Viettel  ຫັນປ່ຽນບໍລິການຈາກ SIM ເກົ່າເປັນ eSIM ໃຫ້ແກ່ 2.019 ລູກຄ້າທໍາອິດໂດຍບໍ່ເສຍຄ່າກ່ອນທີ່ຈະສະໜອງບໍລິການທົ່ວໄປ.

leftcenterrightdel
Viettel ໄດ້ກາຍເປັນບໍລິສັດໂທລະຄົມມະນາຄົມທໍາອິດຢູ່ຫວຽດນາມ ສະໜອງບໍລິການ eSIM ຢ່າງເປັນທາງການ. ພາບ:  vietnamnet.vn.

ໃນໄລຍະທໍາອິດ, Viettel  ສະໜອງ eSIM ຜ່ານລະບົບ app store  ໂດຍກົງ (ເປີດບໍລິການ 24/24 ຊົ່ວໂມງໃນຕະຫຼອດບຸນປີໃໝ່ປະຈໍາຊາດ) ແລະຈະໜູນຊ່ວຍການລົງທະບຽນໃໝ່ ຫຼື ຫັນປ່ຽນຈາກ SIM ມາເປັນ eSIM  ໂດຍກົງທາງອອນລາຍໂດຍໄວ.  ໃນໄລຍະຈະມາເຖິງ, ສາມາດຕິດຕັ້ງ eSIM ໃສ່ລົດໄຟຟ້າເພື່ອຕິດຕາມການເດີນທາງ, ຕ້ານຂະໂມຍຢ່າງມີປະສິດທິຜົນ ແລະເຊື່ອມຈອດບັນດາແອັບສະຫຼາດນຳກັນ. ການສະໜອງ eSIM ຈະແກ້ໄຂໄດ້ບັນດາຂໍ້ຈໍາກັດທີ່ເກີດຂຶ້ນສໍາລັບ SIM ທໍາມະດາຄື: ເປ່ເພ, ຄາພານຊິມ... ຜ່ານນັ້ນຄ່ອຍໆປ່ຽນແທນ nanoSIM ໃນບັນດາອຸປະກອນລຸ້ນໃໝ່ເຊັ່ນ: ໂທລະສັບມືຖື Apple iPhone XS.

ໂດຍ: ໄຊຊະນະ