ດ້ວຍການຄາດຄະເນຄືດັ່ງກ່າວ, ບັນດາມາດຕະການແກ້ໄຂຂອງ Viettel ປີນີ້ສ່ວນຫຼາຍແມ່ນສຸມໃສ່ຍົກສູງຄຸນນະພາບເຄືອຂ່າຍ 4G, ພິເສດແມ່ນຕອບສະໜອງຄວາມຕ້ອງການນໍາໃຊ້ບໍລິການ ດາຕ້າ ຂອງລູກຄ້າໃນບຸນປີໃໝ່ປະຈໍາຊາດໃຫ້ດີທີ່ສຸດຄື: ເຂົ້າອິນເຕີເນັດ, ແຊຮູບພາບ, ວີດີໂອ, livestream,… ນັບທັງໃນຈຸດເວລາທີ່ມີຫຼາຍຄົນໃຊ້ ແລະບັນດາເຂດຈັດງານບຸນ, ເຫດການທີ່ມີຄົນເຂົ້າຮ່ວມຢ່າງຫຼວງຫຼາຍ.

leftcenterrightdel
ວິສະວະກອນຂອງ Viettel  ກວດກາການຮັບປະກັນເຄືອຂ່າຍໃຫ້ລຸລ່ວງ. ພາບ: ວັນຟອງ.

ໂດຍລະອຽດ, ນອກຈາກທ່າໄດ້ປຽບກ່ຽວກັບໂຄງລ່າງດ້ວຍເກືອບ 120.000 ສະຖານີສົ່ງສັນຍານ, ໃນນັ້ນມີ 40.000 ສະຖານີ 4G ໃນທົ່ວປະເທດ, Viettel ເປັນເຈົ້າການໃນການຜັນຂະຫຍາຍຕື່ມອີກປະມານ 12.000 ມາດຕະການດ້ານເຕັກນິກຄື: ນຳໃຊ້ສະຖານີສົ່ງສັນຍານໃໝ່, ເພີ່ມຊັບພະຍາກອນໃໝ່, ຍົກລະດັບບໍລິມາດບັນຈຸ...

ຄຽງຂ້າງບໍລິການມືຖືແລ້ວ, Viettel ຜັນຂະຫຍາຍບັນດາມາດຕະການຮັບປະກັນຄຸນນະພາບທາງເຄືອຂ່າຍ ແລະເພີ່ມບໍລິມາດບັນຈຸຢູ່ທຸກລະບົບບໍລິການຄື: ໂທລະສັບຕັ້ງໂຕະ, ອິນເຕີເນັດ, ໂທລະພາບ ເພື່ອພ້ອມແລ້ວທີ່ຈະຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນໃນໂອກາດບຸນປີໃໝ່ປະຈໍາຊາດ.

ສະນັ້ນ, ດ້ວຍໂຄງລ່າງເຄືອຂ່າຍໃຫຍ່ທີ່ສຸດຢູ່ ຫວຽດນາມ, Viettel ໄດ້ພ້ອມແລ້ວທີ່ຈະຮັບປະກັນທຸກໆບໍລິການມືຖື (2G, 3G và 4G), ໂທລະສັບຕັ້ງໂຕະ, ອິນເຕີເນັດ, ໂທລະພາບໃຫ້ແກ່ລູກຄ້າໃນທົ່ວປະເທດໃນໂອກາດບຸນປີໃໝ່ປະຈໍາຊາດປີ ກຸນ 2019.

ໂດຍ: ໄຊຊະນະ