ຈຸດພົ້ນເດັ່ນພິເສດຂອງປີ 2018 ແມ່ນຫວຽດນາມ ໄດ້ລົງນາມ ແລະຮັບຮອງເອົາສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີ (FTA) ລຸ້ນໃໝ່ທີ່ມີລະດັບເປີດຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານ, ຕັ້ງຄວາມຫວັງສ້າງບັນດາກຳລັງແຮງຢ່າງຕັ້ງໜ້າໃຫ້ແກ່ການປັບປຸງສະພາບແວດລ້ອມແຫ່ງການລົງທຶນລວມຂອງທົ່ວປະເທດ. ຄະແນນຂອງຫວຽດນາມ ໃນການຈັດອັນດັບປີ 2018 ຂອງ WEF ແມ່ນ 58,1 ຄະແນນ, ເພີ່ມຂຶ້ນໜ້ອຍໜຶ່ງເມື່ອທຽບໃສ່ປີ 2017.

ເບິ່ງລວມແລ້ວ, ຮອດປີ 2018, ທົ່ວປະເທດບັນລຸໄດ້ ແລະລື່ຶນກາຍ 11 ຄາດໝາຍເສດຖະກິດ-ສັງຄົມຕາມແຜນການ 5 ປີ 2016-2020 ເຊິ່ງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະມະຕິຂອງສະພາແຫ່ງຊາດໄດ້ວາງອອກ; ປະກອບສ່ວນສໍາຄັນເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສ້າງບັນຍາກາດເບີກບານມ່ວນຊື່ນໃນທົ່ວສັງຄົມ, ໄດ້ຮັບການຕີລາຄາສູງຈາກບັນດາອົງການຈັດຕັ້ງສາກົນ.

leftcenterrightdel
ພາບປະກອບ: kinhtedothi.vn.

ປີ 2019, ພ້ອມກັບການພັດທະນາຂອງການປະຕິວັດເຕັກໂນໂລຢີ, ພື້ນຖານເສດຖະກິດໂລກອາດຈະເຕີບໂຕຊັກຊ້າ; ພ້ອມທັງຊ້ອນແຝງຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງທັງດ້ານການຄ້າ, ການເງິນ, ເງິນຕາ ແລະຄວາມໝັ້ນຄົງບໍ່ແມ່ນການທະຫານ, ການປ່ຽນແປງຂອງດິນຟ້າອາກາດ, ໄພທໍາມະຊາດ, ໂລກພະຍາດ. ໃນປີ 2019 ກໍ່ໄດ້ເຫັນປະຈັກຕາການເພີ່ມທະວີຄວາມກົດດັນເງິນເຟີ້ ກໍ່ຄືຄວາມຮຽກຮ້ອງຕ້ອງການໃນການປັບປຸງສະມັດຕະພາບການອອກແຮງງານ, ກໍາລັງຄວາມສາມາດແກ່ງແຍ້ງ, ອັດຕາສ່ວນຜະລິດສິນຄ້າພາຍໃນ. ການຄ້າເຖື່ອນ, ການສໍ້ໂກງການຄ້າຍັງມີການຜັນແປຢ່າງສັບສົນ. ຂະແໜງສິນໃນນໍ້າຂອງ ຫວຽດນາມ ຍັງພວມມານະພະຍາຍາມແກ້ໄຂ “ບັດເຫຼືອງ” ຂອງ ອີຢູ, ພ້ອມກັນນັ້ນ, ແມ່ນເລື່ອງອາເມລິກາ ເກັບພາສີອາກອນຕ້ານການຂາຍບຸບລາຄາສໍາລັບ ປາຈາ ແມ່ນສູງພໍສົມຄວນ...

ປີ 2019, ຫວຽດນາມ ກໍ່ຈະສືບຕໍ່ສໍາຜັດບັນດາກາລະໂອກາດ ແລະສິ່ງທ້າທາຍໃໝ່ຈາກ FTA ລຸ້ນໃໝ່ຕ່າງໆດ້ວຍຄວາມຮຽກຮ້ອງຕ້ອງການສູງກວ່າ ແລະຕ້ອງປະຕິບັດບັນດາຄໍາໝັ້ນສັນຍາສາກົນ, ນັບທັງດ້ານພາສີ, ເປີດປະຕູຕະຫຼາດ, ຊັບສິນທາງປັນຍາ... ຢ່າງຄົບຖ້ວນ ແຕ່ບໍ່ໄດ້ຊົມໃຊ້ບັນດາບຸລິມະສິດພິເສດສະເພາະໃຫ້ແກ່ໄລຍະຫັນປ່ຽນຄືເມື່ອກ່ອນ.

ພຶດຕິກໍາຕົວຈິງຊີ້ໃຫ້ເຫັນວ່າ, ຫວຽດນາມ ພວມຢູ່ໃນທ່າພັດທະນາ, ດ້ວຍບັນດາການປັບປຸງຢ່າງຕັ້ງໜ້າກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ແລະພື້ນຖານໂຄງລ່າງ; ຂອບຂະໜາດ ແລະຄຸນນະພາບພົນລະເມືອງ, ຄວບຄຸມໄພເງິນເຟີ້ ແລະລະດັບຄວາມທຸກຍາກ, ເພີ່ມເງິນແຮຕ່າງປະເທດໄວ້ ແລະການສົ່ງອອກ, ການລົງທຶນພາກເອກະຊົນ ແລະດຶງດູດເງິນລົງທຶນຈາກຕ່າງປະເທດ... ໂດຍແມ່ນປະເທດມີລາຍຮັບສະເລ່ຍໃນລະດັບປານກາງ ແລະພວມຢູ່ໃນວິວັດການຫັນປ່ຽນກົນໄກ, ຫັນໂຄງປະກອບເສດຖະກິດເປັນທັນສະໄໝ, ຫວຽດນາມ ມີບັນດາສິ່ງທ້າທາຍສະເພາະ, ກ່ອນອື່ນໝົດແມ່ນກ່ຽວຂ້ອງເຖິງການເສີມຂະຫຍາຍຈິດໃຈເລີ່ມທຸລະກິດ, ຍົກສູງລັກສະນະແກ່ງແຍ້ງ ແລະກໍາລັງຄວາມສາມາດປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງທັງດ້ານມະຫາພາກ ແລະຈຸລະພາກ; ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ; ສ້າງການຫັນປ່ຽນໃນການປະຕິບັດບັນດາບຸກທະລຸຍຸດທະສາດຢ່າງແທດຈິງ; ສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ; ຍູ້ແຮງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີກ້າວໜ້າ ແລະໝູນໃຊ້ການປະຕິວັດອຸດສາຫະກໍາຄັ້ງທີ 4 ຢ່າງມີປະສິດທິຜົນ; ມຸ່ງໄປເຖິງການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ລັກສະນະເປັນເຈົ້າຕົນເອງ ແລະກໍາລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນ ແລະຕ້ານໄພທໍາມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ໂດຍ: ທູຈາງ