ຮັບປະກັນລັກສະນະຊັດເຈນຂອງຂໍ້ມູນ

ສູນເຕັກໂນໂລຢີແກ່ນສານແມ່ນຫົວໜ່ວຍເປັນເຈົ້າຂອງທໍາອິດ, ໝູນໃຊ້ເຕັກໂນໂລຢີ Blockchain ໃນກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ, ດ້ວຍເປົ້າໝາຍມຸ່ງໄປເຖິງການສ້າງຖານຂໍ້ມູນແຫ່ງຊາດກ່ຽວກັບສໍາເນົາເອກະສານສຸຂະພາບຂອງພົນລະເມືອງໃນທົ່ວປະເທດ.

leftcenterrightdel
ໂດຍ Blockchain, ສູນເຕັກໂນໂລຢີແກ່ນສານຈະແກ້ໄຂບັນດາຈຸດອ່ອນທີ່ຍັງຄົງຄ້າງໃນຜະລິດຕະພັນຂອງ Viettel. ພາບ: ຫງອກລີງ.

ປະຈຸບັນຊ໊ອບແວຄຸ້ມຄອງສໍາເນົາເອກະສານສຸຂະພາບບຸກຄົນຂອງ Viettel ພັດທະນາພວມບັນທຶກໄວ້ຖານຂໍ້ມູນໃນລະບົບເກົ່າຕາມແບບຄຸ້ມຄອງລວມສູນ. ຜ່ານການໝູນໃຊ້ຕົວຈິງ, Blockchain ຊ່ວຍການເຄື່ອນໄຫວຕອບຮັບ, ສົມທົບກັນລະຫວ່າງຄົນເຈັບ, ບັນດາຮາກຖານສາທາລະນະສຸກ, ໂຮງໝໍ, ຮ້ານຂາຍຢາ ແລະບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງເຂົ້າກັນດີຕື່ມອີກ. ພິເສດ, ເຕັກໂນໂລຢີດັ່ງກ່າວຊ່ວຍເພີ່ມເຕີມຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍ. ດ້ານອື່ນ, ດ້ວຍການພັດທະນາ Blockchain ໄດ້, ສູນເຕັກໂນໂລຢີແກ່ນສານສາມາດສົ່ງຖານຂໍ້ມູນເຂົ້າ Blockchain, ຊ່ວຍແກ້ໄຂບັນດາບັນຫາກ່ຽວກັບໄພອັນຕະລາຍໃນການເສຍຄວາມປອດໄພດ້ານຂໍ້ມູນ.

Blockchain ແມ່ນສົ້ນເຂົ້າ ແລະຮັບປະກັນຂໍ້ມູນໄດ້ຢ່າງຊັດເຈນ. ອີງໃສ່ Blockchain, Big-Data ຈຶ່ງສາມາດດໍາເນີນການໄຈ້ແຍກ, ຕີລາຄາຂໍ້ມູນໄດ້ຢ່າງຊັດເຈນ, ຍົກອອກບັນດາໝາກຜົນ, ການຄາດຄະເນຢ່າງຖືກຕ້ອງ.

ປະຢັດເວລາ, ລາຍຈ່າຍ

ເມື່ອແບ່ງປັນກ່ຽວກັບຜົນປະໂຫຍດເຊິ່ງ Blockchain ນໍາມາໃຫ້ຂົງເຂດສາທາລະນະສຸກຂອງຫວຽດນາມ, ອ້າຍ ຟ້າມວັນຕວນ (ສູນເຕັກໂນໂລຢີແກ່ນສານ Viettel) ຢືນຢັນວ່າ: ໝູນໃຊ້ Blockchain ເຂົ້າໃນການຄຸ້ມຄອງສໍາເນົາເອກະສານສຸຂະພາບບຸກຄົນໄດ້ຊ່ວຍໃຫ້ປະຊາຊົນປະຢັດເວລາ, ລາຍຈ່າຍ; ຊ່ວຍປະຢັດໄດ້ 2.500 ຕື້ດົ່ງ/ປີ ແລະພັດທະນາຂະແໜງແພດສາດໃນທົ່ວປະເທດ.

ປະຈຸບັນ, ຂະແໜງສາທາລະນະສຸກຂອງຫວຽດນາມ ພວມປະເຊີນໜ້າກັບຫຼາຍບັນຫາ, ໃນນັ້ນມີບັນຫາແບ່ງປັນຂໍ້ມູນຄົນເຈັບກັບບັນດາໂຮງໝໍພວມສັບສົນທີ່ສຸດ ແລະຍັງບໍ່ທັນໄດ້ສ້າງຕັ້ງ. ອ້າຍ ຟ້າມວັນຕວນ ຍົກຕົວຢ່າງວ່າ: “ແຕ່ລະເທື່ອເມື່ອມາຮາກຖານສາທາລະນະສຸກ, ໂຮງໝໍໃດໜຶ່ງ, ຄົນເຈັບຕ້ອງລຽນແຖວເພື່ອແຈ້ງຂໍ້ມູນສ່ວນຕົວຄືນໃໝ່, ຊ້ຳບໍ່ໜຳແມ່ນຕ້ອງກວດຄືນໃນເບື້ອງຕົ້ນ ເຊິ່ງຢູ່ໂຮງໝໍອື່ນໄດ້ກວດແລ້ວ”. ສິ່ງດັ່ງກ່າວເຮັດໃຫ້ຄົນເຈັບເສຍເວລາ ແລະເສຍຄ່າໃຊ້ຈ່າຍຫຼາຍ.

Blockchain ໃນການຄຸ້ມຄອງສໍາເນົາເອກະສານສຸຂະພາບບຸກຄົນຊ່ວຍບັນທຶກປະຫວັດການກວດ, ປິ່ນປົວພະຍາດຂອງປະຊາຊົນໄວ້. ອີງໃສ່ສິ່ງດັ່ງກ່າວ, ບັນດາຂໍ້ມູນພື້ນຖານຄືຂໍ້ມູນສ່ວນຕົວ, ໝວດເລືອດ, ປະຫວັດຄົນເຈັບ... ລ້ວນແຕ່ໄດ້ບັນທຶກໄວ້ ແລະນໍາໃຊ້ຄືນໃໝ່. ປະຊາຊົນຍັງສາມາດເປັນເຈົ້າການໃນການຕິດຕາມສະພາບການສຸຂະພາບຂອງຕົນໄດ້ຕະຫຼອດຊີວິດ.

ປະຈຸບັນ, ບັນດາຮາກຖານສາທາລະນະສຸກ, ໂຮງໝໍເກັບຮັກສາສໍາເນົາປະຫວັດຄົນເຈັບພາຍໃຕ້ຮູບແບບເອກະສານດ້ວຍເຈ້ຍ. ສິ່ງດັ່ງກ່າວເຮັດໃຫ້ເສຍຄ່າໃຊ້ຈ່າຍປະມານ 2.300-2.500 ຕື້ດົ່ງ/ປີ ໃຫ້ການເຄື່ອນໄຫວປິ່ນເອກະສານ, ເກັບຮັກສາສໍາເນົາເອກະສານຂອງທຸກຮາກຖານສາທາລະນະສຸກ, ໂຮງໝໍ. ນີ້ແມ່ນຈໍານວນໃຫຍ່ຫຼວງ ເຊິ່ງບັນດາຫົວໜ່ວຍການກວດ, ປິ່ນປົວພະຍາດສາມາດໃຊ້ເຂົ້າໃນຫຼາຍວຽກງານທີ່ມີປະໂຫຍດກວ່າອີກຄື: ຍົກລະດັບອຸປະກອນທີ່ທັນສະໄໝ, ບູລະນະພື້ນຖານໂຄງລ່າງ...

ອ້າຍຕວນ ແບ່ງປັນວ່າ “Blockchain ຈະຊ່ວຍຫັນບັນດາເອກະສານ, ສໍາເນົາເອກະສານປະຫວັດຄົນເຈັບເປັນດີຈິຕອນ. ບັນດາອົງການຄຸ້ມຄອງສາທາລະນະສຸກ, ຄົນເຈັບ, ຮາກຖານກວດ, ປິ່ນປົວພະຍາດ... ລ້ວນແຕ່ມີສໍາເນົາເອກະສານບຸກຄົນຄືກັນ, ຍ້ອນເຫດນັ້ນຂະແໜງສາທາລະນະສຸກຈະປະຢັດລາຍຈ່າຍໄດ້ຫຼາຍທີ່ສຸດ”.

ສ້າງຖານຂໍ້ມູນສໍາຄັນໃຫ້ແກ່ຂະແໜງສາທາລະນະສຸກຫວຽດນາມ

Blockchain ໂດຍ Viettel ພັດທະນາກາຍເປັນບ່ອນເຕົ້າໂຮມ ແລະບັນທຶກສໍາເນົາເອກະສານໃນການກວດ, ປິ່ນປົວພະຍາດຂອງປະຊາຊົນແຕ່ລະຄົນ, ສ້າງຖານຂໍ້ມູນອັນໃຫຍ່ຫຼວງ ເພື່ອຮັບໃຊ້ໃຫ້ແກ່ການຄົ້ນຄວ້າ, ຄາດຄະເນ, ສະເໜີກວດ, ປິ່ນປົວພະຍາດ...

ໂດຍ: ບົວພອນ