ພໍ່ແມ່ປະຊາຊົນຊົນເຜົ່າຮັ່ງມີຍ້ອນມີອິນເຕີແນັດ

ຈາກນະຄອນລາວກາຍ, ພວກຂ້າພະເຈົ້າໄດ້ໄປຜ່ານເສັ້ນທາງຍາວກວ່າ 50 ກິໂລແມັດ ເຖິງບ້ານ ຈູ໋ງຈ໊າຍ B, ເທດສະບານເມືອງ ເມື່ອງເຄືອງ, ເມືອງ ເມື່ອງເຄືອງ. ເຂດດິນແດນແຫ່ງນີ້ທີ່ເຕັມໄປດ້ວຍໂນນພູປູກໝາກກ້ຽງນ້ອຍ. ຢູ່ບ້ານ ຈູ໋ງຈ໊າຍ B ມີ 37 ຄອບຄົວ, ໃນນັ້ນມີກວ່າ 90% ແມ່ນຄອບຄົວປູກໝາກກ້ຽງນ້ອຍ. ເອື້ອຍ ເປີທິແຊນ, ອາຍຸ 38 ປີ, ແມ່ນຜູ້ນໍາໜ້າໃນການຫັນປ່ຽນຈາກການປູກສາລີ, ເຂົ້າສານໄປສູ່ການປູກໝາກກ້ຽງນ້ອຍຢູ່ທ້ອງຖິ່ນແຫ່ງນີ້. ເຖິງວ່າແມ່ນຊາວເຜົ່າສ່ວນໜ້ອຍ, ແຕ່ເອື້ອຍ ແຊນ ພັດມີພິບໄຫວກັບເຕັກໂນໂລຢີຂໍ້ມູນຂ່າວສານ. ນັບແຕ່ປີ 2017, ເອື້ອຍ ແຊນ ເລີ່ມນໍາໃຊ້ໂທລະສັບສະຫຼາດທີ່ເຊື່ອມຕໍ່ເຄືອຂ່າຍ 4G ຂອງກຸ່ມບໍລິສັດອຸດສາຫະກໍາໂທລະຄົມມະນາຄົມກອງທັບ (Viettel) ເພື່ອອັບໂຫຼດອອນລາຍຂໍ້ມູນ, ຮູບພາບເຂົ້າເຄືອຂ່າຍສັງຄົມແນໃສ່ຮັບໃຊ້ວຽກງານຂາຍໝາກກ້ຽງນ້ອຍ. ຍ້ອນເຫດນັ້ນ, ປີ 2017, 1/3 ຍອດຈໍານວນໝາກກ້ຽງນ້ອຍ ແມ່ນໄດ້ຂາຍໃຫ້ລູກຄ້າຜ່ານເຄືອຂ່າຍສັງຄົມດ້ວຍລາຄາ 17.000 ດົ່ງ/ກິໂລກຣາມ, ສູງກວ່າ 2.000 ດົ່ງ/ກິໂລກຣາມ ເມື່ອທຽບໃສ່ການຂ້າຍໃຫ້ພໍ່ຄ້າຊາວຂາຍ.

leftcenterrightdel
ເອື້ອຍ ເປີທິແຊນ ນໍາໃຊ້ເຄືອຂ່າຍ 4G ຂອງ Viettel ເພື່ອຮັບໃຊ້ວຽກງານຂາຍໝາກກ້ຽງນ້ອຍ. ພາບ: ລາຢຸຍ.

ທະຫານຕັ້ງໜ້າຊ່ວຍໃຫ້ປະຊາຊົນຍົກສູງຊີວິດການເປັນຢູ່

ເພື່ອຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໄວ້ຢ່າງໝັ້ນຄົງ, ໃນຊຸມປີມໍ່ໆມານີ້, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ຕ໊າຢາເຄົາ (ກອງບັນຊາການທະຫານຊາຍແດນແຂວງລາວກາຍ) ຍາມໃດກໍ່ເສີມຂະຫຍາຍຈິດໃຈຮັບຜິດຊອບ, ຊ່ວຍໃຫ້ພໍ່ແມ່ປະຊາຊົນໃນບໍລິເວນພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່,  ຂົນຂວາຍນັກຮຽນມາໂຮງຮຽນ, ພ້ອມທັງຮັບປະກັນຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ.

ມີວິທີເຮັດວຽກທີ່ດີ ແລະມີປະສິດທິຜົນ ເຊິ່ງບັນດານັກຮົບຄ້າຍທະຫານຊາຍແດນ ຕ໊າຢາເຄົາ ໝູນໃຊ້ໃນການໂຄສະນາໃຫ້ພໍ່ແມ່ປະຊາຊົນຢູ່ທີ່ນີ້ ນັ້ນແມ່ນການນໍາໃຊ້ອິນເຕີແນັດ. ພັນໂທ ໂຄ໊ງຮື໊ວຮວນ, ຫົວໜ້າຄ້າຍທະຫານຊາຍແດນ ຕ໊າຢາເຄົາ ໃຫ້ຮູ້ວ່າ, ຄຽງຂ້າງບັນດາວິທີການໂຄສະນາແບບທໍາມະດາແລ້ວ, ພະນັກງານຂອງຄ້າຍທະຫານໄດ້ສົມທົບກັບການນໍາໃຊ້ໂທລະສັບສະຫຼາດ ທີ່ເຊື່ອມຕໍ່ເຄືອຂ່າຍ 4G ຂອງ Viettel ເພື່ອຊອກຫາບັນດາຮູບພາບ, video ທີ່ມີເນື້ອໃນກ່ຽວກັບກົດໝາຍ, ວິທີການປູກຝັງ, ລ້ຽງສັດ, ອະນາໄມສິ່ງແວດລ້ອມ... ເພື່ອໃຫ້ພໍ່ແມ່ປະຊາຊົນ ຊົມ ແລະປະຕິບັດຕາມ, ແນໃສ່ປັບປຸງຊີວິດການເປັນຢູ່.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ຕ໊າຢາເຄົາ ນໍາໃຊ້ເຄືອຂ່າຍ 4G ຂອງ Viettel ເພື່ອແນະນໍາຄອບຄົວອ້າຍ ທ່າວແຊວເຈົາ, ຊາວເຜົ່າມົ້ງ ວິທີການປູກຝັງ, ລ້ຽງສັດ. ພາບ: ລາຢຸຍ.

ນອກຈາກນັ້ນ, ເມື່ອໄປລາດຕະເວນຊາຍແດນ ແລະກວດກາບັນດາສະຖານທີ່ຖືກເຊາະເຈື່ອນໃນບໍລິເວນ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ຕ໊າຢາເຄົາ ກໍ່ນໍາໃຊ້ໂທລະສັບສະຫຼາດເພື່ອໂທ video ເພື່ອໃຫ້ພະນັກງານປະຈໍາການຢູ່ຄ້າຍ ກໍາແໜ້ນຂໍ້ມູນຢູ່ສະຖານທີ່. ໂດຍຜ່ານວິທີເຮັດວຽກຄືດັ່ງກ່າວ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ໄດ້ກໍາແໜ້ນສະພາບການເປັນປະຈໍາ ກໍ່ຄືແກ້ໄຂບັນດາເຫດການທີ່ກ່ຽວຂ້ອງເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນຢ່າງທັນການ. ຍ້ອນມີຄວາມມານະພະຍາຍາມຂອງບັນດາກົມກອງ, ວິສາຫະກິດກອງທັບ, ບໍລິເວນຕິດກັບຊາຍແດນຂອງແຂວງລາວກາຍ  ໄດ້ມີຊີວິດອີ່ມໜໍາສໍາລານ, ມີທ່າຮົບປ້ອງກັນຊາດ, ປ້ອງກັນຄວາມສະຫງົບໝັ້ນຄົງກວ່າເກົ່າ.

ໂດຍ: ທູຈາງ