ເພື່ອຍົກສູງປະສິດທິຜົນໃນວຽກງານດັ່ງກ່າວ, ບາງມາດຕະການໃໝ່ໄດ້ຮັບການສະເໜີ, ຄື: ສົ່ງເສີມອົງການຂອງລັດເຊົ່າວິສາຫະກິດເຕັກໂນໂລຢີຫວຽດນາມ ຕິດຕາມກວດກາ, ຮັບປະກັນຄວາມໝັ້ນຄົງລະບົບຂໍ້ມູນຂ່າວສານ; ສ້າງຕັ້ງພັນທະມິດສະກັດກັ້ນ, ຕ້ານລະຫັດທີ່ເປັນອັນຕະລາຍ ແລະແກ້ໄຂການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດຫວຽດນາມ...

ຍັງບໍ່ທັນມີຄວາມຮັບຮູ້ຖືກຕາມລະດັບກ່ຽວກັບຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ

ທ່ານ ປອ. ຫວູກວກແຄ໊ງ, ຫົວໜ້າຄະນະປະສານງານຄວາມປອດໄພດ້ານຂໍ້ມູນຂ່າວສານ (ສະຫະສະມາຄົມຄວາມປອດໄພດ້ານຂໍ້ມູນຂ່າວສານຫວຽດນາມ) ໃຫ້ຮູ້ວ່າ, ດັດຊະນີຄວາມປອດໄພດ້ານຂໍ້ມູນຂ່າວສານຢູ່ຫວຽດນາມ ບັນລຸ 45,6%, ຕໍ່າກວ່າປີ 2017 (54,2%) ແລະປີ 2016 (59,9%).

leftcenterrightdel
ພະນັກງານເຮັດວຽກຢູ່ສູນເຄື່ອນໄຫວຂຸດຄົ້ນທົ່ວໂລກສັງກັດບໍລິສັດໃຫຍ່ເຄືອຂ່າຍ Viettel (ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ). ພາບ: ຢ້ຽວລີງ.

ສະພາບຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານໄດ້ຜັນແປຢ່າງສັບສົນ, ແຕ່ວ່າຢູ່ຫຼາຍອົງການຂອງລັດຂັ້ນທ້ອງຖິ່ນ, ເລື່ອງຮັກສາຄວາມລັບຂອງລະບົບຂໍ້ມູນຂ່າວສານພຽງແຕ່ຢຸດຕິຢູ່ທີ່ການຊື້ຊອບແວກຳຈັດໄວຮັດ ແລະ firewall ເທົ່ານັ້ນ. ໃນສະພາບຕົວຈິງ, ງົບປະມານທີ່ມາລົງທຶນໃຫ້ແກ່ຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດຢູ່ບັນດາອົງການ, ອົງການຈັດຕັ້ງຂອງລັດກວມເອົາພຽງແຕ່ 5% ເຖິງ 10% ຂອງລະດັບການລົງທຶນເຂົ້າເຕັກໂນໂລຢີຂໍ້ມູນຂ່າວສານ. ໃນຂະນະນັ້ນ, ລະດັບການລົງທຶນປົກກະຕິໃນຂົງເຂດນີ້ຕາມປະສົບການຂອງສາກົນແລ້ວ ແມ່ນຕ້ອງກວມເອົາ 25-30% ຂອງຍອດເງິນລົງທຶນເຂົ້າເຕັກໂນໂລຢີຂໍ້ມູນຂ່າວສານທັງໝົດ. ສາຍເຫດທີ່ພາໄປເຖິງສະພາບການດັ່ງກ່າວນັ້ນແມ່ນຍ້ອນຄວາມຮັບຮູ້ຕໍ່ຄວາມເສຍຫາຍຂອງການຂາດຄວາມໝັ້ນຄົງ, ຄວາມປອດໄພດ້ານຂໍ້ມູນຂ່າວສານຢູ່ບັນດາອົງການຂອງລັດແມ່ນຍັງບໍ່ທັນຖືກຕ້ອງຕາມລະດັບ.

ຄວນລົບລ້າງຈິດວິທະຍາມັກນຳໃຊ້ຜະລິດຕະພັນຕ່າງປະເທດເຂົ້າໃນການປ້ອງກັນຄວາມປອດໄພດ້ານຂໍ້ມູນຂ່າວສານ

ເມື່ອເຕື້ອງເຖິງບັນດາວິທີການແກ້ໄຂເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໃນບັນດາອົງການຂອງລັດ, ທ່ານ ຫງວຽນຮຸຍຢູງ, ຮອງຫົວໜ້າກົມຄວາມປອດໄພດ້ານຂໍ້ມູນຂ່າວສານ (ກະຊວງຖະແຫຼ່ງຂ່າວ ແລະສື່ສານຫວຽດນາມ) ເນັ້ນໜັກວ່າ, ລະດັບການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດຂອງອົງການ, ອົງການຈັດຕັ້ງຕ່າງໆບໍ່ພຽງແຕ່ນອນຢູ່ໃນເລື່ອງອົງການ, ອົງການຈັດຕັ້ງນັ້ນຖືກບຸກໂຈມຕີ ຫຼື ບໍນັ້ນ ຫາກຍັງນອນຢູ່ໃນຄວາມສາມາດໃນການຄົ້ົ້ນພົບວ່າຕົນຖືກບຸກໂຈມຕີ ຫຼື ບໍ ແລະຄວາມສາມາດໃນການຟື້ນຟູການເຄື່ອນໄຫວຂອງລະບົບພາຍຫຼັງຖືກບຸກໂຈມຕີຢ່າງວ່ອງໄວອີກດ້ວຍ. ຍ້ອນເຫດນັ້ນ, ຖ້າຫາກວ່າປະຈຸບັນບັນດາອົງການຂອງລັດຍັງບໍ່ມີກໍາລັງຄວາມສາມາດໃນການສະກັດກັ້ນ, ຕ້ານບັນດາການບຸກໂຈມຕີຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໄວ້ລ່ວງໜ້ານັ້ນ ເຊິ່ງວິທີການແກ້ໄຂປ່ຽນແທນແມ່ນຈ້າງການບໍລິການປ້ອງກັນທີ່ເປັນມືອາຊີບຈາກບັນດາວິສາຫະກິດຮັກສາຄວາມລັບພາຍໃນປະເທດ. ປະຈຸບັນ, ຫວຽດນາມ ມີບາງວິສາຫະກິດມີສີມືໃນຂົງເຂດນີ້, ຄື: ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel), ກຸ່ມບໍລິສັດເຕັກໂນໂລຢີ BKAV, ບໍລິສັດຫຸ້ນສ່ວນກຸ່ມບໍລິສັດເຕັກໂນໂລຢີ CMC… ບັນດາວິສາຫະກິດດັ່ງກ່າວບໍ່ພຽງແຕ່ຮັບໃຊ້ຕະຫຼາດພາຍໃນປະເທດເທົ່ານັ້ນ ຫາກຍັງປ້ອງກັນໃຫ້ລະບົບຂໍ້ມູນຂ່າວສານຂອງລູກຄ້າຢູ່ຕ່າງປະເທດອີກດ້ວຍ.

leftcenterrightdel
ນັກວິຊາການຕີລາຄາການຮັກສາຄວາມລັບໃນການເຮັດວຽກຢູ່ສູນບໍລິຫານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ CMC NextGen SOC. ພາບ: ຖຸຍລີງ.

ນອກຈາກນັ້ນ, ຫຼາຍຄໍາເຫັນປະກອບຂອງນັກຊ່ຽວຊານຖືວ່າ, ແທນທີ່ໃຫ້ອົງການຂອງລັດນໍາໃຊ້ບັນດາວິທີການແກ້ໄຂສະກັດກັ້ນ, ຕ້ານລະຫັດທີ່ເປັນອັນຕະລາຍທີ່ມີລາຄາແພງຂອງຕ່າງປະເທດນັ້ນມານໍາໃຊ້ຜະລິດຕະພັນໂດຍວິສາຫະກິດຫວຽດນາມ ຜະລິດຈະນໍາມາເຊິ່ງປະສິດທິຜົນສູງກວ່າ. ໃນສະພາບຕົວຈິງ, ໃນປີ 2018, ສູນຕິດຕາມກວດກາຄວາມປອດໄພທາງເຄືອຂ່າຍອິນເຕີແນັດແຫ່ງຊາດ ສັງກັດກົມຄວາມປອດໄພດ້ານຂໍ້ມູນຂ່າວສານໄດ້ຕິດຕາມກວດກາ ແລະໜູນຊ່ວຍຫຼາຍອົງການ, ອົງການຈັດຕັ້ງຢູ່ຫວຽດນາມ ແກ້ໄຂບັນດາການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ. ໃນນັ້ນ, ຫຼາຍອົງການໄດ້ນໍາໃຊ້ວິທີການແກ້ໄຂດ້ວຍລາຄາແພງຂອງບັນດາບໍລິສັດເຕັກໂນໂລຢີໃນໂລກ ແຕ່ກໍ່ຍັງແມ່ນຜູ້ຖືກເຄາະຮ້າຍຈາກບັນດາການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ. ຍ້ອນເຫດນັ້ນ, ອົງການຂອງລັດຄວນລົບລ້າງຈິດວິທະຍານິຍົມຜະລິດຕະພັນ, ບໍລິການຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດຂອງຕ່າງປະເທດ. ແທນທີ່ນັ້ນແມ່ນຄວນນຳໜ້າໃນການນໍາໃຊ້ການບໍລິການຮັກສາຄວາມລັບພາຍໃນປະເທດ. ຍ້ອນວ່າທັງມີຄວາມໄວ້ເນື້ອເຊື່ອໃຈໃນຫຼາຍແງ່ມູມກວ່າ ແລະທັງຊ່ວຍໃຫ້ວິສາຫະກິດເຕັກໂນໂລຢີຫວຽດນາມພັດທະນາໃນຂົງເຂດປ້ອງກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດຕື່ມອີກ.

ເພື່ອຍົກສູງປະສິດທິຜົນໃນການຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານໃຫ້ບັນດາອົງການຂອງລັດ, ວິສາຫະກິດຂອງຫວຽດນາມ, ກະຊວງຖະແຫຼງຂ່າວ ແລະສື່ສານໄດ້ຍົກອອກບາງວິທີການແກ້ໄຂໃໝ່.  ຕາມນັ້ນແລ້ວ, ພັນທະມິດຄວນສະກັດກັ້ນ, ຕ້ານລະຫັດທີ່ເປັນອັນຕະລາຍ ແລະແກ້ໄຂການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດຫວຽດນາມ ຄາດວ່ຈະໄດ້ສະເໜີຕົວໃນປີ 2019 ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດປ້ອງກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃນທົ່ວປະເທດ, ພາຍໃຕ້ການປະສານງານລວມຂອງກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ. ເລື່ອງສ້າງຕັ້ງພັນທະມິດດັ່ງກ່າວດ້ວຍເປົ້າໝາຍແມ່ນກຽມພ້ອມໃຫ້ຄໍາປຶກສາ, ກາຍເປັນເຄື່ອງມືໜູນຊ່ວຍດີທີ່ສຸດໃຫ້ແກ່ການຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໃຫ້ບັນດາອົງການພັກ, ລັດ ແລະວິສາຫະກິດຫວຽດນາມ.

ປັດໄຈຕົ້ນຕໍໃນການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດແມ່ນມະນຸດ. ຍ້ອນເຫດນັ້ນ, ບັນດາສຳນັກງານ, ອົງການຈັດຕັ້ງຂອງລັດຄວນເອົາໃຈໃສ່ພັດທະນາຖັນແຖວວິສະວະກອນດ້ານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໃຫ້ມີວິຊາສະເພາະຢ່າງເລິກເຊິ່ງ.

ໂດຍ: ທະນາພອນ