ຢູ່ສາຂາ NOT, ພາຍຫຼັງເກີດເຫດການແຜ່ນດິນໄຫວ, ມີສະຖານີສົ່ງສັນຍານ BTS ຂອງ Natcom 1 ແຫ່ງໄດ້ເກີດໄຟໄໝ້ຍ້ອນໄຟຟ້າລັດວົງຈອນ. ໃນຂະນະທີ່ກຳລັງເກີດໄຟໄໝ້, ກໍາລັງກູ້ໄພຂອງສາຂາໄດ້ໄປຮອດສະຖານທີ່ເກີດເຫດພໍດີ ແລະໄດ້ສົມທົບກັບປະຊາຊົນມອດໄຟ. ເຖິງວ່າບໍ່ມີຄວາມເສຍຫາຍກ່ຽວກັບຊີວິດອິນຊີກໍ່ຕາມ, ແຕ່ເຄື່ອງອຸປະກອນທັງໝົດຢູ່ສະຖານີສົ່ງສັນຍານນີ້ລ້ວນແຕ່ຖືກເປ່ເພ, ພ້ອມທັງກໍ່ຜົນສະທ້ອນເຖິງເບີໂທລະສັບມືຖືກວ່າ 8.000 ເບີ.

leftcenterrightdel
Natcom-ເຄື່ອງໝາຍການຄ້າຂອງ Viettel ຢູ່ ໄຮຕີ. ພາບ: ເລມາຍ.

ຕໍ່ສະພາບການນັ້ນ, ບໍລິສັດ Natcom ໄດ້ຈັດວາງກໍາລັງເພື່ອກຽມພ້ອມຮັບມືຢ່າງທັນການ. ພາກສ່ວນໂຄງລ່າງ ແລະຄຸ້ມຄອງຊັບສິນຂອງບໍລິສັດໄດ້ປະຕິບັດການສົ່ງອອກວັດສະດຸໃນຄໍ່າຄືນວັນທີ 6 ຕຸລາ ຢ່າງທັນທີ ເພື່ອຍາມຮຸ່ງເຊົ້າວັນທີ 7 ຕຸລາ ໄດ້ປະຕິບັດການປ່ຽນແທນເຄື່ອງອຸປະກອນຖືກເປ່ເພ ເພື່ອສົ່ງສັນຍານຄືນໃໝ່ໃຫ້ໄດ້ໄວທີ່ສຸດ.

ບໍ່ພຽງແຕ່ແກ້ໄຂເຫດການຈາກໄພທໍາມະຊາດກໍ່ຂຶ້ນເທົ່ານັ້ນ, ຕໍ່ຄວາມເສຍຫາຍຢ່າງໜັກໜ່ວງຂອງຊາວໄຮຕີ, ບໍລິສັດ Natcom ໄດ້ມີນະໂຍບາຍບໍ່ເສຍຄ່າການໂທລະສັບເພື່ອຮັບປະກັນຂໍ້ມູນຂ່າວສານໃນການຕິດຕໍ່ພົວພັນ,  ນໍ້າດື່ມ, ທັນຍາຫານ ເພື່ອໜູນຊ່ວຍປະຊາຊົນທີ່ປະສົບເຄາະຮ້າຍ.

 

ໂດຍ: ທູຈາງ