ໄດ້ດໍາເນີນແຕ່ວັນທີ 28 ມັງກອນຫາວັນທີ 9 ກຸມພາ, ລາຍການໄດ້ດຶງດູດການເຂົ້າຮ່ວມຂອງຜູ້ນໍາໃຊ້ກວ່າ 90 ລ້ານເທື່ອຄົນ. ມີເກືອບ 17 ລ້ານລາງວັນໄດ້ມອບໃຫ້ລູກຄ້າຂອງ ViettelPay. ໃນນັ້ນ, ລາງວັນພິເສດມີມູນຄ່າເທົ່າກັບ “ຄໍາ 1 ກິໂລກຼາມ” (ກວ່າ 1 ຕື້ດົ່ງ) ໄດ້ມອບໃຫ້ລູກຄ້າ ນົງຈູງຫາຍ, ເກີດປີ 1985, ທີ່ຢູ່ຕາແສງເລິມເຖື້ອງ, ເມືອງລູກອຽນ, ແຂວງອຽນບ໊າຍ.

leftcenterrightdel
ຄະນະຈັດຕັ້ງມອບລາງວັນພິເສດໃຫ້ອ້າຍ ນົງຈູງຫາຍ. ພາບ: qdnd.vn.

ໂດຍສະເໝີຕົວຢ່າງເປັນທາງການເມື່ອວັນທີ 29 ມິຖຸນາ 2018, ViettelPay ແມ່ນແອັບພຼີເຄຊັນຊໍາລະເງິນ, ໂອນເງິນທີ່ມີປະໂຫຍດໃນໂທລະສັບມືຖື, ຊ່ວຍລູກຄ້າສາມາດຊໍາລະຄ່າໄຟຟ້າ, ຄ່ານໍ້າປະປາ, ປີ້ຍົນ... ຢ່າງງ່າຍດາຍ, ວ່ອງໄວ ແລະຊັດເຈນ. ພາຍຫຼັງສະເໜີຕົວເປັນເວລາເກືອບ 1 ປີ ViettelPay ພວມຢັ້ງຢັນທີ່ຕັ້ງຂອງຕົນໃນຕະຫຼາດຊໍາລະເງິນເອເລັກຕຼົງດ້ວຍຜູ້ນໍາໃຊ້ເກືອບ 3,7 ລ້ານຄົນ.

ຄວາມມານະພະຍາຍາມຮັບໃຊ້ຂອງ ViettelPay ໄດ້ຮັບການຮັບຮອງດ້ວຍລາງວັນສາກົນ APICTA 2018 - ລາງວັນທີ່ມີອິດທິພົນຊື່ສຽງປະຈໍາປີເຊິ່ງໄດ້ຮັບການຈັດຕັ້ງ ເພື່ອແນໃສ່ຮັບຮູ້ບັນດາແອັບພຼີເຄຊັນ, ຜະລິດຕະພັນ... ດີເດັ່ນຂອງບັນດາປະເທດ, ພື້ນຖານເສດຖະກິດຂອງ 16 ປະເທດສະມາຊິກ.

ໂດຍ: ທະນາພອນ