ຕາມກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມແລ້ວ, ປັດຈຸບັນຈໍານວນເບີໂທລະສັບມືຖືທັງໝົດຂອງຫວຽດນາມ ແມ່ນປະມານ 130 ລ້ານເບີ, ໃນນັ້ນເບີລາຍເດືອນກວມເອົາພຽງແຕ່ 5% ເທົ່ານັ້ນ. ສະນັ້ນຈະມີເບີຕື່ມເງິນປະມານ 120 ລ້ານເບີອາດຈະໄດ້ໝູນໃຊ້ນະໂຍບາຍປ່ຽນເຄືອຂ່າຍດ້ວຍວິທີຮັກສາເບີເດີມ.

leftcenterrightdel
ລູກຄ້າລົງທະບຽນບໍລິການໂທລະຄົມມະນາຄົມຂອງ VNPT. ພາບ: ວັນຟອງ.

ກ່ອນໜ້ານັ້ນ, ແຕ່ວັນທີ 16 ພະຈິກ 2018, Viettel, VinaPhone, MobiFone  ໄດ້ສະໜອງບໍລິການໃຫ້ເບີລາຍເດືອນປ່ຽນເຄືອຂ່າຍດ້ວຍວິທີຮັກສາເບີເດີມ. ຕາມກະຊວງຖະແຫຼງຂ່າວ ແລະສື່ສານແລ້ວ, ການບໍລິການປ່ຽນເຄືອຂ່າຍຮັກສາເບີເດີມໄດ້ຜັນຂະຫຍາຍຈະນໍາມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຕະຫຼາດໂທລະຄົມມະນາຄົມ, ວິສາຫະກິດໂທລະຄົມມະນາຄົມ, ເບີໂທລະສັບມືຖື ແລະຕອບສະໜອງເປົ້າໝາຍຄຸ້ມຄອງຂອງອົງການຄຸ້ມຄອງລັດ.

ພາຍຫຼັງຜັນຂະຫຍາຍການບໍລິການປ່ຽນເຄືອຂ່າຍດ້ວຍວິທີຮັກສາເບີໂທເດີມໃຫ້ແກ່ເບີລາຍເດືອນມາເປັນເວລາ 1 ເດືອນ, VinaPhone  ໄດ້ຮັບເອົາເບີໂທລະສັບຫຼາຍພັນເບີຈາກບັນດາບໍລິສັດໂທລະຄົມມະນາຄົມອື່ນ.

ໃນຂະນະນັ້ນ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ກໍ່ປະກາດສະໜອງການບໍລິການປ່ຽນເຄືອຂ່າຍໄປເປັນເຄືອຂ່າຍ Viettel  ດ້ວຍການຮັກສາເບີໂທເດີມຢ່າງເປັນທາງການໃຫ້ແກ່ເບີຕື່ມເງິນແຕ່ວັນທີ 1 ມັງກອນ 2019.

leftcenterrightdel
ລົງທະບຽນນໍາໃຊ້ການບໍລິການໂທລະຄົມມະນາຄົມຂອງ Viettel, ລູກຄ້າຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງ. ພາບ: ວັນຟອງ.

ເພື່ອນໍາໃຊ້ການບໍລິການຂອງ Viettel ໂດຍບໍ່ຕ້ອງປ່ຽນເບີໂທ, ລູກຄ້າກໍາລັງນໍາໃຊ້ເບີໂທລະສັບແບບຕື່ມເງິນສາມາດເລືອກວິທີຕ່າງໆ ຄື: ລູກຄ້າສາມາດໄປຫາສູນບໍລິການລູກຄ້າ Viettel ໂດຍກົງ, ເຂົ້າ App My Viettel, ລົງທະບຽນປ່ຽນເຄືອຂ່າຍຜ່ານເວັບໄຊ http://viettel.vn ຫຼື ຕິດຕໍ່ສູນຕາມເບີໂທລະສັບ 18008098 ເພື່ອໄດ້ຮັບການໜູນຊ່ວຍ ແລະລົງທະບຽນປ່ຽນເຄືອຂ່າຍຢູ່ເຮືອນ.

leftcenterrightdel
MobiFone  ກະກຽມພື້ນຖານໂຄງລ່າງເຕັກນິກເພື່ອຮັບໃຊ້ລູກຄ້າ. ພາບ: ວັນຟອງ.

ກໍ່ຄືກັນກັບສອງບໍລິສັດໂທລະຄົມມະນາຄົມດັ່ງກ່າວ, ບໍລິສັດໃຫຍ່ໂທລະຄົມມະນາຄົມ MobiFone  ກໍ່ກະກຽມບັນດາເງື່ອນໄຂໃຫ້ແກ່ການຜັນຂະຫຍາຍການສະໜອງບໍລິການປ່ຽນເຄືອຂ່າຍຮັກສາເບີໂທເດີມ (MNP)  ຢ່າງເປັນທາງການໃຫ້ແກ່ເບີໂທລະສັບແບບຕື່ມເງິນຕາມແຜນນະໂຍບາຍຂອງກະຊວງຖະແຫຼງຂ່າວ ແລະສື່ສານ, ນັບແຕ່ວັນທີ 1 ມັງກອນ 2019.

ໂດຍ: ໄຊຊະນະ