ປີ 2018 ແມ່ນປີສໍາຄັນຂອງ Viettel ດ້ວຍການສ້າງຂະແໜງອຸດສາຫະກໍາໃໝ່ 3 ແຫ່ງສຳເລັດນັ້ນແມ່ນ: ອຸດສາຫະກໍາເອເລັກໂຕນິກໂທລະຄົມມະນາຄົມ; ອຸດສາຫະກໍາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງ; ປ່ຽນຊື່ມາເປັນກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ແລະປະກາດຫັນປ່ຽນໄປສູ່ໄລຍະພັດທະນາທີ 4 ດ້ວຍຄາດໝາຍຫັນເປັນໂລກາພິວັດ ແລະນໍາໜ້າໃນການປະຕິວັດ 4.0.

leftcenterrightdel
ຄາດໝາຍຂອງ Viettel ແມ່ນຫັນເປັນໂລກາພິວັດ ແລະນໍາໜ້າໃນການປະຕິວັດ 4.0. ພາບ: qdnd.vn.

ໃນຂົງເຂດການລົງທຶນຈາກຕ່າງປະເທດ, ປີ 2018 ແມ່ນປີທີ່ Viettel ປະສົບຜົນສໍາເລັດໃນການເປີດກວ້າງການລົງທຶນຢູ່ອາຊີ. Mytel – ເຄື່ອງໝາຍການຄ້າຂອງ Viettel ຢູ່ມຽນມາ ໄດ້ບັນລຸເບີໂທລະສັບມືຖືເກືອບ 5 ລ້ານເບີ ພາຍຫຼັງການດໍາເນີນທຸລະກິດພຽງແຕ່ 6 ເດືອນ, ກວມເອົາອັດຕາສ່ວນຕະຫຼາດກວ່າ 10% ຢູ່ທີ່ນີ້.

ປີ 2018, Viettel ກໍ່ໝູນໃຊ້ເຕັກໂນໂລຢີ 4.0 ຫຼາຍຢ່າງເຂົ້າໃນຜະລິດຕະພັນ, ການບໍລິການ, ນໍາມາເຊິ່ງປະສິດທິຜົນ, ຫັນຍຸດທະສາດ Viettel ໃນໄລຍະພັດທະນາໃໝ່: 4.0 ແລະ ທົ່ວໂລກ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ໄປຄຽງຄູ່ກັນນັ້ນ, Viettel ກໍ່ປະກາດລົງທຶນເຂົ້າໃນການຄົ້ນຄວ້າ, ຜະລິດອຸປະກອນ 5G ຢ່າງແຮງ ແລະຄາດຄະເນວ່າຈະຜັນຂະຫຍາຍການທົດລອງເຕັກໂນໂລຢີນີ້ໃນປີ 2019.

ໂດຍ: ທູຈາງ