Viettel ຮັບປະກັນໃນການຮັບ-ສົ່ງສັນຍານລະຫວ່າງສາກົນ ແລະພາຍໃນປະເທດ, ສໍາຮອງ 1+3, ທຽບເທົ່າກັບ 20Gbps ແຕ່ລະສາຍ; ສະໜອງເຄື່ອງອຸປະກອນເຄືອຂ່າຍ (ອິນເຕີແນັດມີສາຍ ແລະບໍ່ມີສາຍ) ຮັບປະກັນໃຫ້ນັກຂ່າວ 3.500 ຄົນ ສາມາດເຂົ້າອິນເຕີແນັດໄດ້ ໂດຍບໍ່ຕັດຂາດຕອນໃດໆທັງໜົດ; ຮັບປະກັນລະບົບໂທລະສັບຕັ້ງໂຕະ 300 ໜ່ວຍ ແລະ booth ສື່ມວນຊົນຢູ່ບັນດາສະຖານທີ່ດໍາເນີນກອງປະຊຸມ.

leftcenterrightdel
ດ້ວຍບົດຮຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, Viettel ໃຫ້ຄໍາໝັ້ນສັນຍາຮັບປະກັນລະບົບເຄືອຂ່າຍອິນເຕີແນັດຢູ່ກອງປະຊຸມ. ພາບ: kinhtedothi.vn.

Viettel ຈະຮັບປະກັນຄວາມປອດໄພດ້ານການສື່ສານໃຫ້ແກ່ເຫດການ ຄື: ສ້າງລະບົບ Firewallຝາໄຟຟ້າ, ລະບົບຕ້ານການບຸກໂຈມຕີ DDoS, ລະບົບເປັນເຈົ້າການຄົ້ນພົບການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ. Viettel ໄດ້ສ້າງບັນດາແຜນການຮັບມືໄວ້ເປັນທີ່ຮຽບຮ້ອຍແລ້ວ ໃນກໍລະນີຖືກບຸກໂຈມຕີ ແລະຈະຈັດຕັ້ງການສົມມຸດຖານ, ຝຶກຊ້ອມການຮັບມືກັບການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ. ເຂົ້າໃນລະບົບສື່ສານຢູ່ສູນສື່ມວນຊົນ, ສ້າງບັນດາແຜນການຮັບມືເມື່ອມີກໍລະນີເກີດຂຶ້ນ.

ໂດຍ: ເຈິ່ນຮວ່ຽນ