮຽກຮ້ອງຈຳເປັນຕ້ອງມີວິທີການທີ່ເໝາະສົມ.

ຈຸດພົ້ນເດັ່ນຈາກການຖ່າຍທອດເຕັກໂນໂລຢີ

ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງການຖ່າຍທອດເຕັກໂນໂລຢີຈາກຕ່າງປະເທດ ແລະບັນລຸໄດ້ຜົນງານພົ້ນເດັ່ນຫຼາຍຢ່າງ. ເປັນຕົ້ນແມ່ນຂົງເຂດເຕັກໂນໂລຢີ-ຂໍ້ມູນຂ່າວສານໄດ້ມີບາດກ້າວກະໂດດຂັ້ນ, ມີເຕັກໂນໂລຢີທີ່ທັນສະໄໝຫຼາຍຢ່າງໄດ້ຮັບການຖ່າຍທອດ ແລະໝູນໃຊ້ສໍາເລັດຜົນ ຄື: ຫັນໂທລະຄົມມະນາຄົມເປັນດີຈີຕອນ, ອິນເຕີແນັດສາຍກາບໃຍແສງ, ເຕັກໂນໂລຢີ CDMA, ພິເສດແມ່ນອິນເຕີແນັດ 4G. ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ກໍ່ໄດ້ຮັບຜົນງານຫຼາຍຢ່າງ ແລະຄວາມກ້າວໜ້າໃນການໝູນໃຊ້ເຕັກໂນໂລຢີ-ຂໍ້ມູນຂ່າວສານທີ່ທັນສະໄໝຈາກການຖ່າຍທອດເຕັກໂນໂລຢີຈາກຕ່າງປະເທດສົມທົບກັບການຄົ້ນຄວ້າ ແລະພັດທະນາເຕັກໂນໂລຢີເອງ ເພື່ອຍົກສູງກໍາລັງຄວາມສາມາດແກ່ງແຍ້ງໃນເວທີສາກົນ. ຄາດຄະເນວ່າ ໃນປີນີ້, Viettel ຈະຜັນຂະຫຍາຍການທົດລອງອິນເຕີແນັດ 5G ຢູ່ຫວຽດນາມ.

leftcenterrightdel
ລະບົບຕ່ອງໂສ້ເຕັກໂນໂລຢີສູງເຄື່ອນໄຫວແບບອັດຕະໂນມັດຢູ່ໂຮງງານ Hanwha Aero Engines (ເຂດເຕັກໂນໂລຢີສູງຮວ່າລາກ). ພາບ: ບິກງອັກ.

ຫວ່າງແລ້ວນີ້, ຂະແໜງເຕັກໂນໂລຢີອາວະກາດຂອງຫວຽດນາມ ໄດ້ມີບາດກ້າວໃໝ່ນັ້ນແມ່ນໄດ້ປະດິດສ້າງ ແລະຍິງດາວທຽມ MicroDragon ສໍາເລັດຜົນ. ດາວທຽມໜ່ວຍນີ້ໂດຍວິສະວະກອນ 36 ຄົນທີ່ສັງກັດສູນອາວະກາດຫວຽດນາມ, ສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ພັດທະນາ, ພາຍໃຕ້ການກໍ່ສ້າງ, ແນະນໍາຂອງບັນດາສາດສະດາຈານ, ຊ່ຽວຊານຍີ່ປຸ່ນ. ຫຼືວ່າໃນຂົງເຂດການບິນ, ວັນທີ 6 ທັນວາ 2018, ໂຮງງານ Hanwha Aero Engines ຂອງ ສ.ເກົາຫຼີ ໄດ້ເປີດນໍາໃຊ້ຢູ່ເຂດເຕັກໂນໂລຢີສູງຮວ່າລາກ. ນີ້ແມ່ນໂຮງງານແຫ່ງທໍາອິດທີ່ຜະລິດກົນຈັກເຮືອບິນຢູ່ຫວຽດນາມ, ມີເງິນລົງທຶນ 200 ລ້ານໂດລາສະຫະລັດ. ນີ້ແມ່ນບັນດາຮູບການຖ່າຍທອດເຕັກໂນໂລຢີຈາກຍີ່ປຸ່ນ ແລະສ.ເກົາຫຼີ ໃຫ້ແກ່ຫວຽດນາມ. ໃນເບື້ອງຕົ້ນຊ່ວຍຫວຽດນາມ ເປັນເຈົ້າເຕັກໂນໂລຢີດາວທຽມ ແລະການບິນ.

ທ່ານ ຫງວຽນຫຶວຊວຽນ, ຮອງຫົວໜ້າສະຖາບັນຄົ້ນຄວ້າປະດິດສ້າງ ແລະຂຸດຄົ້ນເຕັກໂນໂລຢີ (ກະຊວງວິທະຍາສາດ ແລະເຕັກໂນໂລຢີ) ຖືວ່າ, ພາຍໃຕ້ຜົນກະທົບຢ່າງແຮງຈາກວິທະຍາສາດ ແລະເຕັກໂນໂລຢີ, ສໍາລັບບັນດາປະເທດທີ່ມີລະດັບວິທະຍາສາດ ແລະເຕັກໂນໂລຢີບໍ່ທັນພັດທະນາຄືຫວຽດນາມ ຄວນຖືການຮັບເອົາຜົນງານວິທະຍາສາດ ແລະເຕັກໂນໂລຢີຂອງໂລກເປັນສຳຄັນພິເສດ. ນັ້ນກໍ່ແມ່ນເຄັດລັບສໍາເລັດຜົນຂອງບັນດາປະເທດໃນໂລກ ແລະພາກພື້ນ, ຄື: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ໄທ.

ການຮັບເອົາເຕັກໂນໂລຢີຍັງຈຳກັດຢູ່

ຄຽງຂ້າງບັນດາຄວາມຕັ້ງໜ້າ, ປະຈຸບັນ, ຢູ່ຫວຽດນາມ ບັນດາວິສາຫະກິດຂະໜາດນ້ອຍສ່ວນຫຼາຍຍັງບໍ່ທັນກຽມພ້ອມຮັບເອົາເຕັກໂນໂລຢີໃໝ່ເທື່ອ. ຕາມຕົວເລກສະຖິຕິຂອງກະຊວງວິທະຍາສາດ ແລະເຕັກໂນໂລຢີແລ້ວ, ປະຈຸບັນ, ທົ່ວປະເທດມີກວ່າ 600.000 ວິສາຫະກິດ, ໃນນັ້ນວິສາຫະກິດຂະໜາດກາງ ແລະນ້ອຍກວມເອົາ 90 ກວ່າ%, ສ່ວນຫຼາຍລ້ວນແຕ່ນໍາໃຊ້ເຕັກໂນໂລຢີທີ່ຫຼ້າຫຼັງຢູ່ລະດັບປານກາງຂອງໂລກ. ຜົນແຫ່ງການສໍາຫຼວດການປ່ຽນແປງໃໝ່ປະດິດສ້າງໃນວິສາຫະກິດສັງກັດໂຄງການ FIRST-NASATI ໂດຍກົມຖະແຫຼງຂ່າວວິທະຍາສາດ ແລະເຕັກໂນໂລຢີແຫ່ງຊາດ ປະຕິບັດຫວ່າງແລ້ວນີ້ສະແດງໃຫ້ເຫັນວ່າ, ມີກວ່າ 85% ວິສາຫະກິດຫວຽດນາມ ປະຕິບັດບັນດາການເຄື່ອນໄຫວຄົ້ນຄວ້າພັດທະນາເຕັກໂນໂລຢີໃໝ່ ຫຼືຍົກລະດັບເຕັກໂນໂລຢີທີ່ທັນສະໄໝເອງ, ໃນຂະນະນັ້ນການເຄື່ອນໄຫວຖ່າຍທອດເຕັກໂນໂລຢີຈາກຕ່າງປະເທດ ແລະບັນດາອົງການຈັດຕັ້ງວິທະຍາສາດ ແລະເຕັກໂນໂລຢີ ຢູ່ວິສາຫະກິດແມ່ນຕໍ່າທີ່ສຸດ (ປະມານ 1%).

leftcenterrightdel
ກຸ່ມວິສະວະກອນຂອງສູນອາວະກາດຫວຽດນາມ ດໍາເນີນການຕິດຕັ້ງ, ປະກອບດາວທຽມ MicroDragon. ພາບ: ສູນອາວະກາດຫວຽດນາມ.

ທ່ານ ຫງວຽນຫຶວຊວຽນ ຖືວ່າ, ບັນຫາຖ່າຍທອດເຕັກໂນໂລຢີຈາກຕ່າງປະເທດ ກໍ່ວາງອອກການທ້າທາຍຫຼາຍຢ່າງຕໍ່ພວກເຮົາ, ຖ້າບໍ່ຮູ້ເລືອກເຟັ້ນ, ສັນລະສູດ ອາດຈະຮັບເອົາເຕັກໂນໂລຢີທີ່ຫຼ້າຫຼັງ, ບໍ່ເໝາະສົມກັບຄວາມຕ້ອງການຂອງປະເທດ.

ຄວນມີຍຸດທະສາດຖ່າຍທອດເຕັກໂນໂລຢີຢ່າງສະເໝີຕົ້ນສະເໝີປາຍ

ທ່ານ ຫງວຽນດິ່ງມີງ, ເລຂາທິການໃຫຍ່ສະພານະໂຍບາຍວິທະຍາສາດ ແລະເຕັກໂນໂລຢີແຫ່ງຊາດ, ສະເໜີວ່າ: ຫວຽດນາມ ຄວນຕີລາຄາລະດັບເຕັກໂນໂລຢີພາຍໃນປະເທດ ແລະຄວາມຕ້ອງການນໍາເຂົ້າເຕັກໂນໂລຢີ ເພື່ອມີບັນຊີລາຍຊື່ນໍາເຂົ້າ ແລະຖ່າຍທອດເຕັກໂນໂລຢີທີ່ເໝາະສົມ; ສຸມໃສ່ຊື້ລິຂະສິດເຕັກໂນໂລຢີ ເພື່ອສ້າງ ແລະພັດທະນາເຕັກໂນໂລຢີຫວຽດນາມ ໂດຍໄວ, ຕອບສະໜອງບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ; ກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ການຄົ້ນຄວ້າວິທະຍາສາດ ແລະພັດທະນາເຕັກໂນໂລຢີ. ຄຽງຂ້າງນັ້ນ, ຫວຽດນາມ ກໍ່ຕ້ອງສ້າງຍຸດທະສາດນໍາເຂົ້າ ແລະຖ່າຍທອດເຕັກໂນໂລຢີຢ່າງສະເໝີຕົ້ນສະເໝີປາຍ, ຄົບຊຸດກັບການປ່ຽນແປງໃໝ່ໂດຍພື້ນຖານ ແລະຮອບດ້ານກ່ຽວກັບກົນໄກໃນສະພາບການປະຈຸບັນ.

leftcenterrightdel
ບັນດາຜະລິດຕະພັນກົນຈັກເຮືອບິນທີ່ຜະລິດຢູ່ໂຮງງານ Hanwha Aero Engines (ເຂດເຕັກໂນໂລຢີສູງຮວ່າລາກ). ພາບ: ບິກງອັກ.

ຫວ່າງແລ້ວນີ້, ນາຍົກລັດຖະມົນຕີ ໄດ້ໃຫ້ສັດຕະຍາບັນແຜນຮ່າງ “ຊຸກຍູ້ການຖ່າຍທອດ, ເປັນເຈົ້າການ ແລະພັດທະນາເຕັກໂນໂລຢີຈາກຕ່າງປະເທດເຂົ້າສູ່ຫວຽດນາມ ໃນບັນດາຂະແໜງການ, ຂົງເຂດບຸລິມະສິດໄລຍະຮອດປີ 2025, ກໍານົດທິດຮອດປີ 2030”.

ໃນນັ້ນ, ແຜນຮ່າງຈະປະຕິບັດການປ່ຽນແປງໃໝ່ກົນໄກ, ຍຸດທະສາດ, ສ້າງສະພາບແວດລ້ອມນິຕິກໍາທີ່ສະດວກໃຫ້ແກ່ການຖ່າຍທອດ, ເປັນເຈົ້າການ ແລະພັດທະນາເຕັກໂນໂລຢີຈາກຕ່າງປະເທດເຂົ້າຫວຽດນາມ; ລົງທຶນໂຄງລ່າງດ້ານເຕັກນິກໜູນຊ່ວຍໃຫ້ອົງການຈັດຕັ້ງ, ວິສາຫະກິດຖ່າຍທອດ, ເປັນເຈົ້າການ ແລະພັດທະນາເຕັກໂນໂລຢີຈາກຕ່າງປະເທດເຂົ້າຫວຽດນາມ... ດ້ວຍບັນດານະໂຍບາຍດັ່ງກ່າວຈະກະຕຸກຊຸກຍູ້ວິສາຫະກິດລົງທຶນຄົ້ນຄວ້າ, ພັດທະນາເຕັກໂນໂລຢີ ແລະສ້າງທ່າໃຫ້ວິວັດການຖ່າຍທອດເຕັກໂນໂລຢີຢູ່ຫວຽດນາມ ຕອບສະໜອງຄວາມຕ້ອງການພັດທະນາຂອງປະເທດຊາດ.

ໂດຍ: ທະນາພອນ