leftcenterrightdel
ພາບປະກອບຈາກ qdnd.vn.

ທີ່ລາຍການ, ຄະນະອໍານວຍການ Viettel Post ສາຂາແຂວງເລິມດົ່ງ ໄດ້ສະແດງຄວາມຂອບອົກຂອບໃຈ ແລະມອບຂອງຂວັນທີ່ມີຄວາມໝາຍເຖິງລູກຄ້າທຸກໆຄົນຂອງ Viettel Post ສາຂາແຂວງເລິມດົ່ງ ໃນໄລຍະຜ່ານມາ. ທ່ານ ຫງວຽນຫຶວວົງ, ຜູ້ອໍານວຍການສາຂາໃຫ້ຮູ້ວ່າ: “ປີ 2018, Viettel Post ໄດ້ມີບາດກ້າວເຕີບໃຫຍ່ຢ່າງປະທັບໃຈ. ປະຈຸບັນ, ບໍລິສັດໃຫຍ່ໄດ້ເປີດໂຮງໄປສະນີກວ່າ 1300 ແຫ່ງຢູ່ 85 ສາຂາ. ເຄືອຂ່າຍການດໍາເນີນທຸລະກິດໄດ້ຮັບການເປີດກວ້າງຢ່າງຕໍ່ເນື່ອງຢູ່ບັນດາເມືອງ, ຕາແສງ, ໝູ່ເກາະດ້ວຍລູກຄ້າປະມານ 400.000 ຄົນທີ່ຍາມໃດກໍ່ເຊື່ອໝັ້ນ, ຮ່ວມເດີນທາງພ້ອມກັບວິສາຫະກິດ. ພະນັກງານ, ພາລະກອນໃນທົ່ວປະເທດກວ່າ 17.000 ຄົນໄດ້ ແລະພວມນໍາມາເຊິ່ງບັນດາບໍລິການທີ່ມີຄຸນນະພາບດີທີ່ສຸດໃຫ້ແກ່ລູກຄ້າ. ບໍລິສັດກໍ່ປ່ຽນແປງວິທີເຮັດວຽກເປັນປະຈໍາ ເພື່ອຫຼຸດຜ່ອນເວລາສົ່ງສິນຄ້າ, ກາຍເປັນວິສາຫະກິດເມດ່ວນທີ່ມີລະດັບຄວາມໄວທີ່ສຸດໃນທົ່ວຂະແໜງໄປສະນີ, ເຊິ່ງໄດ້ຮັບຫຼາຍລາງວັນອັນສູງສົ່ງຄື: ເຄື່ອງໝາຍການຄ້າແຫ່ງຊາດ, ດາວຄໍາດິນແດນຫວຽດນາມ...

ໂດຍ: ທະນາພອນ