ລາຍການໂດຍແຂວງ ເງ້ອານ, ສະມາຄົມມິດຕະພາບຫວຽດນາມ - ລາວ ສົມທົບກັບສະຖານີວິທະຍຸກະຈາຍສຽງຫວຽດນາມ ແລະສະຖານີໂທລະພາບເຕັກນິກດີຈີຕອນ VTC ຈັດຕັ້ງ.

leftcenterrightdel
ຮູບພາບທະຫານຫວຽດນາມບົນດິນແດນເພື່ອນມິດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ເຂົ້າຮ່ວມລາຍການມີທ່ານນາງ ຕ່ອງທິຟ໋ອງ ກໍາມະການກົມການເມືອງ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ, ພ້ອມດ້ວຍບັນດາທະຫານເສຍອົງຄະ, ຍາດຕິພີ່ນ້ອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຄວາມເປັນເອກະລາດຂອງປະເທດເພື່ອນມິດລາວອ້າຍນ້ອງ ແລະປະຊາຊົນເມືອງແອັງເຊີນ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

leftcenterrightdel
ທ່ານນາງ ຕ່ອງທິຟ໋ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ລາຍການ, ທ່ານນາງ ຕ່ອງທິຟ໋ອງ ໄດ້ສະແດງຄວາມສະເທືອນໃຈທີ່ໄດ້ກັບຄືນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ, ບ່ອນທີ່ມີກວ່າໜຶ່ງໝື່ນຫຼຸມຝັງສົບທະຫານອາສາສະໝັກຫວຽດນາມທີ່ໄດ້ເສຍສະຫຼະຊີວິດເພື່ອນໍ້າໃຈມິດຕະພາບສາກົນອັນສູງສົ່ງຢູ່ທີ່ບັນດາແນວຮົບຂອງລາວ, ພິເສດແມ່ນຢູ່ສະໜາມຮົບທົ່ງໄຫຫີນ - ຊຽງຂວາງ.

ທ່ານນາງ ຕ່ອງທິຟ໋ອງ ເຊື່ອໝັ້ນວ່າສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ ຢູ່ເມືອງແອັງເຊີນຈະແມ່ນສະຖານທີ່ທີ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດມາຢ້ຽມຢາມເພື່ອສະແດງຄວາມຮູ້ບຸນຄຸນ ແລະອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ພ້ອມທັງມາຢາມເມືອງແອັງເຊີນ, ຢ້ຽມຢາມເຂດທີ່ໝັ້ນມົນເຊີນ, ເມືອງກອນກວງ...

ໂດຍ: ດັ້ງເກື່ອງ