ປີ 2018, Viettel ສືບຕໍ່ແມ່ນເຄື່ອງໝາຍການຄ້າຢືນອັນດັບທີ 1 ກ່ຽວກັບມູນຄ່າຢູ່ຫວຽດນາມ, ນອນໃນ top 50 ເຄື່ອງໝາຍການຄ້າໂທລະຄົມມະນາຄົມມີມູນຄ່າສູງທີ່ສຸດໃນໂລກ, ດ້ວຍລະດັບການກໍານົດລາຄາແມ່ນ 3,178 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 23,7% ເມື່ອທຽບໃສ່ປີ 2017. ປີ 2018 ໄດ້ສ້າງຂີດໝາຍສໍາຄັນຫຼາຍຢ່າງສໍາລັບ Viettel ເມື່ອລັດຖະບານໄດ້ປ່ຽນຊື່ມາເປັນກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ແລະອານຸມັດຜ່ານບັນດາວິທີການສ້າງໂຄງປະກອບກຸ່ມບໍລິສັດຮອດປີ 2020 ຄືນໃໝ່; ປະກາດກ້າວເຂົ້າສູ່ໄລຍະພັດທະນາທີ 4, ເຊິ່ງແມ່ນໄລຍະຂອງ 4.0 ແລະດໍາເນີນທຸລະກິດທົ່ວໂລກ.

leftcenterrightdel
ລູກຄ້ານໍາໃຊ້ບໍລິການໂທລະຄົມມະນາຄົມຂອງ Viettel. ພາບ: ລີງຮ່າ

ກ້າວເຂົ້າປີ 2019, Viettel ວາງອອກເປົ້າໝາຍການເຕີບໂຕສ້າງລາຍຮັບໃຫ້ໄດ້ 7,3% (ຫຼາຍກວ່າ 251 ພັນຕື້ດົ່ງ); ກໍາໄລເພີ່ມຂຶ້ນໃຫ້ໄດ້ 4,6% (ຫຼາຍກວ່າ 39 ພັນຕື້ດົ່ງ) ເມື່ອທຽບກັບປີກາຍ. Viettel ກໍ່ຄາດວ່າຈະມອບເງິນເຂົ້າງົບປະມານແຫ່ງລັດໃນປີ 2019 ໃຫ້ໄດ້ 38.100 ຕື້ດົ່ງ.

ກ່ຽວກັບໜ້າທີ່ຂອງກຸ່ມບໍລິສັດໃນປີ 2019, ທ່ານພົນຈັດຕະວາ ເລດັງຢູ້ງ, ຜູ້ຮັບຜິດຊອບປະທານທັງເປັນຜູ້ອໍານວຍການໃຫຍ່ Viettel ໃຫ້ຮູ້ວ່າ: Viettel ແມ່ນວິສາຫະກິດເປັນເຈົ້າພາທາງໃນຂົງເຂດໂທລະຄົມມະນາຄົມ ແລະເຕັກໂນໂລຢີຂໍ້ມູນຂ່າວສານ, ເພື່ອສ້າງສັງຄົມດີຈີຕອນ, ໃນຕໍ່ໜ້າ Viettel ຕ້ອງເຮັດສອງວຽກ: ໜຶ່ງແມ່ນສ້າງບັນດາຜະລິດຕະພັນ, ບໍລິການຖືກຕ້ອງຕາມມາດຕະຖານເຕັກໂນໂລຢີ 4.0; ສອງແມ່ນສະແດງທັດສະນະ, ປະກອບສ່ວນຊຸກຍູ້ກົນໄກ, ລັດຖະບານດີຈີຕອນໃຫ້ໄປໄວກວ່າ.

ໂດຍ: ບົວພອນ