ບັນດາແບບຢ່າງໄດ້ຮັບການຍ້ອງຍໍໃນຄັ້ງນີ້ລວມມີ 17 ໝູ່ຄະນະ ແລະ 19 ບຸກຄົນທີ່ມີການເຄື່ອນໄຫວ, ມີວຽກງານເລີ່ມຈາກຈິດໃຈອາສາສະໝັກ, ບໍ່ຮຽກຮ້ອງຜົນປະໂຫຍດໃຫ້ແກ່ຕົວ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ. ທີ່ພິທີ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ປາດຖະໜາວ່າ “ຈິດໃຈອັນແຮງກ້າ”, ຄວາມຄາດຫວັງບືນຕົວຂຶ້ນ, ຈິດໃຈຮັກອາຊີບ ແລະເມດຕາປານີຂອງບັນດາໝູ່ຄະນະ, ສ່ວນບຸກຄົນຈະສືບຕໍ່ໄດ້ຮັບການແຜ່ຂະຫຍາຍໃນຂະບວນການແຂ່ງຂັນຮັກຊາດຂອງນະຄອນໂຮ່ຈິມິນ.

leftcenterrightdel
ເຂົ້າຮ່ວມລາຍການມີທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ, ຮອງປະທານຜູ້ທີໜຶ່ງສະພາແຂ່ງຂັນ - ຍ້ອງຍໍສູນກາງ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ມອບເງິນ 50 ລ້ານດົ່ງ ໃຫ້ພະແນກເບິ່ງແຍງພິເສດ (ໂຮງໝໍ ເຍີນອ໊າຍ) ເພື່ອຮັບໃຊ້ວຽກງານເບິ່ງແຍງ, ໜູນຊ່ວຍໃຫ້ຄົນເຈັບ, ໂດຍສະເພາະແມ່ນໃນໂອກາດບຸນເຕັດພວມວຽນມາ.

ແຫຼ່ງຄັດຈາກ: vovworld.vn