ບໍລິສັດໂທລະຄົມມະນາຄົມ ຢືນແຖວໜ້າໃນຕະຫຼາດຢູ່ລາວ

ຄວາມປະທັບໃຈຂອງພວກຂ້າພະເຈົ້າ ເມື່ອໄປຢ້ຽມຢາມສໍານັກງານຂອງບໍລິສັດ Star Telecom ແມ່ນຄວາມທັນສະໄໝຂອງໜຶ່ງໃນບັນດາອາຄານສວຍງາມທີ່ສຸດຢູ່ນະຄອນຫຼວງວຽງຈັນ (ສປປ ລາວ), ບວກກັບຄວາມເປັນອາຊີບຂອງຖັນແຖວພະນັກງານ, ພາລະກອນເຮັດວຽກຢູ່ທີ່ນີ້. ທ່ານພັນເອກ ບີມົວ ໄຟດາເຢຍຈາ, ຮອງຜູ້ອໍານວຍໃຫຍ່ຝ່າຍບໍລິຫານ-ບຸກຄະລາກອນ ບໍລິສັດ Star Telecom ແບ່ງປັນວ່າ: “ບໍ່ແມ່ນຄວາມບັງເອີນທີ່ທ່ານນາຍົກລັດຖະມົນຕີສອງປະເທດລາວ ແລະຫວຽດນາມ ໄດ້ມາຢ້ຽມຢາມ ແລະເຂົ້າຮ່ວມພິທີເປີດນໍາໃຊ້ສໍານັກງານໃໝ່ຂອງບໍລິສັດໃນເດືອນ ກຸມພາ 2018. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່, ຄວາມຮັບຮູ້ຂອງການນໍາສອງພັກ, ສອງລັດ ສໍາລັບບັນດາການປະກອບຢ່າງຕັ້ງໜ້າຂອງບໍລິສັດເຂົ້າໃນວິວັດການພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງລາວ”.

ບໍລິສັດ Star Telecom ໄດ້ສ້າງຕັ້ງມາແຕ່ປີ 2007, ເລີ່ມຕົ້ນສະໜອງການບໍລິການນັບແຕ່ປີ 2008 ດ້ວຍເຄື່ອງໝາຍການຄ້າ Unitel. ປັດຈຸບັນ, Unitel ຮັກສາທີ່ຕັ້ງແມ່ນບໍລິສັດໂທລະຄົມມະນາຄົມຢືນແຖວໜ້າຢູ່ຕະຫຼາດລາວ ດ້ວຍລູກຄ້າກວ່າ 3 ລ້ານຄົນ, ກວມເອົາ 54% ອັດຕາສ່ວນຕະຫຼາດ, ລາຍຮັບສະສົມບັນລຸ 1,35 ຕື້ໂດລາສະຫະລັດ. ເກືອບ 10 ປີຜ່ານມາ, ບໍລິສັດໄດ້ປະກອບເງິນເຂົ້າງົບປະມານຂອງລາວປະມານ 490 ລ້ານໂດລາສະຫະລັດ, ເຊິ່ງແມ່ນໜຶ່ງໃນບັນດາວິສາຫະກິດປະກອບເງິນເຂົ້າງົບປະມານໃຫຍ່ທີ່ສຸດຢູ່ລາວ. ບໍລິສັດໄດ້ສ້າງວຽກເຮັດງານທໍາໃຫ້ພະນັກງານ, ພາລະກອນກວ່າ 1.500 ຄົນ.

leftcenterrightdel
ສູນບໍລິການຂອງບໍລິສັດ Star Telecom. ພາບ: qdnd.vn.

ດໍາເນີນທຸລະກິດຕິດພັນກັບຄວາມຮັບຜິດຊອບຕໍ່ສັງຄົມ

ດ້ວຍທິດນໍາ “ດໍາເນີນທຸລະກິດຕິດພັນກັບຄວາມຮັບຜິດຊອບຕໍ່ສັງຄົມ”, ໃນຕະຫຼອດ 10 ປີຜ່ານມາ, ບໍລິສັດ Star Telecom ບໍ່ພຽງແຕ່ເອົາໃຈໃສ່ເຖິງການພັດທະນາດໍາເນີນທຸລະກິດເທົ່ານັ້ນ, ຫາກຍັງມີບັນດາການປະກອບສໍາຄັນເຂົ້າໃນການປັບປຸງ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ, ເອົາໃຈໃສ່ເຖິງການສຶກສາ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ... ດ້ວຍຍອດມູນຄ່າອຸປະຖໍາກວ່າ 13 ລ້ານໂດລາສະຫະລັດ.

ຈຸດພົ້ນເດັ່ນໃນບັນດາການເຄື່ອນໄຫວທາງສັງຄົມຂອງ Unitel ແມ່ນໂຄງການອຸປະຖໍາອິນເຕີແນັດໃຫ້ໂຮງຮຽນກວ່າ 900 ແຫ່ງຂອງປະເທດເພື່ອນລາວ, ປະກອບສ່ວນເຜີຍແຜ່ອິນເຕີແນັດໃຫ້ນັກຮຽນ, ນັກສຶກສາ. Unitel ຍັງສົມທົບກັບກະຊວງສຶກສາທິການ ແລະກິລາລາວ ຜັນຂະຫຍາຍການສອບເສັງໂອລີມປິກທາງອິນເຕີແນັດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ສ້າງເງື່ອນໄຂໃຫ້ພວກນ້ອງນັກຮຽນຢູ່ທຸກແຖບຖິ່ນໃນທົ່ວປະເທດລາວສາມາດເຂົ້າຮ່ວມສອບເສັງຕາມຫຼັກສູດຂອງກະຊວງ. Unitel ກໍ່ສົມທົບກັບກະຊວງສຶກສາທິການ ແລະກິລາລາວ ຜັນຂະຫຍາຍການສອນໜັງສືຜ່ານທາງໂທລະພາບ...

ເພື່ອແນໃສ່ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບໍລິສັດ Star Telecom ໄດ້ອຸປະຖໍາລະບົບຖ່າຍຖອດສົດທາງໂທລະພາບໃຫ້ແກ່ກະຊວງປ້ອງກັນປະເທດລາວ ແລະບັນດາກົມກອງສໍາຄັນທີ່ສັງກັດ, ຊ່ວຍໃຫ້ກະຊວງປ້ອງກັນປະເທດລາວ ຜັນຂະຫຍາຍໜ້າທີ່ຢ່າງວ່ອງໄວ, ທັນການ, ພ້ອມທັງຮັບປະກັນຂໍ້ມູນຂ່າວສານໃນການຕິດຕໍ່ພົວພັນ. Unitel ກໍ່ມີການປະກອບຫຼາຍຢ່າງເຂົ້າໃນການກໍ່ສ້າງລັດຖະບານເອເລັກໂຕນິກ, ສ້າງມາດຕະການເກັບພາສີຜ່ານທາງອິນເຕີແນັດ, ພາສີປະຕູດຽວ...

ພ້ອມກັນນັ້ນ, ກໍ່ໜູນຊ່ວຍລັດຖະບານລາວ ກໍ່ສ້າງຟອນຕົວໜັງສືລາວ ຢູ່ໃນຄອມພິວເຕີ ແລະໂທລະສັບມືຖື. ໂດຍຮັບຮູ້ບັນດາການປະກອບອັນສໍາຄັນນັ້ນ, ວັນທີ 29 ພຶດສະພາ 2018, ພັກ, ລັດ ແຫ່ງ ສປປ ລາວ ໄດ້ປະດັບຫຼຽນໄຊແຮງງານຊັ້ນ II  ໃຫ້ບໍລິສັດ Star Telecom.

ໂດຍ: ທູຈາງ